ຜູ້ເຂົ້າໄປຫາ ເປັນຜູ້ບໍ່ຫລຸດພົ້ນ ຜູ້ບໍ່ເຂົ້າໄປຫາ ຍ່ອມເປັນຜູ້ຫລຸດພົ້ນ
ທໍາໃນທີສຸດ
ພິກຂຸທັງຫລາຍ! ຜູ້ເຂົ້າໄປຫາ ເປັນຜູ້ບໍ່ຫລຸດພົ້ນ;
ຜູ້ບໍ່ເຂົ້າໄປຫາ ເປັນຜູ້ຫລຸດພົ້ນ.
ພິກຂຸທັງຫລາຍ! ວິນຍານ ຊຶ່ງ ເຂົ້າຖືເອົາຮູບ ຕັ້ງຢູ່
ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີຮູບເປັນອາລົມ ມີຮູບເປັນ
ທີ່ຕັ້ງອາສັຍ ມີນັນທິ (ຄວາມເພີນ) ເປັນທີ່ເຂົ້າໄປສ້ອງເສບ
ກໍເຖິງຄວາມຈະເລີນ ງອກງາມ ໄພບູນຍ໌ ໄດ້;
ພິກຂຸທັງຫລາຍ! ວິນຍານ ຊຶ່ງ ເຂົ້າຖືເອົາເວທະນາ
ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີເວທະນາເປັນອາລົມ
ມີເວທະນາເປັນທີ່ຕັ້ງອາສັຍ ມີນັນທິ ເປັນທີ່ເຂົ້າໄປສ້ອງເສບ
ກໍເຖິງຄວາມຈະເລີນ ງອກງາມ ໄພບູນຍ໌ ໄດ້;
ພິກຂຸທັງຫລາຍ! ວິນຍານ ຊຶ່ງ ເຂົ້າ ຖືເອົາສັນຍາ
ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັນຍາເປັນອາລົມ
ມີສັນຍາເປັນທີ່ຕັ້ງອາສັຍ ມີນັນທິ ເປັນທີ່ເຂົ້າໄປສ້ອງເສບ
ກໍເຖິງຄວາມຈະເລີນ ງອກງາມ ໄພບູນຍ໌ ໄດ້;
ພິກຂຸທັງຫລາຍ! ວິນຍານ ຊຶ່ງ ເຂົ້າຖືເອົາສັງຂານ
ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັງຂານເປັນອາລົມ
ມີສັງຂານເປັນທີ່ຕັ້ງອາສັຍ ມີນັນທິ ເປັນທີ່ເຂົ້າໄປສ້ອງເສບ
ກໍເຖິງຄວາມຈະເລີນ ງອກງາມ ໄພບູນຍ໌ ໄດ້.
ພິກຂຸທັງຫລາຍ! ຜູ້ໃດຈະພຶງກ່າວຢ່າງນີ້ວ່າ
“ເຮົາຈັກບັນຍັຕ ຊຶ່ງການມາ ການໄປ ການຈຸຕິ ການອຸບັຕ
ຄວາມຈະເລີນ ຄວາມງອກງາມ ແລະຄວາມໄພບູນຍ໌ຂອງວິນຍານ
ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ ເວັ້ນຈາກສັນຍາ ແລະ
ເວັ້ນສັງຂານ” ດັ່ງນີ້ນັ້ນ, ນີ້ ບໍ່ແມ່ນຖານະທີ່ຈັກມີໄດ້ເລຍ.
ພິກຂຸທັງຫລາຍ! ຖ້າຣາຄະໃນຮູບທາຕ ໃນເວທະນາທາຕ
ໃນສັນຍາທາຕ ໃນສັງຂານທາຕ ໃນວິນຍານທາຕ ເປັນສິ່ງທີ່
ພິກຂຸລະໄດ້ແລ້ວ;
ເພາະລະຣາຄະໄດ້ ອາລົມສຳຫລັບວິນຍານ
ກໍຂາດລົງ ທີ່ຕັ້ງຂອງວິນຍານກໍບໍ່ມີ.
ວິນຍານອັນບໍ່ມີທີ່ຕັ້ງນັ້ນກໍບໍ່ງອກງາມ ຫລຸດພົ້ນໄປ
ເພາະບໍ່ຖືກປຸງແຕ່ງ;
ເພາະຫລຸດພົ້ນໄປກໍຕັ້ງໝັ້ນ ເພາະຕັ້ງໝັ້ນກໍຍິນດີໃນ
ຕົນເອງ; ເພາະຍິນດີໃນຕົນເອງກໍບໍ່ຫວັ່ນໄຫວ; ເມື່ອບໍ່ຫວັ່ນໄຫວ
ກໍປະຣິນິພພານສະເພາະຕົນ;
ຍ່ອມຮູ້ແຈ້ງວ່າ “ຊາດສິ້ນແລ້ວ ພຣົມຈັນຍ໌ຢູ່ຈົບແລ້ວ
ກິຈທີ່ຄວນເຮັດໄດ້ເຮັດສຳເລັດແລ້ວ ກິຈອື່ນທີ່ຈະຕ້ອງເຮັດເພື່ອ
ຄວາມເປັນຢ່າງນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ຂົນ [¬] ທ. ສົ້. ໑໗/໖໖/໑໐໕.
ຜູ້ເຂົ້າໄປຫາ ເປັນຜູ້ບໍ່ຫລຸດພົ້ນ
ຜູ້ບໍ່ເຂົ້າໄປຫາ ຍ່ອມເປັນຜູ້ຫລຸດພົ້ນ








