ທາງສາຍເອກ
ທໍາໃນທ່າມກາງ
“ພິກຂຸທັງຫລາຍ ! ຫົນທາງນີ້ເປັນທາງສາຍເອກ ເພື່ອຄວາມບໍຣິສຸດຂອງເຫລົ່າສັດ ເພື່ອຄວາມລ່ວງພົ້ນຄວາມໂສກ ແລະ ປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸທັມທີ່ຖືກຕ້ອງ ເພື່ອທຳໃຫ້ແຈ້ງເຊິ່ງນິພພານ ຫົນທາງນີ້ຄື ສະຕິປັຕຖານ ໔ ”
ພິກຂຸທັງຫລາຍ ! ລຳແມ່ນ້ຳຄົງຄາຄ້ອຍໄປທາງທິດຕາເວັນອອກ ລາດໄປທາງທິດຕາເວັນອອກ ໄຫລໄປທາງທິດຕາເວັນອອກ ຂໍ້ນີ້ສັນໃດ;
ພິກຂຸທັງຫລາຍ ! ພິກຂຸອົບຮົມສະຕິປັຕຖານ ໔ ຢູ່ ກະທຳໃຫ້ຫລາຍເຊິ່ງສະຕິປັຕຖານ ໔ ຢູ່ ກໍຍ່ອມເປັນຜູ້ຄ້ອຍໄປທາງນິພພານ, ລາດໄປທາງນິພພານ ໄຫລໄປສູ່ນິພພານ ສັນນັ້ນເໝືອນກັນ.
ພິກຂຸທັງຫລາຍ ! ພິກຂຸອົບຮົມສະຕິປັຕຖານ ໔ ຢູ່ ກະທຳໃຫ້ຫລາຍເຊິ່ງສະຕິປັຕຖານ ໔ ຢູ່ ກໍຍ່ອມເປັນຜູ້ຄ້ອຍໄປທາງນິພພານ, ລາດໄປທາງນິພພານ ໄຫລໄປສູ່ນິພພານຢ່າງໃດ?
ພິກຂຸທັງຫລາຍ ! ພິກຂຸໃນທັມວິນັຍນີ້ ເປັນຜູ້ພິຈາຣະນາເຫັນກາຍໃນກາຍເນື່ອງໆຢູ່; ເປັນຜູ້ພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍເນື່ອງໆຢູ່; ເປັນຜູ້ພິຈາຣະນາເຫັນຈິດໃນຈິດເນື່ອງໆຢູ່; ເປັນຜູ້ພິຈາຣະນາເຫັນທັມໃນທັມທັງຫລາຍເນື່ອງໆຢູ່.
ພິກຂຸທັງຫລາຍ ! ພິກຂຸອົບຮົມສະຕິປັຕຖານສີ່ຢູ່ ກະທຳໃຫ້ຫລາຍເຊິ່ງສະຕິປັຕຖານສີ່ຢູ່ ກໍຍ່ອມເປັນຜູ້ຄ້ອຍໄປທາງນິພພານ, ລາດໄປທາງນິພພານ ໄຫລໄປສູ່ນິພພານ ດ້ວຍອາການຢ່າງນີ້ແລ.
- ຂຸມຊັບຈາກພຣະໂອຖ ໜ້າທີ ໒໙໓-໒໙໔
ທາງສາຍເອກ








