ເລື່ອງຫມາຈອກເຖົ້າ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ ! ພວກເຈົ້າໄດ້ຟັງເລື່ອງຂອງໝາຈອກທີ່ຢູ່ໃນປັດຈຸບັນສະໄໝແຫ່ງຣາຕຣີແລ້ວຫລືຍັງ?

ພິກຂຸທັງຫລາຍກຣາບທູນວ່າ: ໄດ້ຟັງແລ້ວ ຂ້ານ້ອຍ !

ພິກຂຸທັງຫລາຍ ! ຄວາມກະຕັນຍູບາງຢ່າງ ຄວາມກະຕະເວທີບາງຢ່າງ ຍ່ອມມີໃນໝາຈອກເຖົ້າຕົວນັ້ນ, ແຕ່ຄວາມກະຕັນຍູບ່າງຢ່າງ ຄວາມກະຕະເວທີບາງຢ່າງ ຍັງບໍ່ມີໃນພິກຂຸບາງຮູບຜູ້ປະຕິຍານຕົນວ່າ ເປັນສາກະຍະບຸຕນີ້ເລີຍ.

ເພາະເຫດນັ້ນ ພວກເຈົ້າທັງຫລາຍເພິ່ງສຶກສາຢ່າງນີ້ວ່າ:

ເຮົາຈັກເປັນຄົນກະຕັນຍູ ເຮົາຈັກເປັນຄົນກະຕະເວທີ ເຖິງອຸປະກາຣະຈະມີພຽງເລັກນ້ອຍທີ່ບຸກຄົນອື່ນກະທໍາແກ່ເຮົາ ຈັກບໍ່ເສື່ອມຫາຍໄປ.

ພິກຂຸທັງຫລາຍ ! ພວກເຈົ້າທັງຫລາຍເພິ່ງສຶກສາໄວ້ຢ່າງນີ້ແລ.


- ສູຕຕັນຕະປິດົກ ສັງຍຸຕຕະນິກາຍ ນິທານວັຄ ໑໖/໒໗໔/໖໘໕.


ເລື່ອງຫມາຈອກເຖົ້າ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ