ທານສູຕ
ທໍາໃນເບື້ອງຕົ້ນ
ດູຣາພິກຂຸທັງຫລາຍ ! ທານ ໒ ຢ່າງນີ້
ຄື ອາມິສທານ ໑ ທັມມະທານ ໑
ດູຣາພິກຂຸທັງຫລາຍ ! ບັນດາທານ ໒ ຢ່າງນີ້ ທັມມະທານເປັນເລີດ
ດູຣາພິກຂຸທັງຫລາຍ ! ການແຈກຈ່າຍ ໒ ຢ່າງນີ້ ຄື
ການແຈກຈ່າຍອາມິສ ໑ ການແຈກຈ່າຍທັມ ໑
ດູຣາພິກຂຸທັງຫລາຍ ! ບັນດາການແຈກຈ່າຍ ໒ ຢ່າງນີ້ ການແຈກຈ່າຍທັມເປັນເລີດ
ດູຣາພິກຂຸທັງຫລາຍ ! ການອະນຸເຄາະ ໒ ຢ່າງນີ້ ຄື
ການອະນຸເຄາະດ້ວຍອາມິສ ໑ ການອະນຸເຄາະດ້ວຍທັມ ໑
ດູຣາພິກຂຸທັງຫລາຍ ! ບັນດາການອະນຸເຄາະ ໒ ຢ່າງນີ້ ການອະນຸເຄາະດ້ວຍທັມເປັນເລີດ
ພຣະພຸດທະເຈົ້າທັງຫລາຍໄດ້ຕຣັດທານໃດວ່າຢ່າງຍິ່ງ ຍອດຢ້ຽມ
ພຣະຜູ້ມີພຣະພາຄໄດ້ກ່າວສັນລະເສີນການແຈກຈ່າຍທານໃດວ່າຢ່າງຍິ່ງ ຍອດຢ້ຽມ
ວິນຍູຊົນຜູ້ມີຈິຕເຫລື້ອມໃສໃນພຣະສັມມາສັມພຸທທະເຈົ້າແລະພຣະອະຣິຍະສົງຄ໌ຜູ້ເປັນເຂດອັນເລີດ
ຮູ້ແຈ້ງຢູ່ຊຶ່ງທານແລະການແຈກຈ່າຍທານນັ້ນໆໃຜຈະບໍ່ພິ່ງບູຊາ (ໃຫ້ທານ) ໃນການອັນຄວນໜໍ
ປະໂຫຍດຢ່າງຍິ່ງນັ້ນ ຂອງຜູ້ສະແດງ ແລະຜູ້ຟັງທັງ ໒ ຜູ້ມີຈິຕເຫລື້ອມໃສໃນຄຳສັ່ງສອນ ຂອງພຣະສູຕ ຍ່ອມໝົດຈົດປະໂຫຍດຢ່າງຍິ່ງນັ້ນ ຂອງຜູ້ບໍ່ປະໝາດແລ້ວໃນຄຳສັ່ງສອນ ຂອງພຣະສູຕ ຍ່ອມໝົດຈົດ
ຈົບສູຕທີ ໙
ພຣະໄຕປີດົກ ສະບັບບາລີສຍາມຣັດ
(ພາສາໄທ) ເຫລັ້ມທີ ໒໕
ພຣະສູຕ ຕັນຕະປີດົກ ເຫລັ້ມທີ ໑໘ ຂຸທທກປາ-ທັມມະບົດ-ອຸທານ-ອິຕິວຸຕຕະກະ-ສູຕຕະນິບາດ
ໜ້າທີ ໑໓໘/໔໑໘/ ຂໍ້ທີ ໒ຖ໘
ທານສູດ








