ການສັນລະເສີນທີ່ເປັນໄປເພື່ອນະຣົກ ການຕຳນິທີ່ເປັນໄປເພື່ອສຸຄະຕິ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ; ທັມ ໔ ປະການເປັນຢ່າງໃດ? ຄື

ບຸກຄົນບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວສັນລະເສີນບຸກຄົນທີ່ຄວນຕຳນິ ໑

ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວຕຳນິບຸກຄົນທີ່ຄວນສັນລະເສີນ ໑

ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ປູກຄວາມເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ ໑

ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ປູກຄວາມບໍ່ເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ ໑

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການນີ້ແລ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ.

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ; ທັມ ໔ ປະການເປັນຢ່າງໃດ? ຄື

ບຸກຄົນພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວຕຳນິບຸກຄົນທີ່ຄວນຕຳນິ ໑

ບຸກຄົນພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວສັນລະເສີນບຸກຄົນທີ່ຄວນສັນລະເສີນ ໑

ບຸກຄົນພິຈາຣະນາໃຄ່ຄວນກ່ອນແລ້ວ ປູກຄວາມບໍ່ເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ ໑

ບຸກຄົນພິຈາຣະນາໃຄ່ຄວນກ່ອນແລ້ວ ປູກຄວາມເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ ໑

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການນີ້ແລ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ.


ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໘໓/໘໓


ການສັນລະເສີນທີ່ເປັນໄປເພື່ອນະຣົກ ການຕຳນິທີ່ເປັນໄປເພື່ອສຸຄະຕິ 

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ