ເຫຕໃຫ້ຄ້າຂາຍໄດ້ກໍາໄລ ຫຼື ຂາດທຶນ
ທໍາໃນເບື້ອງຕົ້ນ
ຂ້າແຕ່ພະອົງຄ໌ຜູ້ຈະເຣີນ ! ດ້ວຍເຫຕໃດໜໍເປັນເຫຕປັຈຈັຍ ເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທໍາ ການຄ້າຂາຍຂາດທຶນ ເຫຕໃດໜໍ ເປັນເຫຕ ເປັນປັຈຈັຍ ເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທໍາການຄ້າຂາຍ ບໍ່ໄດ້ກໍາໄລຕາມທີ່ປະສົງ ເຫຕໃດໜໍ ເປັນເຫຕ ເປັນປັຈຈັຍ ເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທໍາການຄ້າຂາຍ ໄດ້ກໍາໄລຕາມທີ່ປະສົງ ເຫຕໃດໜໍ ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທໍາ ການຄ້າຂາຍໄດ້ກໍາໄລຍິ່ງ ກວ່າທີ່ປະສົງ.
(໑) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະ ນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈ ຈັຍທີ່ທ່ານປະສົງ” ເຂົາພັດບໍ່ຖວາຍປັຈຈັຍທີ່ເຂົາປະວາຣະນາ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນຢ່າງນີ້ ເຂົາ ເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມຂາດທຶນ.
(໒) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ເຂົ້າໄປຫາສະມະນະ ຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ ທ່ານປະສົງ” ແຕ່ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ບໍ່ເປັນໄປ ຕາມປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນ ຢ່າງນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມບໍ່ໄດ້ກໍາໄລ ຕາມທີ່ປະສົງ.
(໓) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະ ມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງ ບອກປັຈຈັຍທີ່ຕ້ອງປະສົງ” ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ ຕາມທີ່ຕາມປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ ຄວາມເປັນມະນຸສນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມ ໄດ້ກໍາໄລຕາມທີ່ປະສົງ.
(໔) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະ ມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງ ບອກປັຈຈັຍທີ່ຕ້ອງປະສົງ” ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ ຍິ່ງກວ່າທີ່ປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມ ເປັນມະນຸສນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມໄດ້ ກໍາໄລຍິ່ງກວ່າທີ່ປະສົງ.
ສາຣີບຸຕ ! ນີ້ແລ ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນ ບາງຄົນໃນໂລກນີ້ທໍາການຄ້າຂາຍຂາດທຶນ ນີ້ເປັນເຫຕເປັນປັຈ ຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທໍາການຄ້າຂາຍບໍ່ໄດ້ກໍາ ໄລຕາມທີ່ປະສົງ ນີ້ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງ ຄົນໃນໂລກນີ້ທໍາການຄ້າຂາຍໄດ້ກໍາໄລຕາມທີ່ປະສົງ ນີ້ເປັນ ເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທໍາການຄ້າ ຂາຍໄດ້ກໍາໄລຍິ່ງກວ່າທີ່ປະສົງ.
- ບາລີ ຈຕກຸກ. ອັງ. ໒໑/໑໐໕/໗໙.
ເຫຕໃຫ້ຄ້າຂາຍໄດ້ກໍາໄລ ຫຼື ຂາດທຶນ








