ເຫດສຳເລັດຄວາມປາດຖະໜາ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ ! ເຮົາຈະສະແດງເຫດສຳເລັດຄວາມປາດຖະໜາແກ່ເຈົ້າທັງຫລາຍ ພວກເຈົ້າຈົ່ງຟັງເຫດສຳເລັດຄວາມປາດຖະໜານັ້ນ ຈົ່ງໃສ່ໃຈໃຫ້ດີເຮົາຈະກ່າວ.

ພິກຂຸທັງຫລາຍ ! ພິກຂຸໃນທັມວິໃນນີ້ເປັນຜູ້ປະກອບດ້ວຍສັດທາ ສິລ ສຸຕຕະ ຈາຄະ ປັນຍາ ເຈົ້າມີຄວາມປາດຖະໜາຢ່າງນີ້ວ່າ "ໂອໜໍ ! ເມື່ອເຮົາຕາຍໄປແລ້ວ ພິ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສາລເຖີດ" ດັ່ງນີ້ ກໍມີ ເຈົ້າຈິ່ງຕັ້ງຈິຕນັ້ນ ອະທິຖານຈິຕນັ້ນ ຈະເລີນຈິຕນັ້ນ ຄວາມປາດຖະໜາແລະວິຫາລະທັມເຫລົ່ານັ້ນ ອັນເຈົ້າຈະເລີນແລ້ວຢ່າງນີ້ ທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເລັດໃນພາວະນັ້ນ.

ພິກຂຸທັງຫລາຍ ! ນີ້ມັຄ ນີ້ປະຖິປະທາເປັນໄປເພື່ອຄວາມສຳເລັດໃນຄວາມເປັນສະຫາຍແຫ່ງກະສັດມະຫາສາລ

ພິກຂຸທັງຫລາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສິລ ສຸຕຕະ ຈາຄະ ປັນຍາ ເຈົ້າມີຄວາມປາດຖະໜາຢ່າງນີ້ວ່າ "ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ພິ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງພຣາມມະຫາສາລເຖີດ" ດັ່ງນີ້ ກໍມີ ເຈົ້າຈິ່ງຕັ້ງຈິຕນັ້ນ ອະທິຖານຈິຕນັ້ນ ຈະເລີນຈິຕນັ້ນ ຄວາມປາດຖະໜາແລະວິຫາລະທັມເຫລົ່ານັ້ນ ອັນເຈົ້າຈະເລີນແລ້ວຢ່າງນີ້ທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເລັດໃນພາວະນັ້ນ.

ພິກຂຸທັງຫລາຍ ! ນີ້ມັຄ ນີ້ປະຖິປະທາເປັນໄປເພື່ອຄວາມສຳເລັດໃນຄວາມເປັນສະຫາຍແຫ່ງພຣາມມະຫາສາລ.

ພິກຂຸທັງຫລາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອຍດ້ວຍ ສັດທາ ສິລ ສຸຕຕະ ຈາຄະ ປັນຍາ ເຈົ້າມີຄວາມປາດຖະໜາຢ່າງນີ້ວ່າ "ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ພິ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງຄະຫະບໍດີມະຫາສາລເຖີດ" ດັ່ງນີ້ ກໍມີ ເຈົ້າຈິ່ງຕັ້ງຈິຕນັ້ນ ອະທິຖານຈິຕນັ້ນ ຈະເລີນຈິຕນັ້ນ ຄວາມປາດຖະໜາແລະວິຫາລະທັມເຫລົ່ານັ້ນ ອັນເຈົ້າຈະເລີນແລ້ວຢ່າງນີ້ທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເລັດໃນພາວະນັ້ນ.

ພິກຂຸທັງຫລາຍ ! ນີ້ມັຄ ນີ້ປະຖິປະທາເປັນໄປເພື່ອຄວາມສຳເລັດໃນຄວາມເປັນສະຫາຍແຫ່ງຄະຫະບໍດີມະຫາສາລ.


-ບາລີ ອູປຣິ. ມ. ໑໔/໒໑ຖ/໓໑໘


ເຫດສຳເລັດຄວາມປາດຖະໜາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ