ດີຊົ່ວບໍ່ໄດ້ຢູ່ທີ່ວັນເວລາ ດີຊົ່ວຢູ່ທີ່ການກະທຳຂອງບຸກຄົນຕ່າງຫາກ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ ! ສັຕເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັຕເຫລົ່ານັ້ນ;

ພິກຂຸທັງຫລາຍ ! ສັຕເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງກໍເປັນເວລາທ່ຽງທີ່ດີຂອງສັຕເຫລົ່ານັ້ນ;

ພິກຂຸທັງຫລາຍ ! ສັຕເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາຄ່ຳ ເວລາຄ່ຳກໍເປັນເວລາຄ່ຳທີ່ດີຂອງສັເຫລົ່ານັ້ນ.

ສັຕທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ວ່າເປັນເຣີກດີ ມຸງຄຸລດີ ສະຫວ່າງດີ ຮຸ່ງດີ ຂະນະດີ ຍາມດີ ແລະບູຊາດີໃນພຣົມມະຈາຣີບຸຄຄົລທັງຫລາຍ.

ກາຍກັມເປັນສ່ວນເບື້ອງຂວາ ຄວາມປາຖະໜາຂອງທ່ານເປັນສ່ວນເບື້ອງຂວາ ສັຕທັງຫລາຍກະທຳກັມອັນເປັນສ່ວນເບື້ອງຂວາແລ້ວ ຍ່ອມໄດ້ຜົນປະໂຫຍດອັນເປັນສ່ວນເບື້ອງຂວາ ທ່ານເຫລົ່ານັ້ນໄດ້ປະໂຫຍດແລ້ວ ຍ່ອມໄດ້ຮັບຄວາມສຸຂ ຍ່ອມງອກງາມໃນພຸທທະສາສນາ ຍ່ອມບໍ່ມີໂຣຄ ເຖິງຄວາມສຸຂພ້ອມດ້ວຍຍາຕທັງມວນ.


ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ເອກະ-ທຸກ-ຕິກະນິບາຕ ພາສາໄທ ສະບັບຫລວງ ເຫລັ້ມທີ ໒໐/໒໘໕-໒໘໖/໕໙໕


ດີຊົ່ວບໍ່ໄດ້ຢູ່ທີ່ວັນເວລາ ດີຊົ່ວຢູ່ທີ່ການກະທຳຂອງບຸກຄົນຕ່າງຫາກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ