ວ່າດ້ວຍທາງຫຼີກຫລ້ຽງຄົນຊົ່ວ

ທໍາໃນທ່າມກາງ

0:00/0:00

ດູຣາຈຸນທະ ! ປຽບເໝືອນທາງທີ່ບໍ່ລຽບພຽງ ກໍຕ້ອງມີທາງເສັ້ນອື່ນທີ່ລຽບພຽງ ສຳລັບຫຼີກທາງທີ່ບໍ່ລຽບພຽງນັ້ນ ອັນໜຶ່ງປຽບເໝືອນທ່າທີ່ບໍ່ລຽບພຽງ ກໍຕ້ອງມີທ່າອື່ນທີ່ລຽບພຽງ ສຳລັບຫຼີກທ່າທີ່ບໍ່ລຽບພຽງນັ້ນ ຄວາມບໍ່ບຽດບຽນກໍເຊັ່ນນັ້ນແລ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ບຽດບຽນ

#ການງົດເວັ້ນຈາກປານາຕິບາຕ ເປັນທາງສຳລັບຫຼີກລ້ຽງບຸກຄົນຂ້າສັຕວ໌.

#ການງົດເວັ້ນຈາກອະທິນນາທານ ເປັນທາງສຳລັບຫຼີກລ້ຽງບຸກຄົນລັກຊັບ.

#ການປະພຶດພຣົມມະຈັນ ເປັນທາງສຳລັບຫຼີກລ້ຽງບຸກຄົນເສບກາມ.

#ການງົດເວັ້ນຈາກມຸສາວາດ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ເວົ້າບໍ່ຈິງ.

#ການງົດເວັ້ນຈາກຜຣຸສວາຈາ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ເວົ້າຄຳຫຍາບ.

#ການງົດເວັ້ນຈາກສັມຜັປປຣາປະ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ເວົ້າເພີເຈີ້.

#ຄວາມເປັນຜູ້ບໍ່ເພັ່ງເລັ້ງ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມັກເພັ່ງເລັ້ງ.

#ຄວາມບໍ່ພະຍາບາດ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີຈິດພະຍາບາດ.

#ຄວາມເຫັນຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີຄວາມເຫັນຜິດ.

#ຄວາມດຳຣິຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີຄວາມດຳຣິຜິດ.

#ການກ່າວວາຈາຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີວາຈາຜິດ.

#ການງານຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນທີ່ມີງານຜິດ.

#ການລ້ຽງຊີບຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນທີ່ມີອາຊີບຜິດ.

#ຄວາມພຽນຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ທີ່ມີຄວາມພຽນຜິດ.

#ຄວາມຣະນຶກຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ທີ່ມີຄວາມຣະນຶກຜິດ.

#ຄວາມຕັ້ງໃຈຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນທີ່ມີຄວາມຕັ້ງໃຈຜິດ.

#ຄວາມຮູ້ຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນທີ່ມີຄວາມຮູ້ຜິດ.

#ວິມຸຕຕິຊອບ ເປັນທາງສຳລັບຫຼີກລ້ຽງບຸກຄົນທີ່ມີວິມຸຕຕິຜິດ.

#ຄວາມເປັນຜູ້ປາສະຈາກຖິ່ນນະມິທທະ ເປັນທາງສຳລັບຫຼີກລ້ຽງບຸກຄົນຖືກຖິ່ນມິດທະຄອບງຳ.

#ຄວາມບໍ່ຟຸ້ງຊ່ານ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີຈິດຟຸ້ງຊ່ານ.

#ຄວາມເປັນຜູ້ຂ້າມພົ້ນຈາກຄວາມສົງໄສ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ທີ່ມີຄວາມສົງໄສ.

#ຄວາມບໍ່ໂກດ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມັກໂກດ.

#ຄວາມບໍ່ເຂົ້າໄປຜູກໂກດ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ເຂົ້າໄປຜູກໂກດ.

#ຄວາມບໍ່ລົບຫລູ່ຄຸນທ່ານ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມັກລົບຫລູ່ຄົນທ່ານ.

#ຄວາມບໍ່ຍົກຕົນທຽບທ່ານ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມັກຍົກຕົນທຽມທ່ານ.

#ຄວາມບໍ່ຣິສະຫຍາ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ຣິດສະຫຍາ.

#ຄວາມບໍ່ຕະໜີ່ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ຕະໜີ່

#ຄວາມບໍ່ໂອ້ອວດ ເປັນທາງສຳລັບຫຼີກລ້ຽງບຸກຄົນຄວາມໂອ້ອວດ.

#ຄວາມບໍ່ມີມານຍາ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີມານຍາ.

ຄວາມເປັນຄົນບໍ່ດື້ດ້ານ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ດື້ດ້ານ.

ຄວາມບໍ່ດູໝິ່ນທ່ານ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ດູໝິ່ນທ່ານ.

ຄວາມເປັນຜູ້ວ່າງ່າຍ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ວ່າຍາກ.

ຄວາມເປັນຜູ້ມີມິດດີ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີມິດຊົ່ວ.

ຄວາມບໍ່ປະມາດ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ທີ່ປະມາດ.

ຄວາມເຊື່ອ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ບໍ່ມີສັດທາ.

ຄວາມລະອາຍຕໍ່ບາບ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ບໍ່ມີຄວາມລະອາຍຕໍ່ບາບ.

ຄວາມຢ້ານກົວຕໍ່ບາບ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ບໍ່ມີຄວາມຢ້ານກົວຕໍ່ບາບ.

ຄວາມເປັນພະຫູສູດ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີການສະດັບຟັງນ້ອຍ.

ການປາຣົບຄວາມພຽນ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ກຽດຄ້ານ.

ຄວາມເປັນຜູ້ມີສະຕິດຳລົງໝັ່ນ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີສະຕິຫຼົງລືມ.

ຄວາມເຖິງພ້ອມດ້ວຍປັນຍາ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ມີປັນຍາຕໍ່າຊາມ.

ຄວາມເປັນຜູ້ບໍ່ລູບຄຳທິດຖິຂອງຕົນ ບໍ່ຍຶດຖືໝັ້ນຄົງ ແລະບຸກຄົນອື່ນໃຫ້ສະລະຄືນໄດ້ໂດຍງ່າຍ ເປັນທາງສຳລັບຫຼີກລ້ຽງບຸກຄົນຜູ້ລູບຄຳທິດຖິຂອງຕົນມຍຶດຖືໝັ້ນຄົງແລະບຸກຄົນອື່ນໃຫ້ສະລະຄືນໄດ້ໂດຍຍາກ.

ດູຣາຈຸນທະ ປຽບເໝືອນອະກຸສົນທັມທັງມວນ ເປັນເຫດໃຫ້ເຖິງຄວາມເປັນເບື້ອງລຸ່ມ ກຸສົນທັມທັງມວນ ເປັນເຫດໃຫ້ເຖິງຄວາມເປັນເບື້ອງເທິງ ເຊັ່ນໃດ ຄວາມບໍ່ບຽດບຽນກໍເຊັ່ນນັ້ນແລ ຍ່ອມເປັນທັມສຳລັບຄວາມເປັນເບື້ອງເທິງຂອງບຸກຄົນຜູ້ບຽດບຽນ.

ການງົດເວັ້ນຈາກປານາຕິບາດ ຍ່ອມເປັນທັມສຳລັບຄວາມເປັນເບື້ອງເທິງຂອງບຸກຄົນຂ້າສັຕວ໌

ການງົດເວັ້ນຈາກອະທິນນາທານ ຍ່ອມເປັນທັມສຳລັບຄວາມເປັນເບື້ອງເທິງຂອງບຸກຄົນຜູ້ລັກຊັບ ໆລໆ

ຄວາມເປັນຜູ້ບໍ່ລູບຄຳທິດຖິຂອງຕົນ ບໍ່ຍຶດຖືໝັ້ນຄົງ ແລະສະລະຄືນໄດ້ໂດຍງ່າຍເປັນທາງສຳລັບຄວາມເບື້ອງເທິງຂອງບຸກຄົນຜູ້ລູບຄຳທິດຖິຂອງຕົນ ຍຶດຖືໝັ້ນຄົງ ແລະສະລະຄືນໄດ້ໂດຍຍາກ.


- ພຣະໄຕຣປີດົກ ໄທ (ສະບັບຫລວງ) ເຫຼັ້ມທີ ໑໒

#ຫນ້າທີ໕໘-໖໐


ວ່າດ້ວຍທາງຫຼີກຫລ້ຽງຄົນຊົ່ວ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ