ວ່າດ້ວຍກິເລສປຽບດ້ວຍກະແສນ້ຳ
ທໍາໃນທ່າມກາງ
ດູຣາພິກຂຸທັງຫລາຍ ! ປຽບເຫມືອນບຸຣຸສທີ່ຖືກກະແສແຫ່ງແມ່ນ້ຳຄື ປິຍຮູປ ແລະ ສາຕຮູປ ພັດໄປ ບຸຣຸສຜູ້ມີຈັກຂຸຍືນຢູ່ທີ່ຝັ່ງເຫັນບຸຣຸສນັ້ນແລ້ວ ຈຶງກ່າວຢ່າງນີ້ວ່າ ...
ແນ່ະບຸຣຸສຜູ້ຈະເຣີນ ! ທ່ານຖືກກະແສແຫ່ງແມ່ນ້ຳຄື ປິຍຮູປ ແລະ ສາຕຮູປ ພັດໄປ ແມ່ນໂດຍແທ້ ແຕ່ທ່ານເຖິງວັງນ້ຳທີ່ມີຢູ່ພາຍໃຕ້ແຫ່ງແມ່ນ້ຳນີ້ເຊິງມີຄື່ນ ມີຄວາວົນວຽນ ມີສັຕວ໌ຮ້າຍ ມີພາຍນ້ຳ ຍ່ອມເຂົ້າເຖິງຄວາມຕາຍ ຫລື ຄວາມທຸກຂ໌ ປາງຕາຍ
ລຳດັບນັ້ນແລ ບຸຣຸສນັ້ນ ໄດ້ຟັງສຽງບຸຣຸສນັ້ນແລ້ວ ຈຶງພະຍາຍາມລອຍທວນກະແສ ດ້ວຍມືທັງ ສອງ ແລະ ຕີນທັງສອງ
ດູຣາພິກຂຸທັງຫລາຍ ! ເຮົາສະແດງຂໍ້ອຸປະມານີ້ແລ ເພື່ອຈະໃຫ້ແຈ່ມແຈ້ງເຊິ່ງເນື້ອຄວາມ ກໍອຸປະມານີ້ມີຄວາມດັ່ງຕໍ່ໄປນີ້
ດູຣາພິກຂຸທັງຫລາຍ ! .....
ຄຳວ່າ ກະແສແຫ່ງແມ່ນ້ຳ ນີ້ແລ ເປັນຊື່ແຫ່ງ ຕັນຫາ
ຄຳວ່າ ປິຍຮູປ ແລະ ສາຕຮູປ ເປັນຊື່ ອາຍະຕະນະ ພາຍໃນ 6
ຄຳວ່າ ວັງນ້ຳໃນພາຍໃຕ້ ເປັນຊື່ແຫ່ງໂອຣົມພາຄິຍະສັງໂຍຊນ໌ 5
ຄຳວ່າ ມີຄື່ນ ເປັນຊື່ແຫ່ງ ຄວາມໂກຣ ແລະ ຄວາມ ແຄ້ນໃຈ
ຄຳວ່າ ມີຄວາມວົນວຽນ ເປັນຊື່ແຫ່ງ ກາມມະຄຸນ 5
ຄຳວ່າ ມີສັຕວ໌ຮ້າຍ ມີພາຍນ້ຳ ເປັນຊື່ ຂອງ ມາຕຸຄາມ
ຄຳວ່າ ທວນກະແສນ້ຳ ເປັນຊື່ຂອງ ເນກຂັມມະ
ຄຳວ່າ ພະຍາຍາມດ້ວຍມື ທັງສອງ ແລະ ດ້ວຍຕີນ ທັງສອງ ເປັນຊື່ແຫ່ງການປາຣົບຄວາມພຽນ
ຄຳວ່າ ບຸຣຸສຜູ້ມີຈັກຂຸຍືນຢູ່ທີ່ຝັ່ງ ເປັນຊື່ຂອງ ພຣະຕະຖາຄົຕອະຣະຫັນຕະສັມມາສັມພຸທທະເຈົ້າ
ພິກຂຸຕ້ອງລະກາມທັງຫລາຍແມ່ນກັບດ້ວຍທຸກຂ໌ ເມື່ອປາຖະຫນາເຊິ່ງຄວາມກະເສມຈາກໂຍຄະຕໍ່ໄປ ຕ້ອງເປັນຜູ້ມີ ສັມປະຊັນຍະ ມີຈິຕຫລຸດພົ້ນແລ້ວດ້ວຍດີ ຖືກຕ້ອງວິມຸຕຕິໃນກາລເປັນທີ່ບັນລຸມັຄແລະຜົມນັ້ນ ພິກຂຸນັ້ນຜູ້ເຖິງເວທ ຢູ່ຈົບພຣົມມະຈັນແລ້ວ ເຖິງທີ່ສຸດແຫ່ງໂລກ(ຂັນທ໌ 5) ເຮົາກ່າວວ່າ ເປັນຜູ້ເຖິງຝັ່ງແລ້ວ
- ສະບັບຫລວງ ເລ່ມທີ່ 25 ຫນ້າ 248 ຂໍ້ 289.
ວ່າດ້ວຍກິເລສປຽບດ້ວຍກະແສນ້ຳ








