ກະດອງຂອງບັນພະຊິຕ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ! ເລື່ອງເຄີຍມີມາແຕ່ກ່ອນ:

ເຕົ່າຕົວໜຶ່ງທ່ຽວຫາກິນຕາມແຄມລຳທານໃນຕອນຄ່ຳ,

ໝາຈອກໂຕໜຶ່ງກໍທ່ຽວຫາກິນຕາມແຄມລຳທານໃນຕອນຄ່ຳເຊັ່ນດຽວກັນ

ເຕົ່າຕົວນີ້

ໄດ້ເຫັນໝາຈອກຊຶ່ງທ່ຽວຫາກິນ (ຍ່າງເຂົ້າມາ) ແຕ່ໄກ,

ຄັ້ນແລ້ວ

ຈຶ່ງຫົດອະໄວຍະວະທັງຫລາຍ ມີຫົວເປັນທີ່ ໕ ເຂົ້າໃນກະດອງຂອງ

ຕົນເສຍ ເປັນຜູ້ຂົນຂວາຍນ້ອຍນິ່ງຢູ່

ແມ່ນໝາຈອກ

ກໍໄດ້ເຫັນເຕົ່າໂຕທີ່ທ່ຽວຫາກິນນັ້ນແຕ່ໄກຄືກັນ,

ຄັ້ນແລ້ວ

ຈຶ່ງຍ່າງຕົງເຂົ້າໄປທີ່ເຕົ່າ ຄອຍຖ້າຊ່ອງຢູ່ວ່າ

“ເມື່ອໃດໜໍເຕົ່າຈັກ

ໂຜ່ອະໄວຍະວະສ່ວນໃດສ່ວນຫນຶ່ງອອກໃນບັນດາອະໄວຍະວະທັງຫລາຍ

ມີຫົວເປັນທີ່ ໕ ແລ້ວ ຈັກກັດອະໄວຍະວະສ່ວນນັ້ນ ຄ່າເອົາອອກມາ

ກິນເສຍ” ດັ່ງນີ້.

ພິກຂຸທັງຫລາຍ! ຕະຫລອດເວລາທີ່ເຕົ່າບໍ່ໂຜ່

ອະໄວຍະວະອອກມາ ໝາຈອກກໍບໍ່ໄດ້ໂອກາດຕ້ອງຫລີກໄປເອງ;

ພິກຂຸທັງຫລາຍ! ສັນໃດກໍສັນນັ້ນ:

#ມານຜູ້ໃຈບາບ

ກໍຄອຍຖ້າຊ່ອງຕໍ່ພວກທ່ານທັງຫລາຍ ຕິດຕໍ່ບໍ່ຂາດລະຍະຢູ່

ຄືກັນວ່າ “ຖ້າຢ່າງໃດ ເຮົາຄົງໄດ້ຊ່ອງ ບໍ່ທາງຕາກໍທາງຫູ

ຫລືທາງດັງ ຫລືທາງລິ້ນ ຫລືທາງກາຍ ຫລືທາງໃຈ”, ດັ່ງນີ້.

ພິກຂຸທັງຫລາຍ! ເພາະສະນັ້ນ ໃນເລື່ອງນີ້ ພວກທ່ານ ທັງຫລາຍ ຈົ່ງເປັນຜູ້ຄຸ້ມຄອງທະວານໃນອິນຊີຍ໌ທັງຫລາຍຢູ່ເຖີດ;

ໄດ້ເຫັນຮູບດ້ວຍຕາ,

ໄດ້ຟັງສຽງດ້ວຍຫູ,

ໄດ້ດົມກິ່ນດ້ວຍດັງ,

ໄດ້ລິ້ມລົສດ້ວຍລິ້ນ,

ໄດ້ສຳຜັສໂຜດຖັບພະດ້ວຍກາຍ,

ຫລືໄດ້ຮູ້ທຳມາລົມນ໌ດ້ວຍໃຈແລ້ວ

ຈົ່ງຢ່າໄດ້ຖືເອົາໂດຍລັກສະນະທີ່

ເປັນການລວບຖືທັງໝົດ, ຢ່າໄດ້ຖືເອົາໂດຍລັກສະນະທີ່

ເປັນການແຍກຖືເປັນສ່ວນ ໆ ເລີຍ, ສິ່ງທີ່ເປັນບາບອະກຸສົລ ຄື

ອະພິຊຊາ (ໂລພຢາກໄດ້ຂອງເຂົາ) ແລະໂທມະນັສ (ຄວາມເປັນທຸກຂ໌ໃຈ)

ຈະພຶງໄຫລໄປຕາມບຸກຄົນຜູ້ບໍ່ສຳລວມ ຕາ ຫູ ດັງ ລິ້ນ ກາຍ ໃຈ

ເພາະການບໍ່ສຳລວມອິນຊີຍ໌ເຫລົ່າໃດເປັນເຫຕ, ພວກທ່ານທັງຫລາຍ

ຈົ່ງປະຕິບັດເພື່ອການປິດກັ້ນອິນຊີຍ໌ນັ້ນໄວ້, ພວກທ່ານທັງຫລາຍ

ຈົ່ງຮັກສາແລະເຖິງຄວາມສຳລວມ ຕາ ຫູ ດັງ ລິ້ນ ກາຍ ໃຈ ເຖີດ.

ພິກຂຸທັງຫລາຍ! ໃນກາລໃດ ພວກທ່ານທັງຫລາຍ

ຈັກເປັນຜູ້ຄຸ້ມຄອງທະວານໃນອິນຊີຍ໌ທັງຫລາຍຢູ່; ໃນການນັ້ນ

ມານຜູ້ໃຈບາບ ຈັກບໍ່ໄດ້ຊ່ອງແມ່ນຈາກພວກທ່ານທັງຫລາຍ ແລະ

ຈັກຕ້ອງຫລີກໄປເອງ, ເໝືອນໝາຈອກບໍ່ໄດ້ຊ່ອງຈາກເຕົ່າ

ກໍຫລີກໄປເອງ ສະນັ້ນ.

“ເຕົ່າຫົດອະໄວຍະວະໄວ້ໃນກະດອງ ສັນໃດ,

ພິກຂຸ ພຶງຕັ້ງມະໂນວິຕົກ (ຄວາມຕິຕຶກທາງໃຈ) ໄວ້ໃນກະດອງ ສັນນັ້ນ,

ເປັນຜູ້ທີ່ຕັນຫາແລະທິດຖິບໍ່ອິງອາສັຍໄດ້,

ບໍ່ບຽດບຽນຜູ້ອື່ນ,

ບໍ່ກ່າວຮ້າຍຕໍ່ໃຜທັງໝົດ,

ເປັນຜູ້ດັບສະນິດແລ້ວ” ດັ່ງນີ້ແລ.


- ສະລາ. ສໍ. ໑໘/໒໒໒-໒໒໓/໓໒໐-໓໒໑.


ກະດອງຂອງບັນພະຊິຕ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ