ແມວຕາຍເພາະໜູ
ທໍາໃນເບື້ອງຕົ້ນ
ພິກຂຸ ທັງຫລາຍ! ເລື້ອງນີ້ເຄີຍມີມາແລ້ວ : ແມວຕົວໜຶ່ງ ຢືນຄອຍຈ້ອງຈັບໝູຢູ່ທີ່ປາກຊ່ອງທີ່ເທຂີ້ເຫຍື່ອແຄມຝາເຮືອນ ດ້ວຍຫວັງວ່າ "ໜູຕົວອ່ອນ ຈະອອກມາເພື່ອຫາເຫຍື່ອໃນທີ່ໃດ ຈະຈັບມັນກິນເສຍໃນທີ່ນັ້ນ" ດັ່ງນີ້. ພິກຂຸ ທັງຫລາຍ! ຄັ້ງນັ້ນໜູຕົວອ່ອນອອກໄປເພື່ອຫາກິນແລ້ວ ແມວກໍຈັບມັນກືນກິນຢ່າງໄວວາ (ທັງເປັນໆ). ໜູຕົວອ່ອນນັ້ນ ກັດລຳໃສ້ຂອງແມວນັ້ນແດ່, ກັດລຳໃສ້ສຸດຂອງແມວນັ້ນແດ, ແມວນັ້ນ ເຖິງແກ່ຄວາມຕາຍ ຫລືໃດ້ຮັບທຸກຈຽນຕາຍ ເພາະການທີ່ໜູກັດໃສ້ນັ້ນໆເປັນເຫດ.
ພິກຂຸ ທັງຫລາຍ! ເຊັ່ນໃດກໍເຊັ່ນນັ້ນ : ພິກຂຸບາງຮຸບໃນກໍລະນີນີ້ ໃນເວລາເຊົ້າ ຄອງຈີວອນຖືບາດ ເຂົ້າໄປສູ່ໜູ່ບ້ານຫລືນິຄົມ ເພື່ອບິນທະບາດ, ບໍ່ຮັກສາກາຍ ບໍ່ຮັກສາວາຈາ ບໍ່ຮັກສາຈິດ, ບໍ່ຕັ້ງສະຕິໄວ້, ບໍ່ສຳລວມອິນຊີທັງຫລາຍ, ທ່ານເຫັນມະຕຸຄາມໃນໜູ່ບ້ານຫລືນິຄົມນັ້ນໆ ຜຸ້ນຸ່ງຊົ່ວຮົ່ມຊົ່ວ ຄັນໃດ້ເຫັນມະຕຸຄາມຜູ້ນຸ່ງຊົ່ວຮົ່ມຊົ່ວເຊັ່ນນັ້ນເຂົ້າແລ້ວ ລາຄະກໍສຽບແທງຈິດຂອງທ່ານ ພິກຂຸນັ້ນມີຈິດຖືກລາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ ຫລືໃດ້ຮັບທຸກຈຽນຕາຍ.
ພິກຂຸ ທັງຫລາຍ! ທີ່ເອີ້ນວ່າ "ຕາຍໃນອະຣິຍະວິນັຍ" ນັ້ນ ໄດ້ແກ່ຜູ້ທີ່ບອກເລີກສິກຂາ ໝູນກັບຄືນໄປສູ່ເພດຕຳ່ແຫ່ງຄະຖືຫັດ. ທີ່ເອີ້ນວ່າ "ທຸກຈຽນຕາຍ" ໄດ້ແກ່ຜູ້ທີ່ຕ້ອງອາບັດອັນເສົ້າໝອງຮ້າຍແຮງອັນໃດອັນໜຶ່ງ ເຖິງກັບຕ້ອງອອກຈາກອາບັດນັ້ນ ດ້ວຍລະບຽບແຫ່ງການຢູ່ກັມ.
ບາລີ ພຣະພຸທທະພາສິດ ນິທານ. ສໍ. 16/315/681-2
ແມວຕາຍເພາະໜູ








