ໂອກາດໃນການເກີດເປັນມະນຸດນັ້ນແສນຍາກ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫຼາຍ ຖ້າສົມໝຸດວ່າ ແຜນດິນອັນໃຫຍ່ຫຼວງນີ້ ມີນໍ້າຖ້ວມເຖິງເປັນອັນດຽວກັນໝົດ ບຸຣຸດຄົນໜຶ່ງ ຖີ້ມແອກໄມ້ໄຜ່ທີ່ມີຮູ້ເຈາະພຽງຮູ້ດຽວລົງໄປໃນນໍ້ານັ້ນ ລົມຕາເວັນອອກ ພັດໃຫ້ລອຍໄປທິດຕາເວັນຕົກ, ລົມຕາເວັນຕົກພັດໃຫ້ລອຍໄປທິດຕາເວັນອອກ, ລົມທິດເໜືອພັດໄຫ້ລອຍໄປທິດໃຕ້, ລົມທິດໃຕ້ພັດໃຫ້ລອຍໄປທິດເໜືອ, ຢູ່ດັ່ງນີ້; ໃນນໍ້ານັ້ນມີເຕົ່າຕົວຫນຶ່ງຕາບອດ ລ່ວງໄປຮ້ອຍໆປີ ມັນຜຸດຂຶ້ນມາຄັ້ງຫນຶ່ງໆ.

ພິກຂຸທັງຫຼາຍ ເຈົ້າທັງຫຼາຍຈະສຳຄັນຄວາມຂໍ້ນີ້ວ່າແນວໃດ ? ຈະເປັນໄປໄດ້ບໍ ທີ່ເຕົ່າຕາບອດ ຮ້ອຍປີຈິ່ງຈະຜຸດຂຶ້ນມາຄັ້ງຫນຶ່ງໆ ຈະຍື່ນຄໍເຂົ້າໄປໃນຮູ ເຊິ່ງມີພຽງຮູດຽວໃນແອກນັ້ນ?

ຂໍ້ນີ້ ຍາກທີ່ຈະເປັນໄປໄດ້ ຂ້ານ້ອຍ ທີ່ເຕົ່າຕາບອດນັ້ນ ຮ້ອຍປີຜຸດຂຶ້ນມາພຽງຄັ້ງດຽວ ຈະຢື່ນຄໍເຂົ້າໄປໃນຮູເຊິ່ງມີພຽງຮູດຽວໃນແອກນັ້ນ.

ພິກຂຸທັງຫຼາຍ

#ຍາກທີ່ຈະເປັນໄປໄດ້ເຊັ່ນດຽວກັນ ທີ່ໃຜຈະໄດ້ຄວາມເປັນມະນຸດ

#ຍາກທີ່ຈະເປັນໄປໄດ້ເຊັ່ນດຽວກັນ ທີ່ຕະຖາຄົດ ຜູ້ອະຣະຫັນຕະສັມມາສັມພຸດທະ ຈະບັງເກີດຂຶ້ນໃນໂລກ

#ຍາກທີ່ຈະເປັນໄປໄດ້ເຊັ່ນດຽວກັນ ທີ່ທັມວິນັຍ ອັນຕະຖາຄົດປະກາດແລ້ວ ຈະຮຸ່ງເຮືອງໄປທົ່ວໂລກ.

ພິກຂຸທັງຫຼາຍ ແຕ່ວ່າບັດນີ້

#ຄວາມເປັນມະນຸດກໍໄດ້ແລ້ວ

#ຕະຖາຄົດຜູ້ອະຣະຫັນຕະກໍໄດ້ບັງເກີດສັມມາສັມພຸດທະ ກໍໄດ້ບັງເກີດຂຶ້ນໃນໂລກແລ້ວ;

#ແລະທັມວິນັຍອັນຕະຖາຄົດປະກາດແລ້ວ ກໍ່ຮຸ່ງເຮືອງໄປທົ່ວໂລກແລ້ວ.

ພິກຂຸທັງຫຼາຍ ເພາະເຫດນັ້ນ ໃນກໍລະນີນີ້ ພວກເຈົ້າຄວນກະທຳໂຍຄະກັມ ເພື່ອໃຫ້ຮູ້ວ່າ ນີ້ທຸກ ນີ້ເຫດໃຫ້ເກີດທຸກ ນີ້ຄວາມດັບແຫ່ງທຸກ ນີ້ຫົນທາງໃຫ້ຄວາມດັບບໍ່ເຫຼືອແຫ່ງທຸກ ດັ່ງນີ້ເທີ້ນ.


-ທຸຕິຍະສິຄຄະລະຍຸຄະສູຕຣ. ໑໖/໓໙໘/໑໑໑໘.


ໂອກາດໃນການເກີດເປັນມະນຸດນັ້ນແສນຍາກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ