ຄົນຖິ້ມທັມ
ທໍາໃນເບື້ອງຕົ້ນ
ພິກຂຸ ທັງຫລາຍ! ໃນທິດໃດ ພວກພິກຂູ ເກີດຂັດແຍ່ງທະເລາະວິວາດ ຈິ້ມແທງກັນແລະກັນດ້ວຍຫອກປາກ ., ພິກຂຸ ທັງຫລາຍ.! ທິດນັ້ນ ແມ່ນແຕ່ພຽງນຶກເຖິງກໍບໍ່ເປັນທີ່ຜາສຸກແກ່ເຮົາເສຍແລ້ວ ບໍ່ຕ້ອງກ່າວເຖິງການໄປໃນທີ່ນັ້ນ. ໃນກໍລະນີນີ້ເຮົາເຊື່ອແນ່ແກ່ໃຈວ່າ ເປັນເພາະພິກຂຸເຫລົ່ານັ້ນ ໃດ້ລະຖິ້ມທັມສາມຢ່າງເສຍແລ້ວພາກັນມາຖື ກະທຳໃຫ້ຫລາຍໃນທັມສາມຢ່າງ. ທັມສາມຢ່າງ ຢ່າງໃດໜໍທີ່ທ່ານລະຖິ້ມເສຍ? ສາມຢ່າງ ຄື:
(1) ຄວາມນຶກຄິດໃນການຫລີກອອກຈາກຄວາມພົວພັນໃນກາມ,
(2) ຄວາມນຶກຄິດໃນການທຳຄວາມບໍ່ມຸ່ງຮ້າຍ,
(3) ຄວາມນຶກຄິດໃນການບໍ່ທຳຄົນອື່ນໃຫ້ລຳບາກ. ທັມສາມຢ່າງເຫລົ່ານີ້ແລ ທີ່ພວກພິກຂຸເຫລົ່ານັ້ນ ລະຖິ້ມເສຍແລ້ວ.
ກໍທັມອີກສາມຢ່າງ ຢ່າງໃດໝໍ ທີ່ພວກພິກຂຸເຫລົ່ານັ້ນພາກັນຖື ກະທຳເພີ່ມພູນໃຫ້ຫລາຍ? ສາມຢ່າງຄື:
(1) ຄວາມນຶກຄິດໃນທາງກາມ
(2) ຄວາມນຶກຄິດໃນທາງມຸ່ງຮ້າຍ
(3) ຄວາມນຶກຄິດທີ່ກໍ່ໃຫ້ເກີດຄວາມລຳບາກແກ່ຜູ້ອື່ນ. ທັມສາມຢ່າງເຫລົ່ານີ້ແລ ທີ່ພວກພິກຂຸເຫລົ່ານັ້ນພາກັນຖື ກະທຳເພີ່ມພູນໃຫ້ຫລາຍ.
ພິກຂຸ ທັງຫລາຍ! ໃນທິດໃດ ພວກພິກຂຸ ເກີດຂັດແຍ່ງ ທະເລາະວິວາດ ຈິ້ມແທງກັນແລະກັນດ້ວຍຫອກປາກຢູ່., ພິກຂຸ ທັງຫລາຍ! ທິດນັ້ນ ແມ່ນແຕ່ພຽງນຶກເຖິງກໍບໍ່ເປັນທິ່ຜາສຸກແກ່ເຮົາເສຍແລ້ວ ບໍ່ຕ້ອງກ່າວເຖິງການໄປໃນທີ່ນັ້ນ. ໃນກໍລະນີນີ້ ເຮົາເຊື່ອແນ່ແກ່ໃຈວ່າ ເປັນເພາະພວກພິກຂຸເຫລົ່ານັ້ນ ລະຖິ້ມທັມສາມຢ່າງເຫລົ່ານັ້ນເສຍແລ້ວ ແລະພາກັນມາຖື ກະທຳໃຫ້ຫລາຍໃນທັມສາມຢ່າງເຫລົ່ານີ້ແທນ.
ບາລີ ພຣະພຸທທະພາສິດ ຕິກ. ອໍ. 20/355/564.
ຄົນຖິ້ມທັມ








