ພັນຣະຍາ 7 ຈໍາພວກ

ທໍາໃນເບື້ອງຕົ້ນ

0:00/0:00

ຄັ້ງນັ້ນ ເມື່ອເວລາເຊົ້າ ພຣະຜູ້ມີພຣະພາຄຊົງນຸ່ງແລ້ວ ຊົງຖືບາຕແລະ ຈີວອຣ ສະເດັດເຂົ້າໄປຍັງນິເວດຂອງທ່ານອະນາຖະບິນດິກະເສດຖີ ປະທັບ ນັ່ງເທິງອາສະນະທີ່ປູໄວ້ແລ້ວ ກໍສະໃໝນັ້ນ ມະນຸສທັງຫຼາຍໃນນິເວດຂອງ ທ່ານອະນາຖະບິນດິກະເສດຖີສົ່ງສຽງເນືອງນັນ ທ່ານອະນາຖະບິນດິກະ ເສດຖີ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງ ນະທີ່ຄວນສ່ວນຂ້າງໜຶ່ງ.

ຄັນແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສຖາມວ່າ

ຄະຫະບໍດີ ! ເຫຕໃດໜໍ ມະນຸສທັງຫຼາຍໃນນິເວດຂອງ ທ່ານ ຈຶ່ງສົ່ງສຽງເນືອງນັນເໝືອນຊາວປະມົງຍາດປາກັນ.

ອະນາຖະບິນດີກະເສດຖີ ກາບທູນວ່າ

“ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ນາງ ສຸຊາດາ ຄົນ ນີ້ ຂ້າ ນ້ອຍ ນໍາ ມາ ຈາກ ຕະກູນຮັ່ງ ມີ ມາ ເປັນ ສະໃພ້ໃນ ເຮືອນ ນາງ ບໍ່ເຊື່ອ ຖື ແມ່ ຜົວ ພໍ່ຜົວ ສາມີ ແມ່ນ ແຕ ່ ພຣະຜູ້ມີ ພຣະພາຄ ນາງກໍ ບໍ່ ສັກກະ ຣະ ເຄົາລົບນັບຖື ບູຊາ ”

ລໍາດັບນັ້ນ ພຣະຜູ້ມີພຣະພາຄຕຣັສຮຽກນາງສຸຊາດາ ຍິງສະໃພ້ໃນ ເຮືອນວ່າ “

ມານີ່ແມ ! ສຸຊາດາ”

ນາງສຊຸາດາ ຍິງສະໃພ້ໃນເຮືອນທນູຮັບພຣະຜູ້ມີພຣະພາຄແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງ ນະ ທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາຄຕຣັສຖາມວ່າ

ສຸຊາດາ ! ພະຣິຍາຂອງບຣຸຸສ ໗ ຈໍາພວກນີ້ ໗ ຈໍາ ພວກເປັນຢ່າງໃດໜໍ ຄື

ພະຣິຍາສະເໝີດ້ວຍເພັດຊະຄາຕ

ສະເໝີດ້ວຍໂຈຣ

ສະເໝີດ້ວຍເຈົ້ານາຍ

ສະເໝີດ້ວຍແມ່

ສະເໝີດ້ວຍເອື້ອຍ ນ້ອງສາວ

ສະເໝີດ້ວຍໝູ່ເພື່ອນ

ສະເໝີດ້ວຍທາສ

ສຸຊາດາ ! ພະຣິຍາຂອງບຣຸຸສ ໗ ຈໍາພວກນີ້ແລ ເຈົ້າເປັນຈໍາພວກໃດໃນ 7 ຈໍາພວກນັ້ນ.

ສຸຊາດາ ກາບທນູວ່າ

“ ຂ້າແຕ່ ພຣະອົງຄ໌ ຜູ້ ຈະເຣີນ ! ຂ້ານ້ອຍ ຍັງ ບໍ່ຮູ້ ທົ່ວ ເຖີງຄວາມ ແຫ່ງ ພຣະດໍາຣັດທີ່ ພຣະຜູ້ມີ ພຣະພາຄ ຕຣັສ ແລ້ວ ໂດຍ ຫຍໍ້ນີ້ ໄດ້ ໂດຍ ພິສະ ດານ.

ຂ້ າ ແຕ່ພຣະອົງຄ໌ ຜູ້ ຈະ ເຣີນ ! ຂໍປະທານ ພຣະວະ ໂຣກາສ ຂໍ ພຣະຜູ້ ມີ ພຣະພາຄ ຊົງ ສະ ແດງ ທັມ ແກ່ ຂ້ານ້ອຍ ໂດຍ ທີ່ຂ້ານ້ອຍຈະ ຍ່ອມ ຮູ້ທົ່ວ ເຖິງ ເນື້ອຄວາມ ແຫ່ງ ພຣະ ດໍາ ຣັດທີ່ ພຣະຜູ້ມີ ພຣະພາຄ ຕຣັສ ໂດຍ ຫຍໍ້ນີ້ ໂດຍ ພິສະ ດານ ເທີ້ນ ”

ສຸຊາດາ ! ຖ້າຢ່າງນັ້ນ ເຈົ້າຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາ ຈັກກ່າວ

(໑) ພະຣິຍາຜູ້ມີຈິຕປະທສຸະຮ້າຍ ບໍ່ອະນເຸຄາະດ້ວຍປະ ໂຍຊນ໌ເກື້ອກນູ ຍິນດີໃນຊາຍອື່ນ ດູໝີ່ນສາມີ ເປັນຜູ້ອັນ ເຂົາຊື້ມາດ້ວຍຊັພ ພະຍາຍາມຈະຂ້າຜົວ ພະຣິຍາຂອງ ບຣຸຸສເຫັນປານນີ້ຮຽກວ່າ ວະທະກາພະຣິຍາ ພັນຣະຍາ ສະເໝີ ດ້ວຍເພັດຊະຄາຕ.

(໒) ສາມີຂອງຍິງປະກອບດ້ວຍສິລະປະກັມ ພານິດຊະກັມ ແລະກະສິກັມໄດ້ຊັພໃດມາ ພະຣິຍາປາຖນາຈະລັກເຊື່ອງ ຊັພ ແມ່ນມີຢູ່ໜ້ອຍນັ້ນເສຍ ພະຣິຍາຂອງບຣຸຸສ ເຫັນປານ ນີ້ຮຽກວ່າ ໂຈຣີພະຣິຍາ ພັນຣະຍາສະເໝີດ້ວຍໂຈຣ.

(໓) ພະຣິຍາ ບໍ່ສົນໃຈໃນການງານ ກຽດຄ້ານ ກິນຫຼາຍ ປາກຮ້າຍ ປາກກ້າ ຮ້າຍເກັ່ງ ກ່າວຄໍາຫຍາບ ຂົ່ມຂີ່ຜົວຜູ້ ຂະຫຍັນຂັນແຂງ ພະຣິຍາຂອງບຣຸຸສເຫັນປານນີ້ ຮຽກວ່າ ອັຍຍາພະຣິຍາ ພັນຣະຍາສະເໝີດ້ວຍເຈົ້ານາຍ.

(໔) ພະຣິຍາໃດອະນຸເຄາະດ້ວຍປະໂຍຊນ໌ເກື້ອກູນທຸກເມື່ອ ຕາມຮັກສາສາມີ ເໝືອນມານດາຮັກສາບຸຕ ຮັກສາຊັພທີ່ ສາມີຫາມາໄດ້ໄວ້ ພະຣິຍາຂອງບຣຸຸສເຫັນປານນີ້ ຮຽກວ່າ ມາຕາພະຣິຍາ ພັນຣະຍາສະເໝີດ້ວຍແມ່.

(໕) ພະຣິຍາເປັນເໝືອນເອື້ອຍ ນ້ອງສາວ ມີຄວາມເຄົາ ຣົບໃນສາມີຂອງຕົນ ເປັນຄົນລະອາຍບາບ ເປັນໄປຕາມ ອໍານາດສາມີ ພະຣິຍາຂອງບຣຸຸສເຫັນປານນີ້ ຮຽກວ່າ ພະຄິນີພະຣິຍາ ພັນຣະຍາສະເໝີດ້ວຍເອື້ອຍ ນ້ອງສາວ.

(໖) ພະຣິຍາໃນໂລກນີ້ເຫັນສາມີແລ້ວຊື່ນຊົມຍິນດີເໝືອນ ເພື່ອນຜູ້ຈາກໄປດົນແລ້ວກັບມາ ເປັນຍິງມີສີລ ມີວັຕ ປະຕິບັຕສາມີ ພະຣິຍາຂອງບຣຸຸສເຫັນປານນີ້ ຮຽກວ່າ ສະຂີພະຣິຍາ ພັນຣະຍາສະເໝີດ້ວຍເພື່ອນ.

(໗) ພະຣິຍາສາມີຂ້ຽນຕີ ດ່າຂູ່ເຂັນກໍບໍ່ໂກທ ບໍ່ຄິດແຄ້ນ ໂກທຕອບສາມີ ອົດທົນໄດ້ ເປັນໄປຕາມອໍານາດສາມີ ພະຣິຍາຂອງບຣຸຸສເຫັນປານນີ້ ຮຽກວ່າ ທາສີພະຣິຍາ ພັນຣະຍາສະເໝີດ້ວຍທາສ(ຍິງ).

ພະຣິຍາທີ່ຮຽກວ່າ

ວະທະກາພະຣິຍາ ໑,

ໂຈຣີພະຣິຍາ ໑,

ອັຍຍາພະຣິຍາ ໑,

ພະຣິຍາທັງ ໓ ຈໍາພວກນັ້ນ ລ້ວນ ແຕ່ເປັນຄົນທຸສີລ ຫຍາບຊ້າ ບໍ່ເອື້ອເຟື້ອ ເມື່ອຕາຍໄປ ຍ່ອມເຂົ້າເຖິງນະຣົກ.

ສ່ວນພະຣິຍາທີ່ຮຽກວ່າ

ມາຕາພະຣິຍາ ໑,

ພະຄິນີພະຣິ ຍາ ໑,

ສະຂີພະຣິຍາ ໑,

ທາສີພະຣິຍາ ໑,

ພະຣິຍາທັງ ໔ ຈໍາພວກນັ້ນ ເພາະຕັ້ງຢູ່ໃນສີລ ຖະໜອມຮັກໄວ້ຢັ້ງຢືນ ເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິ.

ສຸຊາດາ ! ພະຣິຍາຂອງບຣຸຸສ ໗ ຈໍາພວກນີ້ແລ ເຈົ້າ ເປັນພະຣິຍາຈໍາພວກໃດ ໃນ ໗ ຈໍາພວກນັ້ນ.

ຂ້າ ແຕ່ພຣະອົງຄ໌ ຜູ້ ຈະ ເ ຣີນ ! ຕັ້ງ ແຕ່ ວັນນີ້ ເປັນຕົ້ນໄປ ຂໍ ພຣະຜູ ້ ມີ ພຣະພາ ຄຈົ່ງ ຊົງ ຈໍາຂ້າ ນ້ອຍ ວ່າ ເປັນ ພະຣິຍາ ຂອງ ສາມີ ຜູ້ສະ ເໝີດ້ວຍທາສ


- ບາລີ ສັຕຕກ. ອັງ. ໒໓/໙໒/໖໐.


ພັນຣະຍາ 7 ຈໍາພວກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ