ສະຫລາດໃນວາລະຈິຕແຫ່ງຕົນ
ທໍາໃນທ່າມກາງ
ພິກຂຸທັງຫລາຍ ! ຖ້າພິກຂຸບໍ່ເປັນຜູ້ສະຫລາດໃນວາລະຈິຕຂອງຜູ້ອື່ນແລ້ວນັ້ນ ເມື່ອເປັນຢ່າງນັ້ນທ່ານຈົ່ງ ທຳຄວາມລະນຶກຢ່າງນີ້ວ່າ “ເຮົາຈັກເປັນຜູ້ສະຫລາດໃນວາລະຈິຕຂອງຕົນ” ດັ່ງນີ້ເຖີ້ນ.
ພິກຂຸທັງຫລາຍ ! ພິກຂຸເປັນຜູ້ສະຫລາດໃນວາລະຈິຕແຫ່ງຕົນ ເປັນແນວໃດໜໍ ?
ພິກຂຸທັງຫລາຍ ! ປຽບເຫມືອນຊາຍຫນຸ່ມ ຍິ່ງສາວ ທີ່ມັກແຕ່ງຕົວສ່ອງເບິ່ງເງົາຫນ້າຂອງຕົນ ທີ່ ແວ່ນສ່ອງຫນ້າ ຫລື ພາຊະນະນ້ຳໃສອັນບໍຣິສຸດ ຫມົດຈົດໃສສະອາດ ຖ້າເຫັນທຸລີ ຫລື ຕຸ່ມທີ່ຫນ້າ ກໍພະຍາຍາມ ນຳທຸລີ ຫລື ຕຸ່ມທີ່ຫນ້ານັ້ນອອກເສຍ ຖ້າບໍ່ເປັນທຸລີ ຫລືຕຸ່ມ ກໍຍິນດີພໍໃຈວ່າເປັນລາພໜໍ ບໍຣິສຸດດີແລ້ວໜໍ ຂໍ້ນີ້ສັນໃດ
ພິກຂຸທັງຫລາຍ ! ການພິຈາຣະນາຂອງພິກຂຸ ກໍສັນນັ້ນເຫມືອນກັນ ຄື ຈະມີອຸປະກາຣະຫລາຍໃນກຸສົລທັມທັງຫລາຍ ໃນເມື່ອທ່ານພິຈາລະນາວ່າ
“ ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍມີອະພິຊະຍາ ຫລື ບໍ່ມີ ອະພິຊະຍາ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍມີຈິດພະຍາບາດ ຫລື ບໍ່ມີຈິຕພະຍາບາດ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍມີ ຖີນະມິທທະປຸ້ມລຸມ ຫລື ປາສະຈາກຖີນະມິທທະ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍມີຄວາມ ຟຸ່ງຊ່ານ ຫລື ບໍ່ຟຸ່ງຊ່ານ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍມີ ວິຈິກິຈສາ ຫລື ຫມົດ ວິຈິກິຈສາ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍເປັນຜູ້ມັກໂກຣ ຫລື ບໍ່ມັກໂກຣ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍມີຈິຈເສົ້າ
ຫມອງຫລືວ່າບໍ່ມີຈິຕເສົ້າຫມອງ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍມີກາຍອັນຄຽດຄັດໃນການປະຕິບັດທັມ ຫລື ບໍ່ມີກາຍອັນຄຽດຄັດ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍເປັນຜູ້ກຽດຄ້ານ ຫລືເປັນຜູ້ປາຣົບຄວາມພຽນ
ເຮົາມີຊີວິດຢູ່ສ່ວນຫລາຍ ໂດຍມີຈິຕຕັ້ງໜັ່ນ ຫລື ບໍ່ມີຈິຕຕັ້ງໝັ່ນ ” ດັ່ງນີ້.
ພິກຂຸທັງຫລາຍ ! ຖ້າພິກຂຸພິຈາຣະນາຢູ່ຮູ້ສຶກວ່າ “ເຮົາຢູ່ສ່ວນຫລາຍ ໂດຍຄວາມເປັນຜູ້ຫລາຍດ້ວຍອະພິຊະຍາ ມີຈິຕພະຍາບາດ ຖີນະມິທທະປຸ້ມລຸມ ຟຸ່ງຊ່າມ ມີວິຈິກິຈສາ ມັກໂກຣ ມີຈິດເສົ້າຫມອງ ມີກາຍຄຽດຄັດ ກຽດຄ້ານ ມີຈິຕບໍ່ຕັ້ງໝັ້ນ” ດັ່ງນີ້ແລ້ວ
ພິກຂຸທັງຫລາຍ! ຈົ່ງກະທຳເຊິ່ງ ສັນທະ (ຄວາມພໍໃຈ) ວາຍາມະ(ຄວາມພະຍາຍາມ) ອຸສສາຫະ ອຸສໂສລະຫີ (ຄວາມກະຕືລືລົ້ນ) ອັປປະຕິວານີ (ຄວາມບໍ່ຖອຍຫລັງ) ສະຕິແລະສັມປະຊັນຍະ ຢ່າງແຮງກ້າເພື່ອລະເສຍເຊິ່ງທັມອັນເປັນບາບອະອຸສົນເຫລົ່ານັ້ນເຊັ່ນດຽວກັບ ບຸກຄົນຜູ້ມີເສື້ອຜ້າຫລື ສີສະອັນໄຟລຸກຮຸ່ງແລ້ວ ຈະຕ້ອງກະທັມ ສັນທະ
ວາຍາມະ ອຸສສາຫະ ອຸສໂສລະຫີ ອັປປະຕິວານີ ສະຕິແລະສັມປະຊັນຍະ ຢ່າງແຮງກ້າເພື່ອຈະດັບໄຟທີ່ເສື້ອຫລື ສີສະນັ່ນເສຍ , ສັນໃດ ກໍສັນນັ້ນ.
ພິກຂຸທັງຫລາຍ ! ຖ້າພິກຂຸພິຈາຣະນາຢູ່ຮູ້ສຶກວ່າ “ເຮົາຢູ່ສ່ວນຫລາຍ ໂດຍຄວາມເປັນຜູ້ບໍ່ມີອະພິຊະຍາ ບໍ່ມີຈິຕພະຍາບາດ ບໍ່ມີຖີນະມິທທະປຸ້ມລຸມ ບໍ່ຟຸ່ງຊ່າມ ຫມົດວິຈິກິຈສາ ບໍ່ມັກໂກຣ ມີຈິດບໍ່ເສົ້າຫມອງ ມີກາຍບໍ່ຄຽດຄັດ ບໍ່ປາຣົບຄວາມພຽນ ມີຈິຕບໍ່ຕັ້ງໝັ້น” ດັ່ງນີ້ແລ້ວ ພິກຂຸນັ້ນ ຈົງຕັ້ງຢູ່ໃນກຸສົລທັມເຫລົ່ນນັ້ນແລ ແລ້ວປະກອບໂຍຄະກັມ ເພື່ອຄວາມສິ້ນອາສະວະທັ່ງຫລາຍໃຫ້ຍິ່ງຂື້ນໄປ.
- ບາລີ ທສກ. ອໍ. 24/97/51.
ສະຫລາດໃນວາລະຈິຕແຫ່ງຕົນ








