ທ້າວຈາຕຸມມະຫາຣາຊທ່ຽວກວດເບິ່ງໂລກໃນວັນອຸໂປສົດ 15 ຄໍ່າ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ ! ໃນດິຖີ ໘ ຄໍ່າຂອງເດືອນ ເທວະດາຜູ້ເປັນບໍຣິວານຂອງທ້າວຈາຕຸມມະຫາຣາຊຍ່ອມທ່ຽວກວດເບິ່ງໂລກນີ້ວ່າ: ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍຫລືໜໍ.

ພິກຂຸທັງຫລາຍ ! ໃນດິຖີ ໑໔ ຄໍ່າຂອງເດືອນ ພວກໂອຣົດຂອງທ້າວຈາຕຸມມະຫາຣາຊ ຍ່ອມທ່ຽວກວດເບິ່ງໂລກນີ້ວ່າ: ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍຫລືໜໍ.

ພິກຂຸທັງຫລາຍ ! ໃນວັນອຸໂປສົດ ໑໕ ຄໍ່ານັ້ນ ທ້າວຈາຕຸມມະຫາຣາຊຍ່ອມທ່ຽວກວດເບິ່ງໂລກນີ້ດ້ວຍຕົນເອງວ່າ ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍຫລືໜໍ.

ພິກຂຸທັງຫລາຍ ! ຖ້າໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີນ້ອຍ ທ້າວຈາຕຸມມະຫາຣາຊຍ່ອມບອກເຖິງເຫດທີ່ກ່າວມານັ້ນແກ່ພວກເທວະດາຊັ້ນດາວະດຶງທີ່ມາປະຊຸມກັນຢູ່ທີ່ສຸທັມມະສະພາວ່າ ດູກ່ອນທ່ານຜູ້ນິຣະທຸກຂ໌ທັງຫລາຍ ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີນ້ອຍ.

ພິກຂຸທັງຫລາຍ ! ເມື່ອເປັນເຊັ່ນນັ້ນ ພວກເທວະດາຊັ້ນດາວະດຶງກໍພາກັນເສຍໃຈວ່າ ດູກ່ອນທ່ານຜູ້ຈະເຣີນທັງຫລາຍ ກາຍທິບຈັກເສື່ອມຫາຍ ອະສຸຣະກາຍຈັກເຕັມບໍຣິບູນ ດັ່ງນີ້.

ພິກຂຸທັງຫລາຍ ! ຖ້າໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ທ້າວຈາຕຸມມະຫາຣາຊຍ່ອມບອກເຖິງເຫດທີ່ກ່າວມານັ້ນແກ່ພວກເທວະດາຊັ້ນດາວະດຶງທີ່ມາປະຊຸມກັນຢູ່ທີ່ສຸທັມມະສະພາວ່າ ດູກ່ອນທ່ານຜູ້ນິຣະທຸກຂ໌ທັງຫລາຍ ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍແລ.

ເມື່ອເປັນເຊັ່ນນັ້ນ ພວກເທວະດາຊັ້ນດາວະດຶງກໍພາກັນດີໃຈວ່າ ດູກ່ອນທ່ານຜູ້ຈະເຣີນທັງຫລາຍ ກາຍທິບຈັກເຕັມບໍຣິບູນ ອະສຸຣະກາຍຈັກເສື່ອມສູນ.


ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໓໕/໔໗໖


ທ້າວຈາຕຸມມະຫາຣາຊທ່ຽວກວດເບິ່ງໂລກໃນວັນອຸໂປສົດ 15 ຄໍ່າ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ