ສິ້ນນັນທິ ສິ້ນຣາຄະ ກໍສິ້ນທຸກຂ໌
ທໍາໃນທີສຸດ
ພິກຂຸທັງຫລາຍ! ພິກຂຸເຫັນຈັກຂຸອັນບໍ່ທ່ຽງນັ້ນແລ
ວ່າບໍ່ທ່ຽງ ຄວາມເຫັນເຊັ່ນນັ້ນ ເປັນ ສັມມາທິດຖິ (ການເຫັນຢູ່
ໂດຍຖືກຕ້ອງ) ຂອງທ່ານນັ້ນ.
ເມື່ອເຫັນຢູ່ໂດຍຖືກຕ້ອງ ຍ່ອມເບື່ອໜ່າຍ
(ສັມມາ ປັສສັງ ນິພພິນທະຕິ);
ເພາະຄວາມສິ້ນໄປແຫ່ງນັນທິ
ຈຶ່ງມີຄວາມສິ້ນໄປແຫ່ງຣາຄະ
(ນັນທິກຄະຂະຍາ ຣາຄັກຂະໂຍ);
ເພາະຄວາມສິ້ນໄປແຫ່ງຣາຄະ
ຈຶ່ງມີຄວາມສິ້ນໄປແຫ່ງນັນທິ
(ຣາຄັກຂະຍາ ນັນທິກຂະໂຍ);
ເພາະຄວາມສິ້ນໄປແຫ່ງນັນທິແລະຣາຄະ
ກ່າວໄດ້ວ່າ “ຈິຕຫລຸດພົ້ນແລ້ວດ້ວຍດີ” ດັ່ງນີ້.
(ນັນທິຣາຄັກຂະຍາ ຈິຕຕັງ ສຸວິມຸຕຕັນຕິ ວຸຈຈະຕິ).
(ໃນກໍລະນີແຫ່ງອາຍະຕະນະພາຍໃນທີ່ເຫລືອອີກ ໕ ຄື ໂສຕະ ຄານະ ຊິວຫາ
ກາຍະ ມະໂນ ແລະໃນກໍລະນີແຫ່ງອາຍະຕະນະພາຍນອກ ໖ ຄື ຮູບ ສຽງ ກິ່ນ ລົສໂຜດຖັບພະ ທຳມາລົມ ກໍຕຣັສຢ່າງດຽວກັນກັບໃນກໍລະນີແຫ່ງຈັກຂຸທຸກປະການ).
ສະລາ. ສໍ. ໑໘/໑໗໙/໒໔໕-໖.
ສິ້ນນັນທິ ສິ້ນຣາຄະ ກໍສິ້ນທຸກຂ໌








