ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫຼາຍ ! ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ຜູ້ຕຣັສຮູ້ຊອບດ້ວຍຕົນເອງ ສົມບູນດ້ວຍວິຊຊາ ແລະ ຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກ ຄົນທີ່ຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະ ມະນຸສ ເປັນຜູ້ເບີກບານ ແລ້ວຈໍາແນກທັມສັ່ງສອນສັຕ.
ພິກຂຸທັງຫຼາຍ ! ຕະຖາຄົຕນັ້ນໄດ້ເຮັດໃຫ້ແຈ້ງຊຶ່ງ ໂລກນີ້ ກັບທັງເທວະດາ ມາຣ ພຣົມ ຊຶ່ງໝູ່ສັຕ ກັບທັງ ສະມະນະ ພຣາມ ພ້ອມທັງເທວະດາ ແລະ ມະນຸສ ດ້ວຍ ປັນຍາອັນຍິ່ງເອງແລ້ວ ປະກາສໃຫ້ຜູ້ອື່ນຮູ້ແຈ້ງຕາມ. ຕະຖາຄົຕນັ້ນ ສະແດງທັມງົດງາມ ໃນເບື້ອງຕົ້ນ ໃນທ່າມກາງ ແລະ ໃນທີ່ສຸດ ປະກາສພຣົມມະຈັນ ພ້ອມທັງອັດຖະ(ຄໍາອະທິບາຍ) ພ້ອມທັງພະຍັນຊະນະ (ຫົວຂໍ້) ບໍຣິສດຸ ບໍຣິບູນສິ້ນເຊີງ.
ຄະຫະບໍດີ ຫຼື ບຸຕຄະຫະບໍດີ ຫຼື ຄົນທີ່ເກີດໃນຕະກຸນອື່ນ ໃດໃນພາຍຫຼັງ ຍ່ອມຟັງທັມນັ້ນ. ຄັນຟັງແລ້ວຍ່ອມເກີດສັດ ທາໃນຕະຖາຄົຕ. ກຸນລະບຸຕນັ້ນຜູ້ປະກອບຢູ່ດ້ວຍສັດທາ
ຍ່ອມພິຈາຣະນາເຫັນວ່າ “ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ. ສ່ວນບັນພະຊາ (ບວດ) ເປັນໂອກາດສວ່າງ”
ມັນບໍ່ເປັນໄປໄດ້ໂດຍງ່າຍ ທີ່ເຮົາຜູ້ຢູ່ຄອງເຮືອນເຊັ່ນນີ້ ຈະປະພຶດພຣົມມະຈັນນັ້ນ ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນເປືອກສັງທີ່ເຂົາຂັດສະອາດດີແລ້ວ. ຖ້າຈັ່ງໃດ ເຮົາຄວນທີ່ຈະໂກນຜົມ ແລະ ໜວດ ຄອງຜ້າຍ້ອມຝາດ ອອກຈາກເຮືອນໄປ ບວດເປັນຜູ້ບໍ່ມີເຮືອນເທີ້ນ...
- ບາລີ ມ.ູ ມ. ໑໒/໔໘໗-໘/໔໕໔.
ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ








