ສັນຍາ 10 ປະການ

ທໍາໃນທີສຸດ

0:00/0:00

ສັນຍາ ໑໐ ປະການ

(ຖານະແຫ່ງການຮັກສາໂລກ)

ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາພິກຂຸຄິຣິມານົນທ໌ ແລ້ວກ່າວສັນຍາ ໑໐ ປະການແກ່ທ່ານແລ້ວ ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄື ພິກຂຸຄິຣິມານົນທ໌ ຟັງສັນຍາສິບປະການແລ້ວ ອາພາທອັນເປັນທຸກຂ໌ຫຼາຍຂອງທ່ານ ກໍ່ຈະຣະງັບໄປໂດຍຄວນແກ່ຖານະ ສັນຍາ ໑໐ ປະການນັ້ນ ຄື ອະນິຈຈະສັນຍາ, ອະນັຕຕະສັນຍາ, ອະສຸພະສັນຍາ, ອາທີນະວະສັນຍາ, ປະຫານະສັນຍາ, ວິຣາຄະສັນຍາ, ນິໂຣທະສັນຍາ, ສັພພະໂລເກອະນະພິຣະຕະສັນຍາ, ສັພພະສັງຂາເຣສຸອະນິຈຈະສັນຍາ, ອານາປານະສະຕິ.

ອານົນທ໌ ! ອະນິຈຈະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼືສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ ຮູປບໍ່ທ່ຽງ ເວທະນາບໍ່ທ່ຽງ ສັນຍາບໍ່ທ່ຽງ ສັງຂາຣບໍ່ທ່ຽງ ວິນຍານບໍ່ທ່ຽງ ດັ່ງນີ້, ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງໃນອຸປາທານຂັນທ໌ທັງຫ້າເຫຼົ່ານີ້ຢູ່ ດ້ວຍອາການຢ່າງນີ້ ອານົນທ໌ ! ນີ້ຮຽກວ່າ: ອະນິຈຈະສັນຍາ.

ອານົນທ໌ ! ອະນັຕຕະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼືສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ “ຕາເປັນອະນັຕຕາ ຮູປເປັນອະນັຕຕາ ຫູເປັນອະນັຕຕາ ສຽງເປັນອະນັຕຕາ ດັງເປັນອະນັຕຕາ ກິ່ນ ເປັນອະນັຕຕາ ລີ້ນເປັນອະນັຕຕາ ຣົສເປັນອະນັຕຕາ ກາຍເປັນອະນັຕຕາ ໂຜຕຖັພພະເປັນອະນັຕຕາ ໃຈເປັນອະນັຕຕາ ທັມມາຣົມເປັນອະນັຕຕາ” ດັ່ງນີ້, ເປັນຜູ້ເຫັນເຊິ່ງຄວາມເປັນອະນັຕຕາໃນອາຍະຕະນະທັງພາຍໃນແລະພາຍນອກ ໖ ເຫຼົ່ານີ້ຢູ່ ດ້ວຍອາການຢ່າງນີ້ ອານົນທ໌ ! ນີ້ຮຽກວ່າ: ອະນັຕຕະສັນຍາ.

ອານົນທ໌ ! ອະສຸພະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ຍ່ອມພິຈາຣະນາເຫັນກາຍນີ້ນັ້ນແລ ເບື້ອງເທິງແຕ່ພື້ນຕີນຂື້ນໄປ ເບື້ອງລຸ່ມ ແຕ່ປາຍຜົມລົງມາ ມີໜັງຫຸ້ມຢູ່ໂດຍຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະການຕ່າງໆ ວ່າ ມີຢູ່ໃນກາຍນີ້ ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ລຳໄສ້ ລຳໄສ້ສຸດ ອາຫາຣໃນກະເພາະ ອຸຈຈາຣະ ບີ ສະເຫຼດ ນ້ຳໜອງ ເລືອດ ເຫື່ອ ໄຂມັນ ນ້ຳຕາ ນ້ຳເຫຼືອງ ນ້ຳລາຍ ນ້ຳເມືອກ ນ້ຳມື່ນຫຼໍ່ຂ້ໍ ນ້ຳມູຕ ເປັນຜູ້ເຫັນຄວາມບໍ່ງາມໃນກາຍນີ້ຢູ່ ດ້ວຍອາການຢ່າງນີ້ ອານົນທ໌ ! ນີ້ຮຽກວ່າ ອະສຸພະສັນຍາ.

ອານົນທ໌ ! ອາທີນະວະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼືສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ “ກາຍນີ້ມີທຸກຂ໌ຫຼາຍ ມີໂທດຫຼາຍ ຄືໃນກາຍນີ້ມີອາພາທຕ່າງໆເກີດຂື້ນ ກ່າວຄື ໂຣຄຕາ ໂຣຄຫູ ໂຣຄດັງ ໂຣຄລີ້ນ ໂຣຄກາຍ ໂຣຄທີ່ຫົວ ໂຣຄທີ່ຫູ ໂຣຄປາກ ໂຣຄຟັນ ໂຣຄໄອ ໂຣຄຫືດ ໄຂ້ຫັວດ ໄຂ້ພິດຮ້ອນ ໄຂ້ຊຶມເສົ້າ ໂຣຄກະເພາະ ໂຣຄລົມສະຫຼົບ ລົງແດງ ຈຸກສຽບ ເຈັບສຽບ ໂຣຄເຣື້ອລັງ ໂຣຄຝີ ໂຣຄກາກ ໂຣຄຫລອດລົມໂປ່ງພອງ ໂຣຄລົມບ້າໝູ ໂຣຄຫິດເປື່ອຍ ໂຣຄຫິດດ້ານ ໂຣຄແຜເຣື້ອຣັງ ໂຣຄຝຸ່ນລະອອງ ໂຣຄບ່ວມ ໂຣຄອາຈຽນໂລຫິຕ ໂຣຄບີຊ່ານ ໂຣຄເບົາຫວານ ໂຣຄເຣິມ (ຊື່ໂຣຄທີ່ຕິດເຊື້ອໄວຣັສຊະນິດໜຶ່ງ ຂຶ້ນເປັນເມັດນ້ອຍໆ ພອງໃສຕິດກັນເປັນກຸ່ມ ມີອາການຄັນ ປວດແສບອອກຮ້ອນ) ໂຣຄພຸພອງ ຣິດສີດວງທະວາຣ ອາພາທມີບີເປັນສະມຸຕຖານ ອາພາທມີເສມຫະເປັນສະມຸຕຖານ ອາພາທມີລົມເປັນສະມຸຕຖານ ໄຂ້ສັນນິບາຕ ໄຂ້ເພາະຣະດູປ່ຽນແປງ ໄຂ້ເພາະບໍຣິຫາຣກາຍບໍ່ສະໝ່ຳສະເໝີ ໄຂ້ເພາະອອກກຳລັງເກີນ ໄຂ້ເພາະວິບາກແຫ່ງກັມ ຄວາມບໍ່ສະບາຍເພາະຄວາມໜາວ ຄວາມຮ້ອນ ຄວາມຫິວ ຄວາມກະຫາຍ ການຖ່າຍປັສສະວະ” ດັ່ງນີ້ ເປັນຜູ້ເຫັນໂທດໃນກາຍນີ້ຢູ່ ດ້ວຍອາການຢ່າງນີ້ ອານົນທ໌ ! ນີ້ຮຽກວ່າ ອາທີນະວະສັນຍາ.

ອານົນທ໌ ! ປະຫານະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ຍ່ອມບໍ່ຍິນດີ ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມກະທຳໃຫ້ເຖິງຄວາມບໍ່ມີເຊິ່ງກາມວິຕົກທີ່ເກີດຂື້ນແລ້ວ; ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມກະທຳໃຫ້ເຖິງຄວາມບໍ່ມີເຊິ່ງພະຍາປາທະວິຕົກທີ່ເກີດຂື້ນແລ້ວ ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມກະທຳໃຫ້ເຖິງຄວາມບໍ່ມີເຊິ່ງວິຫິງສາວິຕົກທີ່ເກີດຂື້ນແລ້ວ ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມກະທຳໃຫ້ເຖິງຄວາມບໍ່ມີເຊິ່ງອະກຸສົລທັມທັງຫຼາຍອັນເປັນບາບທີ່ເກີດຂື້ນແລ້ວ ອານົນທ໌ ! ນີ້ຮຽກວ່າ ປະຫານະສັນຍາ.

ອານົນທ໌ ! ວິຣາຄະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼືສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ “ທັມມະຊາຕນັ້ນສະຫງົບ ທັມມະຊາຕນັ້ນປານີດ ກ່າວຄື ທັມມາຊາດອັນເປັນທີ່ຣະງັບແຫ່ງສັງຂາຣທັງປວງ ເປັນທີ່ສະລະຄືນເຊິ່ງອຸປະທິທັງປວງ ເປັນທີ່ສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບເຢັນ” ດັ່ງນີ້

ອານົນທ໌ ! ນີ້ຮຽກວ່າ ວິຣາຄະສັນຍາ.

ອານົນທ໌ ! ນິໂຣທະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼືສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢູ່ຢ່າງນີ້ວ່າ “ທັມມະຊາຕນັ້ນສະຫງົບ ທັມມະຊາຕນັ້ນປານີດ ກ່າວຄື ທຳມະຊາດອັນເປັນທີ່ຣະງັບແຫ່ງສັງຂາຣທັງປວງ ເປັນທີ່ສະລະຄືນເຊິ່ງອຸປະທິທັງປວງ ເປັນທີ່ສິ້ນໄປແຫ່ງຕັນຫາ ເປັນຄວາມດັບ ເປັນຄວາມດັບເຢັນ” ດັ່ງນີ້

ອານົນທ໌ ! ນີ້ຮຽກວ່າ ນິໂຣທະສັນຍາ.

ອານົນທ໌ ! ສັພພະໂລເກອະນະພິຣະຕະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ອະນຸສັຍ(ຄວາມເຄີຍຊິນ) ໃນການຕັ້ງທັບ ໃນການຝັງຕົວເຂົ້າໄປຢຶດໝັ້ນແຫ່ງຈິຕດ້ວຍຕັນຫາ ອຸປາທານໃດໆ ໃນໂລກມີຢູ່ ເຂົາລະຢູ່ເຊິ່ງອະນຸສັຍນັ້ນໆ ງົດເວັ້ນ ບໍ່ເຂົ້າໄປຢຶດຖືຢູ່ ອານົນທ໌ ! ນີ້ຮຽກວ່າ ສັພພະໂລເກອະນະພິຣະຕະສັນຍາ (ຄວາມສຳຄັນໃນໂລກທັງປວງວ່າເປັນສິ່ງບໍ່ໜ້າຍິນດີ).

ອານົນທ໌ ! ສັພພະສັງຂາເຣສຸອະນິຈຈະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ຍ່ອມອຶດອັດ ຍ່ອມລະອາ ຍ່ອມກຽດຊັງ ຕໍ່ສັງຂາຣທັງປວງ ອານົນທ໌ ! ນີ້ຮຽກວ່າ ສັພພະສັງຂາເຣສຸອະນິຈຈະສັນຍາ (ມີຄວາມສຳຄັນວ່າບໍ່ທ່ຽງໃນສັງຂາຣທັງປວງ).

ອານົນທ໌ ! ອານາປານະສະຕິເປັນຢ່າງໃດໜໍ ?

ອານົນທ໌ ! ໃນກໍຣະນີນີ້ ພິກຂຸໄປແລ້ວສູ່ປ່າ ສູ່ເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຈົ້ານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ.

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ; ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ;

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ (ສັພພະກາຍະປະຕິສັງເວທີ) ຫາຍໃຈເຂົ້າ; ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນເປັນຜູ້ທຳກາຍສັງຂາຣໃຫ້ຣະງັບ (ປັສສັັມພະຍັງ ກາຍະສັງຂາຣັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳກາຍສັງຂາຣໃຫ້ຣະງັບ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ (ປີຕິປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາພເຊິ່ງສຸຂ (ສຸຂປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ (ຈິຕຕະສັງຂາຣປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ທຳຈິຕຕະສັງຂາຣໃຫ້ຣະງັບ (ປັສສັມພະຍັງ ຈິຕຕະສັງຂາຣັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳຈິຕຕະສັງຂາຣໃຫ້ຣະງັບ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ (ຈິຕຕະປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ທຳຈິຕໃຫ້ປາໂມທຍ໌ຢ່າງຍິ່ງ (ອະພິປປະໂມທະຍັງ ຈິຕຕັງ)ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳຈິຕໃຫ້ປາໂມທຍ໌ຢ່າງຍິ່ງ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ (ສະມາທະຫັງ ຈິຕຕັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ (ວິໂມຈະຍັງ ຈິຕຕັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ (ອະນິຈຈານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ (ວິຣາຄານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ (ນິໂຣທານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈອອກ”

ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ (ປະຕິນິສສັຄຄານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ”

ອານົນທ໌ ! ນີ້ຮຽກວ່າ ອານາປານະສະຕິ.

ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາພິກຂຸຄິຣິມານົນທ໌ ແລ້ວກ່າວສັນຍາ ໑໐ ປະການເຫຼົ່ານີ້ແກ່ທ່ານນັ້ນແລ້ວ ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄື ເມື່ອພິກຂຸຄິຣິມານົນທ໌ຟັງສັນຍາສິບປະການແລ້ວ ອາພາທອັນເປັນທຸກຂ໌ຫຼາຍຂອງທ່ານນັ້ນກໍ່ຈະຣະງັບໄປໂດຍຄວນແກ່ຖານະ.


ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໙໙-໑໐໒/໖໐

[ພຸທທະວະຈະນະ ອານາປານະສະຕິ ]


ສັນຍາ 10 ປະການ 

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ