ຜູ້ທີ່ບໍ່ເຄີຍກ່ຽວຂ້ອງກັນ ຫາໄດ້ຍາກ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸ ທັງຫລາຍ ! ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໃດ້ ເມື່ອເຫລົ່າສັຕຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ທີ່ສຸດເບື້ອງຕົ້ນຍ່ອມບໍ່ປະກົດ ສັຕທີ່ບໍ່ເຄີຍເປັນມານດາ ໂດຍກາລນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ.

ຂໍ້ນັ້ນເພາະເຫດໃດໜໍ? ເພາະເຫດວ່າ ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໃດ້ ເມື່ອເຫລົ່າສັຕຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ທີ່ສຸດເບື້ອງຕົ້ນຍ່ອມບໍ່ປະກົດ ສັຕເຫລົ່ານັ້ນໄດ້ສເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມພິນາດ ໄດ້ເພີ້ມພູນປະຖະພີທີ່ເປັນປ່າຊ້າຕະຫລອດກາລນານເໝືອນເຊັ່ນນັ້ນ.

ພິກຂຸ ທັງຫລາຍ ! ດ້ວຍເຫດພຽງເທົ່ານີ້ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂານທັງປວງ ພໍແລ້ວເພື່ອຈະຄາຍກຳໜັດ ພໍແລ້ວເພື່ອຈະຫລຸດພົ້ນ ດັ່ງນີ້.

ພິກຂຸ ທັງຫລາຍ ! ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້... ສັຕທີ່ບໍ່ເຄີຍເປັນ ບິດາ ໂດຍກາລນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ... ດັ່ງນີ້.

ພິກຂຸ ທັງຫລາຍ ! ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້... ສັຕທີ່ບໍ່ເຄີຍເປັນເອື້ອຍຍິງນ້ອງຍິງ ໂດຍກາລນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ... ດັ່ງນີ້.

ພິກຂຸ ທັງຫລາຍ ! ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້... ສັຕທີ່ບໍ່ເຄີຍເປັນບຸດໂດຍກາລນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ... ດັ່ງນີ້.

ພິກຂຸ ທັງຫລາຍ ! ສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫລົ່າສັຕຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນຍ່ອມບໍ່ປະກົດ ສັຕທີ່ບໍ່ເຄີຍເປັນທິດາ ໂດຍກາລນານນີ້ ບໍ່ແມ່ນຫາໄດ້ງ່າຍເລີຍ.

ຂໍ້ນັ້ນເພາະເຫດໃດໜໍ? ເພາະເຫດວ່າສົງສານນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫລົ່າສັຕຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນຍ່ອມບໍ່ປະກົດ ສັຕເຫລົ່ານັ້ນໄດ້ສເຫວີຍທຸກຂ໌ ຄວາມເຜັດຮ້ອນ ຄວາມພິນາດ ໄດ້ເພີ່ມພູນປະຖະພີທີ່ເປັນປ່າຊ້າຕະຫລອດກາລນານເໝືອນເຊັ່ນນັ້ນ.

ພິກຂຸ ທັງຫລາຍ ! ດ້ວຍເຫດພຽງເທົ່ານີ້ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂານທັງປວງ ພໍແລ້ວເພື່ອຈະຄາຍກຳໜັດ ພໍແລ້ວເພື່ອຈະຫລຸດພົ້ນ ດັ່ງນີ້.


-ບາລີ ນິທານ. ສໍ. ໑໖/໒໒໓/໔໕0.


ຜູ້ທີ່ບໍ່ເຄີຍກ່ຽວຂ້ອງກັນ ຫາໄດ້ຍາກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ