ຜູ້ໃຫ້ຂອງທີພໍໃຈຍ່ອມໄດ້ຂອງທີພໍໃຈ
ທໍາໃນເບື້ອງຕົ້ນ
... ຜູ້ໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ ຜູ້ໃດຍ່ອມ
ໃຫ້ເຄື່ອງນຸ່ງຫົ່ມ ທີ່ນອນ ເຂົ້າ ນ້ຳ ແລະປັຈຈັຍມີປະການຕ່າງ ໆ
ດ້ວຍຄວາມພໍໃຈ ໃນທ່ານຜູ້ປະພຶດຕົງ ສິ່ງຂອງທີ່ໃຫ້ໄປແລ້ວ
ນັ້ນຍ່ອມເປັນຂອງທີ່ບໍລິຈາກແລ້ວ ສະລະແລ້ວບໍ່ຄິດເອົາຄືນ ຜູ້ນັ້ນ
ເປັນສັບບຸຣຸສ ຮູ້ແຈ້ງວ່າພຣະອະຣະຫັນຕ໌ປຽບດ້ວຍນາບຸນ
ບໍລິຈາກສິ່ງທີ່ບໍລິຈາກໄດ້ຍາກແລ້ວ ຊື່ວ່າໃຫ້ຂອງທີ່ພໍໃຈ ຍ່ອມໄດ້
ຂອງທີ່ພໍໃຈ ດັ່ງນີ້.
... ຜູ້ໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ ຜູ້ໃຫ້ຂອງທີ່ເລີດ
ຍ່ອມໄດ້ຂອງທີ່ເລີດ ຜູ້ໃຫ້ຂອງທີ່ດີຍ່ອມໄດ້ຂອງທີ່ດີ ແລະຜູ້ໃຫ້ຂອງ
ທີ່ປະເສີດ ຍ່ອມເຂົ້າເຖິງສະຖານທີ່ປະເສີດ ນໍຣະຊົນໃດໃຫ້ຂອງທີ່ເລີດ
ໃຫ້ຂອງທີ່ດີ ແລະໃຫ້ຂອງທີ່ປະເສີດ ນໍຣະຊົນນັ້ນຈະບັງເກີດ ນະ
ທີ່ໃດ ໆ ຍ່ອມມີອາຍຸຍືນ ມີຍົດ ດັ່ງນີ້.
- ບາລີ ປັນຈກ. ອັງ. ໒໒/໕໓/໔໔.
ຜູ້ໃຫ້ຂອງທີພໍໃຈຍ່ອມໄດ້ຂອງທີພໍໃຈ








