ເຫັນແກ່ເຫຍື່ອຈິ່ງຕິດເບັດ
ທໍາໃນເບື້ອງຕົ້ນ
ພິກຂຸ ທັງຫລາຍ ! ປຽບເໝືອນພານເບັດ ໂຍນເບັດທີ່ເກາະເຫຍື່ອລົງໄປໃນວັງນ້ຳເລິກ.
ປາທີ່ເຫັນແກ່ເຫຍື່ອໂຕໃດໂຕໜຶ່ງ ຈະຕ້ອງກືນເບັດນັ້ນເຂົ້າໄປ.
ພິກຂຸ ທັງຫລາຍ ! ດ້ວຍອາການນີ້ແລ ປາທີ່ກືນເບັດຕົວນັ້ນ ເຖິງແລ້ວຊຶ່ງຄວາມພິນາດເຖິງແລ້ວເຊິ່ງຄວາມຈິບຫາຍ ເພາະພານເບັດ ແລ້ວແຕ່ພານເບັດນັ້ນໃຜຈະເຮັດຕາມອຳເພີໃຈຢ່າງໃດ.
ພິກຂຸ ທັງຫລາຍ ! ສັນໃດກໍສັນນັ້ນ, #ເບັດຫົກຕົວເຫລົ່ານີ້ ມີຢູ່ໃນໂລກ ເພື່ອຄວາມ ຈິບຫາຍຂອງສັຕວ໌ທັງຫລາຍ ເພື່ອຂ້າສັຕທັງຫລາຍ. ເບັດຫົກໂຕນັ້ນເປັນຢ່າງໃດໜໍ?
ເບັດຫົກຕົວນັ້ນ ຄື
ຮູບ ທີ່ເຫັນດ້ວຍຕາກໍດີ,
ສຽງທີ່ຟັງດ້ວຍຫູກໍດີ,
ກິ່ນ ທີ່ດົມດວຍດັງກໍດີ,
ຣົສທີ່ຊິມດ້ວຍລີ້ນກໍດີ,
ໂຜຖັພພະ ທີ່ສຳຜັສດ້ວຍກາຍກໍດີ,
ແລະ ທັມມາຣົມທີ່ຮູ້ແຈ້ງດ້ວຍໃຈກໍດີ, ມີຢູ່
ເຊິ່ງເປັນສິ່ງທີ່ໜ້າປາດຖະໜາ ໜ້າຮັກໄຄ່ພໍໃຈ ທີ່ລໍ້ຕາລໍ້ໃຈ
ໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໃສຢູ່ແຫ່ງຄວາມໄຄ່ ແລະ
ເປັນທີ່ຕັ້ງແຫ່ງຄວາມກຳໜັດຍ້ອມໃຈ. #ຖ້າພິກຂຸ
ເພີດເພີນ ພ້ຳສັນລະເສີນ ເມົາໝົກຢູ່ເຊິ່ງອາລົມ ມີຮູບເປັນຕົ້ນນັ້ນແລ້ວ.,
ພິກຂຸ ທັງຫລາຍ . ! ພິກຂຸນີ້ ເຮົາກ່າວວ່າ ຜູ້ກືນເບັດຂອງມານ
ເຖິງແລ້ວເຊິ່ງຄວາມພິນາດ ເຖິງແລ້ວຊຶ່ງຄວາມຈິບຫາຍ
ແລ້ວແຕ່ມານຜູ້ທີບາບໃຜຈະເຮັດປະການໃດ ແລ.
- ສລາ. ສໍ. ໑໘/໑໙໗/໒໘໙
ເຫັນແກ່ເຫຍື່ອຈິ່ງຕິດເບັດ








