ມະນຸສຜີ

ທໍາໃນເບື້ອງຕົ້ນ

0:00/0:00

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ການຢູ່ຮ່ວມກັນ ໔ ປະການນີ້ ໔ ປະການເປັນແນວໃດໜໍ ? ຄື

໑.ຊາຍຜີຢູ່ຮ່ວມກັບຍິງຜີ

໒.ຊາຍຜີຢູ່ຮ່ວມກັບຍິງເທວະດາ

໓.ຊາຍເທວະດາຢູ່ຮ່ວມກັບຍິງຜີ

໔.ຊາຍເທວະດາຢູ່ຮ່ວມກັບຍິງເທວະດາ

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ກໍຊາຍຜີຢູ່ຮ່ວມກັບຍິງຜີ ເປັນແນວໃດໜໍ ?

#ສາມີ ໃນໂລກນີ້ເປັນຜູ້ມັກຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ #ເປັນຄົນທຸສີລ ມີບາບກັມ ມີໃຈອັນມົນທິນຄືຄວາມຂີ້ຖີ່ຄອບງຳ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ແມ່ນວ່າ#ພັນຣະຍາ ຂອງເຂົາກໍເປັນຜູ້ມັກຂ້າສັຕ ລັກຊັບ ປະພຶດຜິດໃນກາມ #ເປັນຄົນທຸສີລ ມີບາບກັມ ມີໃຈອັນມົນທິນຄືຄວາມຂີ້ຖີ່ຄອບງຳ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! #ຊາຍຜີຢູ່ຮ່ວມກັບຍິງຜິ ເປັນດັ່ງນີ້ແລ.

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ກໍຊາຍຜີຢູ່ຮ່ວມກັບຍິງເທວະດາ ເປັນແນວໃດໜໍ ?

#ສາມີ ໃນໂລກນີ້ #ເປັນຜູ້ມັກຂ້າສັຕ ໆລໆ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ສ່ວນ#ພັນຣະຍາ ຂອງເຂົາ #ເປັນຜູ້ງົດເວັ້ນ ຈາກການຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ມີສີລ ມີກັນລະຍານະທັມ ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! #ຊາຍຜີຢູ່ຮ່ວມກັບຍິງເທວະດາ ດັ່ງນິ້ແລ.

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ກໍຊາຍເທວະດາຢູ່ຮ່ວມກັບຍິງຜີ ເປັນແນວໃດໜໍ ?

#ສາມີ ໃນໂລກນີ້ #ເປັນຜູ້ງົດເວັ້ນ ຈາກການຂ້າສັຕ ໆລໆ ຢູ່ຄອງເຮືອນ ສ່ວນ#ພັນຣະຍາ ຂອງເຂົາ#ເປັນຜູ້ມັກຂ້າສັຕ ໆລໆ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! #ຊາຍເທວະດາຢູ່ຮ່ວມກັບຍິງຜີ ເປັນດັ່ງນີ້ແລ.

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ກໍຊາຍເທວະດາຢູ່ຮ່ວມກັບຍິງເທວະດາ ເປັນແນວໃດໜໍ ?

#ສາມີ ໃນໂລກນີ້#ເປັນຜູ້ງົດເວັ້ນ ຈາກການຂ້າສັຕ ໆລໆ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ແມ່ນວ່າ#ພັນຣະຍາ ຂອງເຂົາກໍ #ເປັນຜູ້ງົດເວັ້ນ ຈາກການຂ້າສັຕ ໆລໆ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! #ຊາຍເທວະດາຢູ່ຮ່ວມກັບຍິງເທວະດາ ດັ່ງນີ້ແລ.

ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ການຢູ່ຮ່ວມ ໔ ປະການຢ່າງນີ້ແລ.

#ພັນຣະຍາແລະສາມີທັງສອງເປັນຜູ້ທຸສີລ ເປັນຄົນຂີ້ຖີ່ມັກດ່າສະມະນະພຣາມ #ຊື່ວ່າເປັນຜີມາຢູ່ຮ່ວມກັນ.

#ສາມີເປັນຜູ້ທຸສີລ ມີຄວາມຂີ້ຖີ່ ມັກດ່າສະມະນະພຣາມສ່ວນ #ພັນຣະຍາເປັນຜູ້ມີສີລ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກຄວາມຂີ້ຖີ່ #ພັນຣະຍານັ້ນຊື່ວ່າຍິງເທວະດາຢູ່ຮ່ວມກັບຊາຍຜີ.

#ສາມີເປັນຜູ້ມີສີລ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກຄວາມຂີ້ຖີ່ ສ່ວນ#ພັນຣະຍາເປັນຜູ້ທຸສີລ ມີຄວາມຂີ້ຖີ່ ມັກດ່າສະມະນະພຣາມ #ຊື່ວ່າຍິງຜີຢູ່ຮ່ວມກັບຊາຍເທວະດາ.

#ທັງສອງເປັນຜູ້ມີສັດທາ#ຮູ້ຄວາມປະສົງຂອງຜູ້ຂໍ#ມີຄວາມສັງລວມ#ເປັນຢູ່ໂດຍທັມ#ພັນຣະຍາແລະສາມີທັງສອງນັ້ນ#ເຈຣະຈາຖ້ອຍຄຳທີ່ຫນ້າຮັກແກ່ກັນແລະກັນ#ຍ່ອມມີຄວາມຈະເຣີນຮຸ່ງເຮືອງຫລາຍ#ມີຄວາມຜາສຸຂທັງສອງຝ່າຍ #ມີສີລສະເໝີກັນ #ຮັກໃຄ່ກັນຫລາຍ #ບໍ່ມີໃຈຮ້າຍຕໍ່ກັນ #ຄັນປະພຶດທັມ #ໃນໂລກນີ້ແລ້ວ #ທັງສອງເປັນຜູ້ມີສີລແລະວັຕສະເໝີກັນ #ຍ່ອມເປັນຜູ້ສະເຫວີຍກາມາຣົມ #ເພີດເພີນບັນເທີງໃຈຢູ່ໃນເທວະໂລກ.

ສິ່ງໃດມີຄວາມເກີດ ເປັນທັມມະດາ

ສິ່ງນັ້ນທັງຫມົດ

ມີຄວາມດັບໄປ ເປັນທັມທະດາ


-ບາລີ ຈຕຸກກ. ອັງ. ໒໑/໗໔/໕໓

-ບາລີ ມຫາ. ທີ. ໑໐/໔໙/໔໙


ມະນຸດຜີ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ