ທັມທີ່ເປັນຄຸນສົມບັຕຂອງໂສດາບັນ
ທໍາໃນເບື້ອງຕົ້ນ
ຄັ້ງນັ້ນ ທ່ານອະນາຖະບິນດິກະຄະຫະບໍດີ ແວດລ້ອມດ້ວຍອຸປາສົກປະມານ ໕໐໐ ຄົນ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັ້ງນັ້ນ ພຣະຜູ້ມີພຣະພາຄຕຣັສກັບທ່ານພຣະສາຣີບຸຕວ່າ:
ສາຣີບຸຕ! ພວກເຈົ້າທັງຫລາຍຄວນຮູ້ຄະຣືຫັສຖ໌ຄົນໃດຄົນໜຶ່ງ ຜູ້ນຸ່ງຂາວຫົ່ມຂາວ ມີກາຣກະທຳສັງຣວມດີໃນສິກຂາບົທ ໕ ປະກາຣ ແລະມີປົກກະຕິໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ເຊິ່ງທັມເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ອັນມີໃນຈິຕອັນຍິ່ງ ໔ ປະກາຣ ແລະຄະຣືຫັສຖ໌ຜູ້ນັ້ນເມື່ອຫວັງຢູ່ ກໍຍ່ອມພະຍາກອນຕົນດ້ວຍຕົນເອງໄດ້ວ່າ ເຮົາເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນີດດິຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕສິ້ນແລ້ວ ຍ່ອມເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງທີ່ຈະຕຣັສຮູ້ໃນເບື້ອງໜ້າ.
ກໍຄະຣືຫັສຖ໌ເປັນຜູ້ມີກາຣກະທຳສັງຣວມດີໃນສິກຂາບົທ ໕ ປະກາຣເປັນຢ່າງໃດ?
ສາຣີບຸຕ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ງົດເວັ້ນຈາກກາຣລັກຊັພຍ໌, ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ງົດເວັ້ນຈາກກາຣເວົ້າຕົວະ, ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ. ຄະຣືຫັສຖ໌ເປັນຜູ້ມີກາຣກະທຳສັງຣວມດີໃນສິກຂາບົທ ໕ ປະກາຣເປັນຢ່າງນີ້ແລ.
ກໍຄະຣືຫັສຖ໌ເປັນຜູ້ມີປົກກະຕິໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ເຊິ່ງທັມເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ອັນມີໃນຈິຕອັນຍິ່ງ ໔ ປະກາຣເປັນຢ່າງໃດ?
ສາຣີບຸຕ! ອະຣິຍະສາວົກໃນທັມວິນັຍນີ້ ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້າວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ ດັ່ງນີ້. ນີ້ເປັນທັມເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ອັນມີໃນຈິຕອັນຍິ່ງຂໍ້ທີ ໑ ອັນອະຣິຍະສາວົກນັ້ນໄດ້ເຖິງແລ້ວ ເພື່ອຄວາມບໍຣິສຸທແຫ່ງຈິຕທີ່ຍັງບໍ່ບໍຣິສຸທ ເພື່ອຄວາມຜ່ອງໃສແຫ່ງຈິຕທີ່ຍັງບໍ່ຜ່ອງໃສ.
ສາຣີບຸຕ! ອີກປະກາຣໜຶ່ງ ອະຣິຍະສາວົກປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມວ່າ ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕຍ່ອມເຫັນໄດ້ດ້ວຍຕົນເອງ, ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໂຕ, ເປັນສິ່ງທີ່ວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ດັ່ງນີ້. ນີ້ເປັນທັມເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ອັນມີໃນຈິຕອັນຍິ່ງຂໍ້ທີ ໒ ອັນອະຣິຍະສາວົກນັ້ນໄດ້ເຖິງແລ້ວ ເພື່ອຄວາມບໍຣິສຸທແຫ່ງຈິຕທີ່ຍັງບໍ່ບໍຣິສຸທ ເພື່ອຄວາມຜ່ອງໃສແຫ່ງຈິຕທີ່ຍັງບໍ່ຜ່ອງໃສ.
ສາຣີບຸຕ! ອີກປະກາຣໜຶ່ງ ອະຣິຍະສາວົກປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕດີແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເປັນຜູ້ປະຕິບັຕຕົງແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເປັນຜູ້ປະຕິບັຕຊອບແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເປັນຜູ້ປະຕິບັຕສົມຄວນແລ້ວ, ໄດ້ແກ່ບຸຄຄົລເຫລົ່ານີ້ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງໂຕໄດ້ ໘ ບຸຣຸສ ນັ້ນແຫລະຄືສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ, ເປັນສົງຄ໌ຄວນຮັບທັກຂິນາທານ, ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທຳອັນຊະລີ, ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ດັ່ງນີ້. ນີ້ເປັນທັມເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ອັນມີໃນຈິຕອັນຍິ່ງຂໍ້ທີ ໓ ອັນອະຣິຍະສາວົກນັ້ນໄດ້ເຖິງແລ້ວ ເພື່ອຄວາມບໍຣິສຸທແຫ່ງຈິຕທີ່ຍັງບໍ່ບໍຣິສຸທ ເພື່ອຄວາມຜ່ອງໃສແຫ່ງຈິຕທີ່ຍັງບໍ່ຜ່ອງໃສ.
ສາຣີບຸຕ! ອີກປະກາຣໜຶ່ງ ອະຣິຍະສາວົກເປັນຜູ້ປະກອບດ້ວຍສີລທີ່ພຣະອະຣິຍະເຈົ້າໃຄ່ແລ້ວ ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ. ນີ້ເປັນທັມເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ອັນມີໃນຈິຕອັນຍິ່ງຂໍ້ທີ ໔ ອັນອະຣິຍະສາວົກນັ້ນໄດ້ເຖິງແລ້ວ ເພື່ອຄວາມບໍຣິສຸທແຫ່ງຈິຕທີ່ຍັງບໍ່ບໍຣິສຸທ ເພື່ອຄວາມຜ່ອງໃສແຫ່ງຈິຕທີ່ຍັງບໍ່ຜ່ອງໃສ.
ສາຣີບຸຕ! ຄະຣືຫັສຖ໌ເປັນຜູ້ມີປົກກະຕິໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ເຊິ່ງທັມເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ອັນມີໃນຈິຕອັນຍິ່ງ ໔ ປະກາຣເປັນຢ່າງນີ້ແລ.
ສາຣີບຸຕ! ພວກເຈົ້າທັງຫລາຍຄວນຮູ້ຄະຣືຫັສຖ໌ຄົນໃດຄົນໜຶ່ງ ຜູ້ນຸ່ງຂາວຫົ່ມຂາວ ມີກາຣກະທຳສັງຣວມດີໃນສິກຂາບົທ ໕ ປະກາຣ ແລະມີປົກກະຕິໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກ ເຊິ່ງທັມເຄື່ອງຢູ່ເປັນສຸຂໃນປັຈຈຸບັນ ອັນມີໃນຈິຕອັນຍິ່ງ ໔ ປະກາຣ ແລະຄະຣືຫັສຖ໌ຜູ້ນັ້ນເມື່ອຫວັງຢູ່ ກໍຍ່ອມພະຍາກອນຕົນດ້ວຍຕົນເອງໄດ້ວ່າ ເຮົາເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນີດດິຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕສິ້ນແລ້ວ ຍ່ອມເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງທີ່ຈະຕຣັສຮູ້ໃນເບື້ອງໜ້າ.
ບັນດິຕເຫັນພັຍໃນນະຣົກແລ້ວ ຄວນເວັ້ນບາບເສຍ
ສະມາທານອະຣິຍະທັມແລ້ວ ຄວນເວັ້ນບາບເສຍ
ບໍ່ຄວນບຽດບຽນສັຕທັງຫລາຍ ໃນເມື່ອຄວາມພະຍາຍາມມີຢູ່
ບໍ່ຄວນກ່າວຄຳຕົວະທັງໆທີ່ຮູ້
ບໍ່ຄວນຖືເອົາຂອງທີ່ເຂົາບໍ່ໄດ້ໃຫ້
ຍິນດີດ້ວຍພະຣິຍາຂອງຕົນ ບໍ່ຄວນຍິນດີພະຣິຍາຂອງຜູ້ອື່ນ
ບໍ່ຄວນດື່ມສຸຣາເມຣັຍອັນເປັນເຄື່ອງຍັງຈິຕໃຫ້ຫລົງໄຫລ
ຄວນຣະນຶກເຖິງພຣະສັມມາສັມພຸທທະເຈົ້າສະເໝີ
ແລະຄວນຣະນຶກເຖິງພຣະທັມສະເໝີ
ຄວນອົບຮົມຈິຕໃຫ້ປາສະຈາກພະຍາບາທ
ອັນເປັນປະໂຍຊນ໌ເກື້ອກູນແກ່ເທວະໂລກ
ທັກຂິນາທານທີ່ຜູ້ຕ້ອງກາຣບຸນຍ໌ສະແຫວງຫາບຸນຍ໌ໃຫ້ແລ້ວໃນສັປບຸຣຸສກ່ອນ.
ສາຣີບຸຕ! ເຮົາຈັກບອກສັປບຸຣຸສໃຫ້ ຈົ່ງຟັງຄຳຂອງເຮົາ, ໃນບັນດາງົວດຳ ຂາວ ແດງ ໝອກ ດ່າງ ໝົ່ນ ຫລືແດງອ່ອນ ຊະນິດໃດຊະນິດໜຶ່ງ ງົວທີ່ຝຶກແລ້ວຍ່ອມເປັນງົວຫົວໜ້າໝູ່ໃດ ງົວຫົວໜ້າໝູ່ໂຕນັ້ນຍ່ອມເປັນງົວທີ່ນຳທຸຣະໄປໄດ້ ສົມບູນດ້ວຍກຳລັງ ເດີນໄດ້ຮຽບຮ້ອຍແລະໄວ ຄົນທັງຫລາຍຍ່ອມທຽມງົວໂຕນັ້ນໃນກາຣຂົນພາຣະ ບໍ່ຄຳນຶງເຖິງສີຂອງມັນ ສັນໃດ, ໃນໝູ່ມະນຸສກໍສັນນັ້ນເໝືອນກັນ ໃນຊາຕຢ່າງໃດຢ່າງໜຶ່ງຄື ກະສັຕ ພຣາມນ໌ ແພທຍ໌ ສູທ ຈັນທາລ ປຸກກຸສະ ບັນດາມະນຸສເຫລົ່ານັ້ນທຸກໆຊາຕ ຄົນຜູ້ຝຶກແລ້ວ ຍ່ອມເກີດເປັນຜູ້ມີວັຕດີ ຕັ້ງຢູ່ໃນທັມ ສົມບູນດ້ວຍສີລ ກ່າວຄຳສັຈ ມີໃຈປະກອບດ້ວຍຫິຣິ ລະຊາຕແລະມະຣະນະໄດ້ແລ້ວ ຢູ່ຈົບພຣົມມະຈັນຍ໌ ປົງພາຣະແລ້ວ ບໍ່ປະກອບດ້ວຍກິເລສ ໄດ້ກະທຳກິຈສຳເຣັຈແລ້ວ ບໍ່ມີອາສະວະ ເປັນຜູ້ເຖິງຝັ່ງແຫ່ງທັມທັງປວງ ດັບແລ້ວເພາະບໍ່ຖືໝັ້ນ ກໍທັກຂິນາທີ່ບຳເພັນໃນຜູ້ນັ້ນ ຜູ້ປາສະຈາກຄວາມກຳນັດ ເປັນປຸນຍະເຂຕ ຍ່ອມມີຜົລໄພບູນ.
ສ່ວນຄົນພາລຜູ້ບໍ່ຮູ້ແຈ້ງ ມີປັນຍາຊາມ ບໍ່ໄດ້ສະດັບ ຍ່ອມໃຫ້ທານໃນພາຍນອກ ບໍ່ຄົບຫາສັປບຸຣຸສ.
ສ່ວນຄົນເຫລົ່າໃດ ຍ່ອມຄົບຫາສັປບຸຣຸສຜູ້ມີປັນຍາດີ ໄດ້ຮັບກາຣຍົກຍ້ອງວ່າເປັນທີຣະຊົນ ຊົນເຫລົ່ານັ້ນຕັ້ງສັທທາໄວ້ໃນພຣະສຸຄົຕເປັນເຄົ້າມູລແລ້ວ ຍ່ອມໄປສູ່ເທວະໂລກ ຫລືຍ່ອມເກີດໃນຕະກຸນສູງໃນໂລກນີ້ ຊົນເຫລົ່ານັ້ນເປັນບັນດິຕ ຍ່ອມບັນລຸນິພພານໂດຍລຳດັບ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໙-໑໙໑/໑໗໙
ທັມທີ່ເປັນຄຸນສົມບັຕຂອງໂສດາບັນ








