ປ່າຊ້າຜີດິບ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸ ທັງຫລາຍ.! ໂທດຫ້າຢ່າງເຫລົ່ານີ້ ເປັນໂທດໃນປ່າຊ້າຜີດິບ. ຫ້າຢ່າງຢ່າງໃດໝໍ? ຫ້າຢ່າງ ຄື:

1. ປ່າຊ້າຜີດິບເປັນທີ່ບໍ່ສະອາດ,

2. ມີກິ່ນເໝັນ,

3. ມີໄພສະເພາະໜ້າ,

4. ເປັນທີ່ພັກອາໃສຂອງພວກອະມະນຸດທີ່ດຸຮ້າຍ,

5.ເປັນທີ່ທີ່ຮ້ອງໄຫ້ພິໄລລ່ຳ ຂອງຄົນຈຳນວນຫລາຍ.

ໂທດຫ້າຢ່າງເຫລົ່ານີ້ ເປັນໂທດໃນປ່າຊ້າຜີດິບ.

ພິກຂຸ ທັງຫລາຍ.! ເຊັ່ນໃດກໍເຊັ່ນນັ້ນ : ໂທດຫ້າຢ່າງເຫລົ່ານີ້ ເປັນໂທດໃນນັກບວດ ທີ່ປຽບດ້ວຍປ່າຊ້າຜີດິບ. ຫ້າຢ່າງຢ່າງໃດໜໍ? ຫ້າຢ່າງ ຄື:

(໑) ນັກບວດບາງຄົນໃນກໍລະນີນີ້ ເປັນຜູ້ປະກອບດ້ວຍການກະທຳທາງກາຍອັນບໍ່ສະອາດ, ປະກອບດ້ວຍການກະທຳທາງວາຈາອັນບໍ່ສະອາດ, ປະກອບດ້ວຍການກະທຳທາງໃຈອັນບໍ່ສະອາດ. ພິກຂຸ ທັງຫລາຍ.! ເຮົາກ່າວການທຳເຊັ່ນນີ້ຂອງຜູ້ນັ້ນວ່າ ເປັນຄວາມບໍ່ສະອາດ ປຽບດັ່ງປ່າຊ້າຜີດິບ ເຊິ່ງເປັນທີ່ບໍ່ສະອາດ. ເຮົາກ່າວນັກບວດສະນິດນີ້ ວ່າທຽບກັນໄດ້ກັບທີ່ທີ່ບໍ່ສະອາດ ເຊັ່ນນັ້ນ.

(໒) ເມື່ອນັກບວດປະກອບກັມອັນບໍ່ສະອາດເຊັ່ນນັ້ນຢູ່, ສຽງເຫລົ່າລືອັນຊົ່ວຊ້າ ກໍແຜ່ລືໄປ. ພິກຂຸ ທັງຫລາຍ! ເຮົາກ່າວສຽງເຫລົ່າລືອັນຊົ່ວຊ້ານີ້ຂອງຜູ້ນັ້ນ ວ່າ ເປັນກິ່ນເໝັນ ປຽບດັ່ງປ່າຊ້າຜີດິບ ເຊິ່ງເປັນທີ່ມີກິ່ນເໝັນ. ເຮົາກ່າວນັກບວດສະນິດນີ້ ວ່າທຽບກັນໄດ້ກັບທີ່ທີ່ມີກິ່ນເໝັນ ເຊັ່ນນັ້ນ.

(໓) ຜູ້ປະພຶດພຣົມມະຈັນຮ່ວມກັນ ເຊິ່ງມີສິລເປັນທີ່ຮັກ ຍ່ອມເວັ້ນຫ່າງໄກຈາກຄົນທີ່ມີກິ່ນເໝັນເຊັ່ນກ່າວນັ້ນເສັຍ. ພິກຂຸ ທັງຫລາຍ! ເຮົາກ່າວການທີ່ເພື່ອນໆ ເວັ້ນຫ່າງໄກນີ້ຂອງຜູ້ນັ້ນ ວ່າເປັນໄພສະເພາະໜ້າ ປຽບດັ່ງປ່າຊ້າຜີດິບ ເຊິ່ງເປັນທີ່ມີໄພສະເພາະໜ້າ. ເຮົາກ່າວນັກບວດສະນິດນີ້ ວ່າທຽບກັນໄດ້ກັບທີ່ທີ່ມີໄພສະເພາະໜ້າ ສະນັ້ນ

(໔) ຄົນຊົ່ວຊ້ານັ້ນ ຜູ້ປະກອບກັມອັນບໍ່ສະອາດທັງທາງກາຍ ວາຈາ ແລະໃຈ ກໍຢູ່ຮ່ວມກັນໄດ້ແຕ່ພວກທີ່ມີການກະທຳເໝືອນໆກັນ. ພິກຂຸ ທັງຫລາຍ! ເຮົາກ່າວການທີ່ຢູ່ຮ່ວມກັນໄດ້ຂອງຜູ້ນັ້ນ ວ່າ ເປັນທີ່ພັກອາໃສສຳລັບພວກເຫລົ່າຮ້າຍນີ້ ປຽບດັ່ງປ່າຊ້າຜີດິບ ເຊິ່ງເປັນທີ່ພັກອາໃສຂອງພວກມະນຸດ ທີ່ດຸຮ້າຍ. ເຮົາກ່າວນັກບວດສະນິດນີ້ ວ່າທຽບກັນໄດ້ກັບທີ່ພັກອາໃສສຳລັບຄົນດຸຮ້າຍ ເຊັ່ນນັ້ນ.

(໕) ຜູ້ປະພຶດພຣົມມະຈັນຮ່ວມກັນ ເຊິ່ງມີສິລເປັນທີ່ຮັກ ໄດ້ເຫັນນັກບວດສະນິດນັ້ນເຂົ້າແລ້ວ ກໍນຶກຕຳນິໄດ້ວ່າ "ພຸທໂທເອີຍ! ຄວາມທຸກຂອງພວກເຮົາ ມີຢູ່ທີ່ນີ້ ພວກເຮົາຈຳຕ້ອງຢູ່ຮ່ວມກັບນັກບວດຊະນິດນັ້ນດ້ວຍ" ດັ່ງນີ້. ພິກຂຸ ທັງຫລາຍ.! ເຮົາກ່າວການຢູ່ຮ່ວມທີ່ທຳໄຫ້ເກີດທຸກຂື້ນນີ້ຂອງຜູ້ນັ້ນ ວ່າ ເປັນຄວາມຮ້ອງໄຫ້ພິໄລລຳ່ ປຽບດັ່ງປ່າຊ້າຜີດິບ ເຊິ່ງເປັນທີ່ທີ່ຮ້ອງໄຫ້ພິໄລລຳ່ຂອງຄົນເປັນຈຳນວນຫລາຍ. ເຮົາກ່າວນັກບວດສະນິດນີ້ ວ່າທຽບກັນໄດ້ກັບທີ່ສຳລັບເປັນທີ່ຮ້ອງໄຫ້ພິໄລລຳ່ຂອງຄົນເປັນຈຳນວນຫລາຍ ເຊັ່ນນັ້ນ.

ພິກຂຸ ທັງຫລາຍ! ໂທດຫ້າຢ່າງເຫລົ່ານີ້ ເປັນໂທດໃນນັກບວດ ທີ່ປຽບດ້ວຍປ່າຊ້າຜີດິບ ແລ.


ບາລີ ພຣະພຸທທະພາສິຕ ປນຈກ. ອໍ. ໒໒/໒໙໘/໒໔໙


ປ່າຊ້າຜີດິບ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ