ຄວາມເສື່ອມແກ່ອຸປາສົກ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ ! ທັມ ໗ ປະການນີ້ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ອຸປາສົກ;

໗ ປະການເປັນແນວໃດ? ຄື:

#ອຸປາສົກຂາດການຢ້ຽມຢາມພຣະພິກຂຸ

#ລະເລີຍການຟັງທັມ

#ບໍ່ສຶກສາໃນອະທິສີລ

#ບໍ່ເຖິງພ້ອມດ້ວຍຄວາມເຫລື້ອມໃສໃນພິກຂຸທັງທີ່ເປັນເຖຣະທັງຜູ້ໃໝ່ທັງປານກາງ

#ຕັ້ງຈິດຕິຕຽນຄອຍເພັ່ງໂທດເມື່ອຟັງທັມ

#ສະແຫວງຫາບຸນພາຍນອກສາສນານີ້

#ກະທຳການສັກກາຣະສະໜັບສະໜຸນເຂດບຸນພາຍນອກສາສນານີ້

ພິກຂຸທັງຫລາຍ ! ທັມ ໗ ປະການນີ້ແລ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ອຸປາສົກ.

ພິກຂຸທັງຫລາຍ ! ທັມ ໗ ປະການນີ້ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ອຸປາສົກ; ໗ ປະການເປັນແນວໃດ? ຄື: ອຸປາສົກບໍ່ຂາດການຢ້ຽມຢາມພຣະພິກຂຸ ໑

ບໍ່ລະເລີຍການຟັງທັມ ໑

ສຶກສາໃນອະທິສີລ (ສີລອັນເລີດ) ໑

ເປັນຜູ້ເຖິງພ້ອມດ້ວຍຄວາມເຫລື້ອມໃສໃນພິກຂຸທັງທີ່ເປັນເຖຣະ ທັງຜູ້ໃໝ່ ທັງປານກາງ ໑

ບໍ່ຕັ້ງຈິດຕິຕຽນຄອຍເພັ່ງໂທດເມື່ອຟັງທັມ ໑

ບໍ່ສະແຫວງຫາບຸນພາຍນອກສາສນານີ້ ໑

ກະທຳການສັກກາຣະ ສະໜັບສະໜຸນເຂດບຸນພາຍໃນສາສນານີ້ ໑

ພິກຂຸທັງຫລາຍ ! ທັມ ໗ ປະການນີ້ແລ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ອຸປາສົກ.

ອຸປາສົກຄົນໃດຂາດການຢ້ຽມຢາມພິກຂຸຜູ້ອົບຮົມຕົນ, ລະເລີຍການຟັງອະຣິຍະທັມ, ບໍ່ສຶກສາໃນອະທິສີລ, ບໍ່ມີຄວາມເຫລື້ອມໃສໃຫ້ຈະເຣີນຍິ່ງໆຂຶ້ນໄປໃນພິກຂຸທັງຫລາຍ ຕັ້ງຈິດຕິຕຽນເມື່ອປາຖະໜາຟັງພຣະສັທທັມ ສະແຫວງຫາບຸນພາຍນອກສາສນານີ້ ແລະກະທຳການສັກກາຣະໃນເຂດບຸນພາຍນອກສາສນານີ້ ອຸປາສົກນັ້ນຊ້ອງເສບທັມອັນເປັນທີ່ຕັ້ງແຫ່ງຄວາມເສື່ອມ ອັນເຮົາສະແດງແລ້ວ ໗ ປະການນີ້ແລ ຍ່ອມເສື່ອມຈາກສັທທັມ.

ອຸປາສົກໃດບໍ່ຂາດການຢ້ຽມຢາມພິກຂຸຜູ້ອົບຮົມຕົນ ບໍ່ລະເລີຍການຟັງອະຣິຍະທັມ ສຶກສາຢູ່ໃນອະທິສີລ ມີຄວາມເຫລື້ອມໃສໃຫ້ຈະເຣີນຍິ່ງໆຂຶ້ນໄປໃນພິກຂຸທັງຫລາຍ ບໍ່ຕັ້ງຈິດຕິຕຽນເມື່ອປາຖະໜາຟັງພຣະສັທທັມ ບໍ່ສະແຫວງຫາບຸນພາຍນອກສາສນານີ້ ແລະກະທຳການສັກກາຣະໃນເຂດບຸນພາຍໃນສາສນານີ້ ອຸປາສົກນັ້ນຊ້ອງເສບທັມອັນເປັນທີ່ຕັ້ງແຫ່ງຄວາມບໍ່ເສື່ອມ ອັນເຮົາສະແດງແລ້ວ ໗ ປະການນີ້ແລ ຍ່ອມບໍ່ເສື່ອມຈາກສັທທັມ.


ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຖກະ-ນະວະກະນິບາຕ

ພາສາໄທ ສະບັບຫລວງ ໒໓/໒໗/໒໘.


ຄວາມເສື່ອມແກ່ອຸປາສົກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ