ພຣະໂສດາບັນເປັນໃຜ (ນັຍທີ່ສອງ)

ທໍາໃນເບື້ອງຕົ້ນ

0:00/0:00

ຢ່າຢ້ານເລີຍ ມະຫານາມະ! ຢ່າຢ້ານເລີຍ ມະຫານາມະ!

ຄວາມຕາຍຂອງທ່ານຈັກບໍ່ຕ່ຳຊາມ ການກິຣິຍາຂອງທ່ານ

ຈັກບໍ່ຕ່ຳ ຊາມ. ມະຫານາມະ! ອະຣິຍະສາວົກຜູ້ປະກອບດ້ວຍ

ທັມ ໔ ປະການ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນນິພພານ

ໂນ້ມໄປສູ່ນິພພານ ເອນໄປທາງນິພພານໂດຍແທ້.

ທັມ ໔ ປະການ ຢ່າງໃດ ?

ທັມ ໔ ປະການ ຄື: -

ມະຫານາມ! ອະຣິຍະສາວົກໃນກໍລະນີນີ້

(໑) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເລື່ອມໃສ

ອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້າ ວ່າ “ເພາະເຫຕຢ່າງນີ້ ໆ

ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ຕຣັສຮູ້ມັຄໄດ້

ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຂໍ້ປະຕິບັດ

ໃຫ້ເຖິງຊຶ່ງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ

ເປັນຜູ້ສາມາດຝຶກຄົົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ

ເປັນຄູຜູ້ສອນຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ຮູ້ ຜູ້ຕື່ນ

ຜູ້ເບີກບານ ດ້ວຍທັມ ເປັນຜູ້ມີຄວາມຈຳເລີນ ຈຳແນກທັມ

ສັ່ງສອນສັດ” ດັ່ງນີ້.

(໒) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເລື່ອມໃສ

ອັນບໍ່ຫວັ່ນໄຫວໃນພຣະທັມ ວ່າ “ພຣະທັມ ເປັນສິ່ງທີ່

ພຣະຜູ້ມີພຣະພາຄເຈົ້າຕຣັສໄວ້ດີແລ້ວ ເປັນສິ່ງທີ່ຜູ້ສຶກສາແລະ

ປະຕິບັດຕ້ອງເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່ປະຕິບັດໄດ້ແລະໃຫ້ຜົລໄດ້

ບໍ່ຈຳກັດກາລ ເປັນສິ່ງທີ່ຄວນກ່າວກະຜູ້ອື່ນວ່າທ່ານຈົ່ງມາເບິ່ງເຖີດ

ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ”

ດັ່ງນີ້.

(໓) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເລື່ອມໃສ

ອັນບໍ່ຫວັ່ນໄຫວໃນພຣະສົງຄ໌ ວ່າ “ສົງຄ໌ສາວົກຂອງພຣະຜູ້ມີ

ພຣະພາຄເຈົ້າ ເປັນຜູ້ປະຕິບັດດີແລ້ວ ເປັນຜູ້ປະຕິບັດຕົງແລ້ວ

ເປັນຜູ້ປະຕິບັດໃຫ້ຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນ

ຜູ້ປະຕິບັດສົມຄວນແລ້ວ ອັນໄດ້ແກ່ບຸກຄົນເຫລົ່ານີ້ ຄື ຄູ່ແຫ່ງ

ບຸຣຸສສີ່ຄູ່ ນັບຮຽງຕົວໄດ້ແປດບຸຣຸສ ນັ້ນແຫລະສົງຄ໌ສາວົກຂອງ

ພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາລະທີ່ເຂົານຳ ມາບູຊາ

ເປັນສົງຄ໌ຄວນແກ່ສັກກາລະທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນ

ຮັບທັກສິນາທານ ເປັນສົງຄ໌ທີ່ບຸກຄົນທົ່ວໄປຈະພຶງເຮັດອັນຊະລີ

ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ” ດັ່ງນີ້.

(໔) ເປັນຜູ້ປະກອບພ້ອມແລ້ວ ດ້ວຍສິລທັງຫລາຍ

ຊະນິດເປັນທີ່ພໍໃຈຂອງເຫລົ່າພຣະອະຣິຍະເຈົ້າ: ເປັນສິລທີ່ບໍ່ຂາດ

ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນສິລທີ່ເປັນໄທຈາກຕັນຫາ

ເປັນສິລທີ່ຜູ້ຮູ້ທ່ານສັນເສີນ ເປັນສິລທີ່ທິດຖິບໍ່ລູບຄລຳແລະ

ເປັນສິລທີ່ເປັນໄປພ້ອມເພື່ອສະມາທິ ດັ່ງນີ້.

ມະຫານາມ! ປຽບເໝືອນຕົ້ນໄມ້ນ້ອມໄປໃນ

ທິດປາຈີນ ໂນ້ມໄປສູ່ທິດປາຈີນ ເອນໄປທາງທິດປາຈີນ.

ຕົ້ນໄມ້ນັ້ນ ເມື່ອເຂົາຕັດທີ່ໂຄນແລ້ວ ມັນຈະລົ້ມໄປທາງໃດ?

“ມັນຈະລົ້ມໄປທາງທິດທີ່ມັນນ້ອມໄປ ໂນ້ມໄປ ເອນໄປ ຂ້ານ້ອຍ! ”.

ມະຫານາມະ! ສັນໃດກໍສັນນັ້ນ: ອະຣິຍະສາວົກປະກອບ

ແລ້ວດ້ວຍທັມ ໔ ປະການເຫລົ່ານີ້ ຍ່ອມເປັນຜູ້ມີປົກກະຕິນ້ອມໄປ

ໃນນິພພານ ໂນ້ມໄປສູ່ນິພພານ ເອນໄປທາງນິພພານໂດຍແທ້

ແລ.


- ມະຫາວາຣ. ສໍ. ໑໙/໔໖໕-໔໖໖/໑໕໑໑-໑໕໑໒.


ພຣະໂສດາບັນເປັນໃຜ (ນັຍທີ່ສອງ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ