ຄວາມສະອາດ 3 ຢ່າງ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ! ຄວາມສະອາດ 3 ຢ່າງນີ້, 3 ຢ່າງເປັນຢ່າງໃດ? ຄື:
ຄວາມສະອາດທາງກາຍ (ກາຍໂສເຈີຍຍະ),
ຄວາມສະອາດທາງວາຈາ (ວະຈີໂສເຈີຍຍະ),
ຄວາມສະອາດທາງໃຈ (ມະໂນໂສເຈີຍຍະ),
ພິກຂຸທັງຫລາຍ! ຄວາມສະອາດທາງກາຍເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶດຜິດໃນກາມທັງງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ຄວາມສະອາດທາງກາຍ.
ພິກຂຸທັງຫລາຍ! ຄວາມສະອາດທາງວາຈາເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກກາຣເວົ້າສຽດສີ, ເວັ້ນຂາດຈາກກາຣເວົ້າຄຳຫຍາບ, ເວັ້ນຂາດຈາກກາຣເວົ້າຄຳສັມຜັປປລາປາ. ພິກຂຸທັງຫລາຍ ນີ້ຮຽກວ່າ ຄວາມສະອາດທາງວາຈາ.
ພິກຂຸທັງຫລາຍ! ຄວາມສະອາດທາງໃຈເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ບໍ່ມີອະພິຊຊາຫລາຍ, ເປັນຜູ້ບໍ່ມີຈິຕພະຍາບາທ, ເປັນຜູ້ມີສັມມາທິຕຖິ. ພິກຂຸທັງຫລາຍ ນີ້ຮຽກວ່າ ຄວາມສະອາດທາງໃຈ.
ພິກຂຸທັງຫລາຍ! ຄວາມສະອາດ 3 ຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກນິບາຕ ໒໐/໒໕໘-໒໕໙/໕໖໐
ຄວາມສະອາດ 3 ຢ່າງ








