ສັງຄານຸສສະຕິ (ລະນຶກເຖິງສົງຄ໌ສາວົກພຣະພຸທທະເຈົ້າ)

ທໍາໃນເບື້ອງຕົ້ນ

0:00/0:00

ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດ

ປະຕິບັດດີແລ້ວ

ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດ ປະຕິບັຕຕົວແລ້ວ

ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດ ປະຕິບັຕເພື່ອຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ

ສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້າຫມູ່ໃດປະຕິບັດສົມຄວນແລ້ວ

ໄດ້ແກ່ບຸກຄົນເຫລົ່ານີ້ຄື

ຄູ່ແກ່ງບຸຣຸສສີ່ຄູ່ ນັບຮຽງຕົວບຸຣຸສໄດ້ແປດບຸຣຸສ

ນັ້ນແຫລະສົງຄ໌ສາວົກຂອງພຣະຜູ້ມີພຣະພາກເຈົ້າ

ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົານຳມາບູຊາ

ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົາຈົດໄວ້ຕ້ອນຮັບ

ເປັນສົງຄ໌ຄວນຮັບທັກຂິນາທານ

ເປັສົງຄ໌ຜູ້ທີ່ບຸກຄົນທົ່ວໄປຄວນທຳອັນຊະລີ

ເປັນເນື້ອນາບຸນຂອງໂລກ

ບໍ່ມີນາບຸນອື່ນຍິ່ງກວ່າ ດັ່ງນີ້.


ສັກກ.ອັງ.໒໒/໓໔໗/໒໙໖.

ເອກາທສກ. ອັງ. ໒໔/໓໕໗/໒໑໘.


ສັງຄານຸສສະຕິ (ລະນຶກເຖິງສົງຄ໌ສາວົກພຣະພຸທທະເຈົ້າ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ