ເຣີກດີ ຍາມດີ
ທໍາໃນເບື້ອງຕົ້ນ
ເຣີກດີ ຍາມດີ ທີ່ພຣະພຸທທະເຈົ້າຊົງສອນ
ພິກຂຸທັງຫລາຍ ! ສັດເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັດເຫລົ່ານັ້ນ;
ພິກຂຸທັງຫລາຍ ! ສັດເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງກໍເປັນເວລາທ່ຽງທີ່ດີຂອງສັດເຫລົ່ານັ້ນ;
ພິກຂຸທັງຫລາຍ ! ສັດເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາຄ່ຳ ເວລາຄ່ຳກໍເປັນເວລາຄ່ຳທີ່ດີຂອງສັດເຫລົ່ານັ້ນ.
ສັດທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ວ່າເປັນເຣີກດີ ມຸງຄຸນດີ ສະຫວ່າງດີ ຮຸ່ງດີ ຂະນະດີ ຍາມດີ ແລະບູຊາດີໃນພຣົມມະຈາຣີບຸກຄົນທັງຫລາຍ.
ກາຍກັມເປັນສ່ວນເບື້ອງຂວາ ຄວາມປາຖະໜາຂອງທ່ານເປັນສ່ວນເບື້ອງຂວາ ສັດທັງຫລາຍກະທຳກັມອັນເປັນສ່ວນເບື້ອງຂວາແລ້ວ ຍ່ອມໄດ້ຜົນປະໂຫຍດອັນເປັນສ່ວນເບື້ອງຂວາ ທ່ານເຫລົ່ານັ້ນໄດ້ປະໂຫຍດແລ້ວ ຍ່ອມໄດ້ຮັບຄວາມສຸກ ຍ່ອມງອກງາມໃນພຸທທະສາສນາ ຍ່ອມບໍ່ມີໂຣຄ ເຖິງຄວາມສຸກພ້ອມດ້ວຍຍາຕທັງມວນ.
ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ເອກະ-ທຸກ-ຕິກະນິບາຕ ພາສາໄທ ສະບັບຫລວງ ເຫລັ້ມທີ ໒໐/໒໘໕-໒໘໖/໕໙໕
ເຣີກດີ ຍາມດີ








