ເຫດປັດໃຈທີ່ເຮັດໃຫ້ສັທທັມຕັ້ງຢູ່ນານ ພາຍຫລັງພຸທທະປະຣິນິພພານ

ທໍາໃນທ່າມກາງ

0:00/0:00

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ຄັ້ງນັ້ນ, ພຣາມຄົນໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານການປາສັຍພໍໃຫ້ຣະນຶກເຖິງກັນແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍເປັນເຫດ ເປັນປັຈຈັຍເຮັດໃຫ້ສັທທັມບໍ່ຕັ້ງຢູ່ນານ ເມື່ອພຣະຕະຖາຄົຕປະຣິນິພພານແລ້ວ?

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດເປັນເຫດ ເປັນປັຈຈັຍເຮັດໃຫ້ສັທທັມຕັ້ງຢູ່ນານ ເມື່ອພຣະຕະຖາຄົຕປະຣິນິພພານແລ້ວ?

ພຣາມ ! ເພາະບໍ່ຈະເຣີນ ເພາະບໍ່ກະທຳໃຫ້ຫລາຍເຊິ່ງສະຕິປັຕຖານ ໔ ສັທທັມຈຶ່ງບໍ່ຕັ້ງຢູ່ນານ ເມື່ອຕະຖາຄົຕປະຣິນິພພານແລ້ວ.

ພຣາມ ! ເພາະຈະເຣີນ ເພາະກະທຳໃຫ້ຫລາຍເຊິ່ງສະຕິປັຕຖານ ໔ ສັທທັມຈຶ່ງຕັ້ງຢູ່ນານ ເມື່ອຕະຖາຄົຕປະຣິນິພພານແລ້ວ.

ສະຕິປັຕຖານ ໔ ເປັນຢ່າງໃດ?

ພຣາມ ! ພິກຂຸໃນທັມວິນັຍນີ້ ຍ່ອມພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;

ຍ່ອມພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;

ຍ່ອມພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;

ຍ່ອມພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;

ພຣາມ ! ເພາະບໍ່ຈະເຣີນ ເພາະບໍ່ກະທຳໃຫ້ຫລາຍເຊິ່ງສະຕິປັຕຖານ ໔ ເຫລົ່ານີ້ແລ ສັທທັມຈຶ່ງບໍ່ຕັ້ງຢູ່ນານເມື່ອຕະຖາຄົຕປະຣິນິພພານແລ້ວ. ແຕ່ເພາະຈະເຣີນ ເພາະກະທຳໃຫ້ຫລາຍເຊິ່ງສະຕິປັຕຖານ ໔ ເຫລົ່ານີ້ ສັທທັມຈຶ່ງຕັ້ງຢູ່ນານ ເມື່ອຕະຖາຄົຕປະຣິນິພພານແລ້ວ, ດັ່ງນີ້.

ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ພຣາມຄົນນັ້ນໄດ້ກຣາບທູນພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືຕາມປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ ຂ້ານ້ອຍຂໍເຖິງທ່ານພຣະໂຄມດົມກັບທັງພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕະຫລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.


ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໑໙໑/໗໗໗-໗໘໐


ເຫດປັດໃຈທີ່ເຮັດໃຫ້ສັທທັມຕັ້ງຢູ່ນານ ພາຍຫລັງພຸທທະປະຣິນິພພານ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ