ຕັນຫາ 9 ຢ່າງ (ທີ່ມີຢູ່ໃນຈິຕຂອງສັຕວ໌)

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫຼາຍ! ເຮົາຈະສະແດງທັມ(ສິ່ງ) ທີ່ມີຕັນຫາເປັນມູລ 9 ຢ່າງ. 9 ຢ່າງ ຢ່າງໃດໜໍ ? 9ຢ່າງຄື:

ເພາະອາໃສຕັນຫາ ຈຶ່ງມີການສະແຫວງຫາ(ປະຣິເຍສະນາ)

ເພາະອາໃສການສະແຫວງຫາ ຈຶ່ງມີການໄດ້(ໂລພາ)

ເພາະອາໃສການໄດ້ ຈຶ່ງມີຄວາມປົງໃຈຮັກ (ວິນິຈສະໂຢ)

ເພາະອາໃສຄວາມປົງໃຈຮັກ

ຈຶ່ງມີ ຄວາມກຳໜັດດ້ວຍຄວາມພໍໃຈ(ສັນທະຣາໂຄ)

ເພາະອາໃສຄວາມກຳໜັດດ້ວຍຄວາມພໍໃຈ

ຈຶ່ງມີ ຄວາມຫຼົງໄຫຼມົວເມົາ (ອັຊໂຊສານັງ)

ເພາະອາໃສຄວາມຫຼົງໄຫຼ່ມົວເມົາ

ຈຶ່ງມີຄວາມຈັບອົກຈັບໃຈ(ປະຣິກຄະໂຫ)

ເພາະອາໃສ ຄວາມຈັບອົກຈັບໃຈ ຈຶ່ງມີຄວາມຂີ້ຖີ່(ມັຈສະຣິຍັງ)

ເພາະອາໃສ ຄວາມຂີ້ຖີ່ ຈຶ່ງມີ ການຫວງກັ້ນ (ອາຣັກໂຂ)

ເພາະອາໃສການຫວງກັ້ນ

ຈຶ່ງມີ ເລື່ອງລາວອັນເກີດຈາກການຫວງກັ້ນ(ອາຣັກຂາທິກະຣະນັງ)

ກ່າວຄື ການໃຊ້ອາວຸດມີຄົມ

ການຜິດຖຽງ ການຍາດແຍ່ງ ການວິວາທ

ການໃຊ້ຄຳຫຍາບວ່າ “ມຶງ! ມຶງ!”

ການເວົ້າຄຳສໍ່ສຽດ ແລະການເວົ້າຕົວະທັງຫລາຍ.

ທັມອັນເປັນບາບມີອະກຸສົລເປັນອະເນກ ຍ່ອມເກີດຂື້ນພ້ອມ

ພິກຂຸທັງຫຼາຍ! ເຫຼົ່ານີ້ແລ ຊື່ວ່າ ທັມທີ່ມີຕັນຫາເປັນມູນ 9 ຢ່າງ.


ສຸຕຕັນຕະປີດົກ ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ 23/413/227

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ 20/69/59

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ