ນໍ້າຕາທີ່ເຮົາໄດ້ຮ້ອງໄຫ້ມາແລ້ວທັງໝົດ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫຼາຍ ! ຖືກແລ້ວໆ ພວກເຈົ້າຮູ້ທັມທີ່ເຮົາສະແດງແລ້ວຢ່າງນີ້ ຖືກແລ້ວ ນໍ້າຕາທີ່ຫຼັ່ງໄຫຼອອກຂອງພວກເຈົ້າ ຜູ້ທ່ອງທ່ຽວໄປມາ ຄໍ່າຄວນຮ້ອງໄຫ້ຢູ່ ເພາະປະສົບສິ່ງທີ່ບໍ່ໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະນານນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະໝຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ພວກເຈົ້າໄດ້ປະສົບມະຣະນະກັມຂອງມານດາຕະຫຼອດກາລະນານ #ນໍ້າຕາທີ່ຫຼັ່ງໄຫຼອອກຂອງເຈົ້າເຫຼົ່ານັ້ນ ຜູ້ປະສົບມະຣະນະກັມຂອງມານດາ ຄໍ່າຄວນຮ້ອງໄຫ້ຢູ່ເພາະປະສົບສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ນັ້ນແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະໝຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ພວກເຈົ້າໄດ້ປະສົບມະຣະນະກັມຂອງບິດາ...ມະຣະນະກັມຂອງອ້າຍນ້ອງຊາຍ...ມະຣະນະກັມຂອງເອື້ອຍນ້ອງສາວ...ມະຣະນະກັມຂອງບຸຕ...ມະຣະນະກັມຂອງທິດາ...ໄດ້ປະສົບຄວາມເສື່ອມແຫ່ງຍາຕ...ໄດ້ປະສົບຄວາມເສື່ອມແຫ່ງໂພຄະ...ໄດ້ປະສົບຄວາມເສື່ອມເພາະໂຣຄ ຕະຫຼອດກາລະນານ #ນໍ້າຕາທີ່ຫຼັ່ງໄຫຼອອກຂອງເຈົ້າເຫຼົ່ານັ້ນ ຜູ້ປະສົບຄວາມເສື່ອມເພາະໂຣຄ ຄໍ່າຄວນຮ້ອງໄຫ້ຢູ່ ເພາະປະສົບສິ່ງທີ່ບໍ່ພໍໃຈ ເພາະພັດພາກສິ່ງທີ່ພໍໃຈ ນັ້ນແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະໝຸດທັງ ໔ ບໍ່ຫຼາຍກວ່າເລີຍ.
ຂໍ້ນັ້ນເພາະເຫດໃດ ? ເພາະວ່າ #ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນຍ່ອມບໍ່ປາກົດ.
ພິກຂຸທັງຫຼາຍ ! ເພາະເຫດພຽງເທົ່ານີ້ ພໍແລ້ວນັ້ນແລເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກຳໜັດ ພໍເພື່ອຈະຫລຸດພົ້ນ ດັ່ງນີ້.
-ບາລີ ນິທານ. ສັງ.໑໖/໒໑໔/໔໒໖.
ນໍ້າຕາທີ່ເຮົາໄດ້ຮ້ອງໄຫ້ມາແລ້ວທັງໝົດ








