ເຫດທີ່ເຮັດໃຫ້ມະນຸສເກີດມາແຕກຕ່າງກັນ

ທໍາໃນເບື້ອງຕົ້ນ

0:00/0:00

ສຸພະມານົພ ໂຕເທີຍຍະບຸຕ ໄດ້ທູລຖາມພຣະຜູ້ມີພຣະພາຄ ດັ່ງນີ້ວ່າ

“ຂ້າແຕ່ພຣະໂຄດົມຜູ້ຈະເລີນ! ຫຍັງໜໍແລ ເປັນເຫຕ

ເປັນປັຈຈັຍໃຫ້ພວກມະນຸສທີ່ເກີດເປັນມະນຸສຢູ່ ປາກົດຄວາມຊົ່ວ

ແລະຄວາມປະນີຕ ຄື ມະນຸສທັງຫລາຍຍ່ອມປາກົດມີອາຍຸສັ້ນ ມີອາຍຸຍືນ

ມີພະຍາດຫລາຍ ມີພະຍາດນ້ອຍ ມີຜິວພັນຊາມ ມີຜິວພັນງາມ ມີສັກດານ້ອຍ

ມີສັກດາຫລາຍ ມີໂພຄະນ້ອຍ ມີໂພຄະຫລາຍ ເກີດໃນສະກຸລຕ່ຳ ເກີດໃນສະກຸລສູງ

ຂາດປັນຍາ ມີປັນຍາ. ຂ້າແຕ່ພຣະໂຄດົມຜູ້ຈະເລີນ! ຫຍັງໜໍແລ

ເປັນເຫຕ ເປັນປັຈຈັຍ ໃຫ້ພວກມະນຸສທີ່ເກີດເປັນມະນຸສຢູ່ ປະກົດ

ຄວາມຊົ່ວແລະຄວາມປະນີຕ”.

ພຣະຜູ້ມີພຣະພາຄຕຣັສວ່າ

ມານົພ! ສັຕທັງຫລາຍມີກັມເປັນຂອງຕົນ

ເປັນທາຍາທແຫ່ງກັມ ມີກັມເປັນກັມເນີດ ມີກັມເປັນ

ເຜົ່າພັນ ມີກັມເປັນທີ່ພຶ່ງອາສັຍ ກັມຍ່ອມຈຳແນກສັຕ

ໃຫ້ຊົ່ວແລະປະນີຕໄດ້.

“ຂ້າພະເຈົ້າຍ່ອມບໍ່ຮູ້ເນື້ອຄວາມໂດຍພິສະດາຣຂອງອຸເທສ

ທີ່ພຣະໂຄດົມຜູ້ຈະເລີນຕຣັສໂດຍຫຍໍ້ບໍ່ໄດ້ຈຳແນກເນື້ອຄວາມໂດຍພິສະດາຣນີ້ໄດ້

ຂໍພຣະໂຄດົມຜູ້ຈະເລີນ! ໄດ້ໂປດສະແດງທັມແກ່ຂ້າພະເຈົ້າໂດຍ

ປະການທີ່ຂ້າພະເຈົ້າຈະພຶງຮູ້ເນື້ອຄວາມແຫ່ງອຸເທສນີ້ໂດຍພິສະດາຣ

ດ້ວຍເຖິດ”.

ມານົພ! ຖ້າຢ່າງນັ້ນ ທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ

ເຮົາຈະກ່າວຕໍ່ໄປ: -

ສຸພະມານົພ ໂຕເທີຍຍະບຸຕ ທູລຮັບພຣະຜູ້ມີພຣະພາຄວ່າ

“ດີແລ້ວ ຂ້ານ້ອຍ! ”.

ພຣະຜູ້ມີພຣະພາຄຈຶ່ງໄດ້ຕຣັສດັ່ງນີ້ວ່າ

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ເປັນຜູ້ມັກເຮັດ ຊີວິດສັຕໃຫ້ຕົກລ່ວງ ເປັນຄົນ

ຫ້ຽມໂຫດ ມີມືເປື້ອນເລືອດ ໝົກມຸ່ນໃນການປະຫັຕປະຫານ

ບໍ່ເອັນດູໃນເຫລົ່າດສັຕມີຊີວິດ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ

ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ

ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ

ວິນິບາຕ ນະຣົກ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ ໃນພາຍຫລັງ

ຈະເປັນຄົນມີອາຍຸສັ້ນ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸສັ້ນ

ນີ້ຄື ເປັນຜູ້ມັກເຮັດຊີວິດສັຕໃຫ້ຕົກລ່ວງ ເປັນຄົນຫ້ຽມໂຫດ

ມີມືເປື້ອນເລືອດ ໝົກມຸ່ນໃນການປະຫັຕປະຫານ ບໍ່ເອັນດູ

ໃນເຫລົ່າສັຕມີຊີວິດ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ລະປານາຕິບາຕແລ້ວ ເປັນຜູ້ເວັ້ນຂາດຈາກ

ປານາຕິບາຕ ວາງອາຊະຍາ ວາງສັຕຕາໄດ້ ມີຄວາມລະອາຍ ຖຶງ

ຄວາມເອັນດູ ອະນຸເຄາະດ້ວຍຄວາມເກື້ອກູລໃນສັພພະສັຕແລະ

ພູຕະຢູ່ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ

ອັນເຂົາໃຫ້ພັ່ງພ້ອມສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າຖຶງ

ສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ ໃນພາຍຫລັງ

ຈະເປັນຄົນມີອາຍຸຍືນ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຢືນນີ້

ຄື ລະປານາຕິບາຕແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາຕ

ວາງອາຊະຍາ ວາງສັຕຕາໄດ້ ມີຄວາມລະອາຍ ຖຶງຄວາມເອັນດູ

ອະນຸເຄາະດ້ວຍຄວາມເກື້ອກູລໃນສັພພະສັຕແລະພູຕະຢູ່.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ເປັນຜູ້ມີປົກກະຕິບຽດບຽນສັຕດ້ວຍຝ່າມື

ຫລືກ້ອນດິນ ຫລືທ່ອນໄມ້ ຫລືສັຕຕາ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ

ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ

ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ

ວິນິບາຕ ນະຣົກ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ ໃນພາຍຫລັງ

ຈະເປັນຄົນມີພະຍາດຫລາຍ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂລກຫລາຍ

ຄື ເປັນຜູ້ມີປົກກະຕິບຽດບຽນສັຕດ້ວຍຝ່າມື

ຫລືກ້ອນດິນ ຫລືທ່ອນໄມ້ ຫລືສັຕຕາ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ເປັນຜູ້ມີປົກກະຕິບໍ່ບຽດບຽນສັຕດ້ວຍຝ່າມື

ຫລືກ້ອນດິນ ຫລືທ່ອນໄມ້ ຫລືສັຕຕາ ເຂົາຕາຍໄປ ຈະເຂົ້າເຖິງ

ສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ

ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ

ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ ໃນພາຍຫລັງ ຈະເປັນຄົນມີພະຍາດນ້ອຍ

.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂລກນ້ອຍ

ຄື ເປັນຜູ້ມີປົກກະຕິບໍ່ບຽດບຽນສັຕດ້ວຍຝ່າມື

ຫລືກ້ອນດິນ ຫລືທ່ອນໄມ້ ຫລືສັຕຕາ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ເປັນຄົນມັກຮ້າຍ ຫລາຍດ້ວຍຄວາມ

ແຄ້ນເຄືອງ ຖືກເຂົາວ່າເລັກນ້ອຍກໍຂັດໃຈ ໂກທເຄື່ອງ ພະຍາບາຕ

ມາດຮ້າຍ ທຳຄວາມຮ້າຍ ແລະຄວາມຂຶ້ງຄຽດໃຫ້

ປາກົດ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ

ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ ສະມາທານໄວ້ຢ່າງນີ້

ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ

ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ ໃນພາຍຫລັງ ຈະເປັນຄົນມີຜິວພັນຊາມ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມ ມີຜິວພັນ

ຊາມ ຄື ເປັນຄົນມັກຮ້າຍ ມາກດ້ວຍຄວາມແຄ້ນເຄືອງ

ຖືກເຂົາວ່າເລັກນ້ອຍກໍຂັດໃຈ ໂກທເຄື່ອງ ພະຍາບາຕ

ມາດຮ້າຍ ທຳຄວາມຮ້າຍ ແລະຄວາມຂຶ້ງຄຽດໃຫ້ປາກົດ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ເປັນຄົນບໍ່ມັກຮ້າຍ ບໍ່ຫລາຍດ້ວຍຄວາມ

ແຄ້ນເຄືອງ ຖືກເຂົາວ່າຫລາຍກໍບໍ່ຂັດໃຈ ບໍ່ໂກທເຄືອງ ບໍ່ພະຍາບາຕ

ບໍ່ມາດຮ້າຍ ບໍ່ທຳຄວາມຮ້າຍ ແລະຄວາມຂຶ້ງຄຽດໃຫ້

ປາກົດ ເຂົາຕາຍໄປ ເຂົາຕາຍໄປ ຈະເຂົ້າເຖິງ

ສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ

ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ

ໃນພາຍຫລັງ ຈະເປັນຄົນໜ້າເລື່ອມໃສ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມເປັນ

ຜູ້ຫນ້າເລື່ອມໃສ ຄື ເປັນຄົນບໍ່ມັກຮ້າຍ ບໍ່ຫລາຍດ້ວຍຄວາມ

ແຄ້ນເຄືອງ ຖືກເຂົາວ່າຫລາຍກໍບໍ່ຂັດໃຈ ບໍ່ໂກທເຄືອງ ບໍ່ພະຍາບາຕ

ບໍ່ມາດຮ້າຍ ບໍ່ທຳຄວາມຮ້າຍ ແລະຄວາມຂຶ້ງຄຽດໃຫ້ປາກົດ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ມີໃຈຣິສຍາ ຍ່ອມຣິສຍາ ມຸ້ງຮ້າຍ ຜູກໃຈອິຈສາ

ໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະ

ການບູຊາຂອງຄົນອື່ນ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ

ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ ສະມາທານໄວ້ຢ່າງນີ້

ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ

ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ ໃນພາຍຫລັງ ຈະເປັນຄົນມີສັກດານ້ອຍ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາ

ນ້ອຍນີ້ ຄື ມີໃຈຣິສຍາ ຍ່ອມຣິສຍາ ມຸ້ງຮ້າຍ ຜູກໃຈອິຈສາ

ໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະ

ການບູຊາຂອງຄົນອື່ນ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ເປັນຜູ້ມີໃຈບໍ່ຣິສຍາ ຍ່ອມບໍ່ຣິສຍາ ບໍ່ມຸ້ງຮ້າຍ

ບໍ່ຜູກໃຈອິຈສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື

ການໄຫວ້ ແລະການບູຊາຂອງຄົນອື່ນ ເຂົາຕາຍໄປ ຈະເຂົ້າເຖິງ

ສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ

ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ ໃນພາຍຫລັງ

ຈະເປັນຄົນມີສັກດາຫລາຍ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາ

ຫລາຍນີ້ ຄື ເປັນຜູ້ມີໃຈບໍ່ຣິສຍາ ຍ່ອມບໍ່ຣິສຍາ ບໍ່ມຸ້ງຮ້າຍ

ບໍ່ຜູກໃຈອິຈສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື

ການໄຫວ້ ແລະການບູຊາຂອງຄົນອື່ນ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ຍ່ອມບໍ່ເປັນຜູ້ໃຫ້ ເຂົ້ານ້ຳ ເຄື່ອງນຸ່ງຫົ່ມ

ຍານພາຫະນະດອກໄມ້ ຂອງຫອມ ເຄື່ອງລູບໄລ້ ທີ່ນອນ ທີ່ຢູ່

ແລະປະທີບໂຄມໄຟແກ່ສະມະນະຫລືພຣາມ ເຂົາຕາຍໄປ

ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາ

ໃຫ້ພັ່ງພ້ອມ ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ

ໃນພາຍຫລັງ ຈະເປັນຄົນມີໂພຄະນ້ອຍ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມ ໂພຄະ

ນ້ອຍນີ້ ຄື ບໍ່ໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະດອກໄມ້

ຂອງຫອມ ເຄື່ອງລູບໄລ້ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ

ແກ່ສະມະນະຫລືພຣາມ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ຍ່ອມເປັນຜູ້ໃຫ້ ເຂົ້ານ້ຳ ເຄື່ອງນຸ່ງຫົ່ມ

ຍານພາຫະນະດອກໄມ້ ຂອງຫອມ ເຄື່ອງລູບໄລ້ ທີ່ນອນ ທີ່ຢູ່

ແລະປະທີບໂຄມໄຟແກ່ສະມະນະຫລືພຣາມ ເຂົາຕາຍໄປ ຈະເຂົ້າເຖິງ

ສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ

ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ

ໃນພາຍຫລັງຈະເປັນຄົນມີໂພຄະຫລາຍ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະ

ຫລາຍນີ້ ຄື ໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ

ດອກໄມ້ ຂອງຫອມ ເຄື່ອງລູບໄລ້ ທີ່ນອນ ທີ່ຢູ່ ແລະປະທີບ

ໂຄມໄຟແກ່ສະມະນະຫລືພຣາມ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ເປັນຄົນກະດ້າງຈອງຫອງ ຍ່ອມບໍ່ກາບໄຫວ້

ຄົົນທີ່ຄວນກາບໄຫວ້ ບໍ່ລຸກຮັບຄົົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະ

ແກ່ຄົົນທີ່ສົມຄວນແກ່ອາສະນະ ບໍ່ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ

ບໍ່ສັກກາຣະຄົົນທີ່ຄວນສັກກາຣະ ບໍ່ເຄົາລົບຄົົນທີ່ຄວນເຄົາລົບ

ບໍ່ນັບຖືຄົົນທີ່ຄວນນັບຖື ບໍ່ບູຊາຄົົນທີ່ຄວນບູຊາ ເຂົາຕາຍໄປ

ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາ

ໃຫ້ພັ່ງພ້ອມ ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ

ໃນພາຍຫລັງ ຈະເປັນຄົນເກີດໃນສະກຸລຕ່ຳ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດ

ໃນສະກຸລຕ່ຳນີ້ ຄື ເປັນຄົນກະດ້າງຈອງຫອງ ຍ່ອມບໍ່ກາບໄຫວ້

ຄົົນທີ່ຄວນກາບໄຫວ້ ບໍ່ລຸກຮັບຄົົນທີ່ຄວນລຸກຮັບ ບໍ່ໃຫ້ອາສະນະ

ແກ່ຄົົນທີ່ສົມຄວນແກ່ອາສະນະ ບໍ່ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ

ບໍ່ສັກກາຣະຄົົນທີ່ຄວນສັກກາຣະ ບໍ່ເຄົາລົບຄົົນທີ່ຄວນເຄົາລົບ

ບໍ່ນັບຖືຄົົນທີ່ຄວນນັບຖື ບໍ່ບູຊາຄົົນທີ່ຄວນບູຊາ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ເປັນຄົນບໍ່ກະດ້າງຈອງຫອງ ຍ່ອມກາບໄຫວ້

ຄົົນທີ່ຄວນກາບໄຫວ້ ລຸກຮັບຄົົນທີ່ຄວນລຸກຮັບ ໃຫ້ອາສະນະ

ແກ່ຄົົນທີ່ສົມຄວນແກ່ອາສະນະ ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ

ສັກກາຣະຄົົນທີ່ຄວນສັກກາຣະ ເຄົາລົບຄົົນທີ່ຄວນເຄົາລົບ

ນັບຖືຄົົນທີ່ຄວນນັບຖື ບູຊາຄົົນທີ່ຄວນບູຊາ ເຂົາຕາຍໄປ ຈະເຂົ້າເຖິງ

ສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ

ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ

ໃນພາຍຫລັງ ຈະເປັນຄົນເກີດໃນສະກຸລສຸງ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດ

ໃນສະກຸລສຸງນີ້ ຄື ເປັນຄົນບໍ່ກະດ້າງຈອງຫອງ ຍ່ອມກາບໄຫວ້

ຄົົນທີ່ຄວນກາບໄຫວ້ ລຸກຮັບຄົົນທີ່ຄວນລຸກຮັບ ໃຫ້ອາສະນະ

ແກ່ຄົົນທີ່ສົມຄວນແກ່ອາສະນະ ໃຫ້ທາງແກ່ຄົົນທີ່ສົມຄວນແກ່ທາງ

ສັກກາຣະຄົົນທີ່ຄວນສັກກາຣະ ເຄົາລົບຄົົນທີ່ຄວນເຄົາລົບ

ນັບຖືຄົົນທີ່ຄວນນັບຖື ບູຊາຄົົນທີ່ຄວນບູຊາ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ຍ່ອມບໍ່ເປັນຜູ້ເຂົ້າໄປຫາສະມະນະຫລື

ພຣາມແລ້ວສອບຖາມວ່າ ແມ່ນຫຍັງເປັນກຸດສົລ ແມ່ນຫຍັງເປັນອະກຸສົລ

ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ

ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູລ ເພື່ອຄວາມທຸກຂ໌

ສິ້ນກາລນານ ຫລືວ່າແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອປະໂຫຍດ

ເກື້ອກູລ ເພື່ອຄວາມສຸຂສິ້ນກາລນານ ເຂົາຕາຍໄປ

ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາ

ໃຫ້ພັ່ງພ້ອມ ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ

ໃນພາຍຫລັງ ຈະເປັນຄົນມີປັນຍາຊາມ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາ

ຊາມນີ້ ຄື ບໍ່ເປັນຜູ້ເຂົ້າໄປຫາສະມະນະຫລື ພຣາມແລ້ວສອບຖາມວ່າ

ແມ່ນຫຍັງເປັນກຸດສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ

ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ

ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູລ ເພື່ອຄວາມທຸກຂ໌

ສິ້ນກາລນານ.

ມານົພ! ບຸຄຄົນບາງຄົນໃນໂລກນີ້ຈະເປັນສະຕຣີ

ກໍຕາມ ບຸຣຸສກໍຕາມ ຍ່ອມເປັນຜູ້ເຂົ້າໄປຫາສະມະນະຫລືພຣາມ

ແລ້ວສອບຖາມວ່າ ແມ່ນຫຍັງເປັນກຸດສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ

ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ

ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູລ ເພື່ອຄວາມທຸກຂ໌

ສິ້ນກາລນານ ຫລືວ່າແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອປະໂຫຍດ

ເກື້ອກູລ ເພື່ອຄວາມສຸຂສິ້ນກາລນານ ເຂົາຕາຍໄປ ຈະເຂົ້າເຖິງ

ສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພັ່ງພ້ອມ

ສະມາທານໄວ້ຢ່າງນີ້ ຫາກຕາຍໄປ ບໍ່ເຂົ້າເຖິງ

ສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສເກີດ ນະ ທີ່ໃດ ໆ

ໃນພາຍຫລັງ ຈະເປັນຄົນມີປັນຍາຫລາຍ.

ມານົພ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາ

ຫລາຍນີ້ ຄື ເປັນຜູ້ເຂົ້າໄປຫາສະມະນະຫລື

ພຣາມແລ້ວສອບຖາມວ່າ ແມ່ນຫຍັງເປັນກຸດສົລ ແມ່ນຫຍັງເປັນອະກຸສົລ

ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ແມ່ນຫຍັງຄວນເສບ ແມ່ນຫຍັງບໍ່ຄວນເສບ

ແມ່ນຫຍັງເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູລ ເພື່ອຄວາມທຸກຂ໌

ສິ້ນກາລນານ.

ມານົພ! ດ້ວຍປະການສະນີ້ແລ ປະຕິປະທາທີ່ເປັນໄປ

ເພື່ອຄວາມມີອາຍຸສັ້ນ ຍ່ອມນຳເຂົ້າໄປສູ່ຄວາມເປັນຄົນມີອາຍຸສັ້ນ

ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຍືນ ຍ່ອມນຳເຂົ້າໄປສູ່

ຄວາມເປັນຄົນມີອາຍຸຍືນ ປະຕິປະທາທີ່ເປັນໄປເພື່ອຄວາມມີພະຍາດຫລາຍ

ຍ່ອມນຳ ເຂົ້າໄປສູ່ຄວາມເປັນຄົນມີພະຍາດຫລາຍ ປະຕິປະທາທີ່ເປັນໄປ

ເພື່ອຄວາມມີພະຍາດນ້ອຍ ຍ່ອມນຳເຂົ້າໄປສູ່ຄວາມເປັນຄົນມີພະຍາດນ້ອຍ

ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຊາມ ຍ່ອມນຳເຂົ້າໄປສູ່

ຄວາມເປັນຄົນມີຜິວພັນຊາມ ປະຕິປະທາທີ່ເປັນໄປເພື່ອຄວາມເປັນ

ຜູ້ໜ້າເລື່ອມໃສ ຍ່ອມນຳເຂົ້າໄປສູ່ຄວາມເປັນຄົນໜ້າເລື່ອມໃສ

ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດານ້ອຍ ຍ່ອມນຳເຂົ້າໄປສູ່ຄວາມ

ເປັນຄົນມີສັກດານ້ອຍ ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາຫລາຍ

ຍ່ອມນຳ ເຂົ້າໄປສູ່ຄວາມເປັນຄົນມີສັກດາຫລາຍ ປະຕິປະທາທີ່ເປັນໄປ

ເພື່ອຄວາມມີໂພຄະນ້ອຍ ຍ່ອມນຳເຂົ້າໄປສູ່ຄວາມເປັນຄົນມີໂພຄະນ້ອຍ

ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫລາຍ ຍ່ອມນຳເຂົ້າໄປສູ່

ຄວາມເປັນຄົນມີໂພຄະຫລາຍ ປະຕິປະທາທີ່ເປັນໄປເພື່ອຄວາມເກິດ

ໃນສະກຸລຕ່ຳ ຍ່ອມນຳເຂົ້າໄປສູ່ຄວາມເປັນຄົນເກີດໃນສະກຸລຕ່ຳ

ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນສະກຸລສູງ ຍ່ອມນຳເຂົ້າໄປສູ່

ຄວາມເປັນຄົນເກີດໃນສະກຸລສູງ ປະຕິປະທາທີ່ເປັນໄປເພື່ອຄວາມ

ມີປັນຍານ້ອຍ ຍ່ອມນຳເຂົ້າໄປສູ່ຄວາມເປັນຄົນມີປັນຍານ້ອຍ

ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫລາຍ ຍ່ອມນຳເຂົ້າໄປສູ່

ຄວາມເປັນຄົນມີປັນຍາຫລາຍ.

ມານົພ! ສັຕທັງຫລາຍ ມີກັມເປັນຂອງຕົນ

ເປັນທາຍາທແຫ່ງກັມ ມີກັມເປັນກັມເນີດ ມີກັມເປັນ

ເຜົ່າພັນ ມີກັມເປັນທີ່ພຶ່ງອາສັຍ ກັມຍ່ອມຈຳແນກສັຕ

ໃຫ້ເລວແລະປະນີຕ.

ເມື່ອພຣະຜູ້ມີພຣະພາຄຕຣັສແລ້ວຢ່າງນີ້

ສຸພະມານົພ ໂຕເທີຍຍະບຸຕໄດ້ກາບທູລພຣະຜູ້ມີພຣະພາຄດັ່ງນີ້

ວ່າ: -

“ແຈ່ມແຈ້ງແລ້ວ ຂ້ານ້ອຍ! ແຈ່ມແຈ້ງແລ້ວ ຂ້ານ້ອຍ!

ພຣະໂຄດົມຜູ້ຈະເລີນຊົງປະກາດທັມໂດຍປະຣິຍາຍ ບໍ່ແມ່ນນ້ອຍ ປຽບ

ເໝືອນຫງາຍຂອງທີ່ຄວ່ຳ ຫລືເປີດຂອງທີ່ປິດ ຫລືບອກທາງແກ່ຄົນຫລົງທາງ

ຫລືຕາມປະທີບໃນທີ່ມືດ ດ້ວຍຫວັງວ່າຜູ້ມີຕາດີຈັກເຫັນຮູປໄດ້ສະນັ້ນ

ຂ້າພະອົງນີ້ຂໍເຖິງພຣະໂຄດົມຜູ້ຈະເລີນ ພຣະທັມ ແລະພຣະພິກຂຸສົງຄ໌

ວ່າເປັນສະຣະນະ. ຂໍພຣະໂຄດົມຜູ້ຈະເລີນ! ຈົ່ງຊົງຈຳ ຂ້າພະອົງວ່າເປັນ

ອຸບາສົກ ຜູ້ເຖິງສະຣະນະຕະຫລອດຊີວິດ ຕັ້ງແຕ່ບັດນີ້ເປັນຕົ້ນໄປ”.


- ອຸປິ. ມ. ໑໔/ ໓໗໖ /໕໗໙.


ເຫດທີ່ເຮັດໃຫ້ມະນຸສເກີດມາແຕກຕ່າງກັນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ