ຈິດມີຕັນຫາຮຽກວ່າຢູ່ສອງຄົນ ຈິດບໍ່ມີຕັນຫາຮຽກວ່າຢູ່ຄົນດຽວ

ທໍາໃນທ່າມກາງ

0:00/0:00

“ຂ້າແຕ່ພຣະອົງຄ໌ຜູ້ຈະເລີນ! ດ້ວຍເຫຕພຽງເທົ່າໃດໜໍ ພິກຂຸ

ຈຶ່ງຊື່ວ່າ ເປັນຜູ້ມີການຢູ່ ຢ່າງມີເພື່ອນສອງ ຂ້ານອ້ຍ?”.

ມິຄະຊາລະ! ຮູບທັງຫລາຍ ອັນຈະຕ້ອງເຫັນໄດ້ດ້ວຍຈັກຂຸ

ອັນເປັນຮູບ ທີ່ໜ້າປາດຖະຫນາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະ

ໜ້າຮັກ ເປັນທີ່ເຂົ້າໄປຕັ້ງອາສັຍຢູ່ ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງ

ຄວາມກຳໜັດ ຍ້ອມໃຈມີຢູ່. ຖ້າຫາກວ່າ ພິກຂຸຍ່ອມເພີດເພີນ

ພ່ຳສັນເສີນ ສະຫຍົບມົວເມົາ ຊຶ່ງຮູບນັ້ນ;

ແກ່ພິກຂຸຜູ້ເພີດເພີນ ພ່ຳສັນເສີນ ສະຫຍົບ ມົວເມົາ

ຊຶ່ງຮູບນັ້ນຢູ່ ນັ້ນແຫລະ, ນັນທິ (ຄວາມເພີນ) ຍ່ອມເກີດຂຶ້ນ.

ເມື່ອ ນັນທິ ມີຢູ່, ສາຣາຄະ (ຄວາມພໍໃຈຢ່າງຍິ່ງ)

ຍ່ອມມີ;

ເມື່ອ ສາຣາຄະ ມີຢູ່, ສັນໂຍຄະ (ຄວາມຜູກຈິຕຕິດກັບ

ອາລົມ) ຍ່ອມມີ :

ມິຄະຊາລະ! ພິກຂຸຜູ້ປະກອບພ້ອມແລ້ວ ດ້ວຍການ

ຜູກຈິຕຕິດກັບອາລົມດ້ວຍອຳນາດແຫ່ງຄວາມເພີນ ນັ້ນແລ

ເຮົາຮຽກວ່າ “ຜູ້ມີການຢູ່ຢ່າງມີເພື່ອນສອງ”.

(ໃນກໍລະນີແຫ່ງສຽງ ທັງຫລາຍອັນຈະຕ້ອງໄດ້ຍິນດ້ວຍຫູກໍດີ,

ກິ່ນທັງຫລາຍອັນຈະຕ້ອງດົມດ້ວຍດັງກໍດີ, ລົສທັ້ງຫລາຍອັນຈະພຶງຊີມ

ດ້ວຍລິ້ນກໍດີ, ໂຜດຖັບພະ ທັງຫລາຍອັນຈະຕ້ອງສຳຜັສດ້ວຍຜິວກາຍກໍດີ, ແລະ

ທຳມາລົມທັງຫລາຍ ອັນຈະຕ້ອງຮູ້ແຈ້ງດ້ວຍໃຈກໍດີ, ພຣະຜູ້ມີພຣະພາຄເຈົ້າ

ໄດ້ຕຣັສໄວ້ ມີນັຍຍະ ຢ່າງດຽວກັນກັບ ໃນກໍລະນີແຫ່ງຮູບທັງຫລາຍ ອັນຈະຕ້ອງ

ເຫັນດ້ວຍຈັກຂຸ).

ມິຄະຊາລະ! ພິກຂຸຜູ້ມີການຢູ່ດ້ວຍອາການຢ່າງນີ້

ແມ່ນຈະສ້ອງເສບເສນາສະນະອັນເປັນປ່າແລະປ່າຊັດ ຊຶ່ງງຽບສະງັດ

ມີສຽງລົບກວນນ້ອຍ ມີສຽງກຶກກ້ອງຄຶກໂຄມນ້ອຍ ປາສະຈາກ

ລົມຈາກຜິວກາຍຄົນ ເປັນບ່ອນເຮັດການລັບຂອງມະນຸສ ເປັນທີ່ສົມຄວນ

ແກ່ການຫລີກເວັ້ນ ເຊັ່ນນີ້ແລ້ວ ກໍຕາມ, ເຖິງຢ່າງນັ້ນ ພິກຂຸນັ້ນ

ເຮົາກໍຍັງຄົງຮຽກວ່າ ຜູ້ມີການຢູ່ຢ່າງມີເພື່ອນສອງຢູ່ນັ້ນເອງ.

ຂໍ້ນັ້ນເພາະເຫຕໃດ ?

ຂໍ້ນັ້ນເພາະເຫຕວ່າ ຕັນຫານັ້ນແລ ເປັນເພື່ອນສອງ

ຂອງພິກຂຸນັ້ນ; ຕັນຫານັ້ນ ອັນພິກຂຸນັ້ນ ຍັງລະບໍ່ໄດ້ແລ້ວ

ເພາະເຫຕນັ້ນ ພິກຂຸນັ້ນ ເຮົາຈຶ່ງຮຽກວ່າ “ຜູ້ມີການຢູ່ຢ່າງ

ມີເພື່ອນສອງ” ດັ່ງນີ້.

“ຂ້າແຕ່ພຣະອົງຄ໌ຜູ້ຈະເລີນ! ດ້ວຍເຫຕພຽງເທົ່າໃດໜໍ

ພິກຂຸຈຶ່ງຊື່ວ່າ ເປັນຜູ້ມີການຢູ່ຢ່າງຢູ່ຜູ້ດຽວ ຂ້ານ້ອຍ?”.

ມິຄະຊາລະ! ຮູບ ທັງຫລາຍອັນຈະຕ້ອງເຫັນໄດ້ດ້ວຍຈັກຂຸ

ເປັນຮູບທີ່ໜ້າປາດຖະຫນາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ

ເປັນທີ່ເຂົ້າໄປຕັ້ງອາສັຍຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມ

ກຳໜັດຍ້ອມໃຈ ມີຢູ່, ຖ້າຫາກວ່າພິກຂຸຍ່ອມບໍ່ເພີດເພີນ

ບໍ່ພ່ຳສັນເສີນ ບໍ່ສະຫຍົບ ມົວເມົາ ຊຶ່ງຮູບນັ້ນ,

ແກ່ພິກຂຸຜູ້ບໍ່ເພີດເພີນ ບໍ່ພ່ຳສັນເສີນ ບໍ່ສະຫຍົບ

ມົວເມົາ ຊຶ່ງຮູບນັ້ນ ນັ້ນແຫລະ, ນັນທິ (ຄວາມເພີນ) ຍ່ອມດັບ;

ເມື່ອ ນັນທິ ບໍ່ມີຢູ່, ສາຣາຄະ (ຄວາມພໍໃຈຢ່າງຍິ່ງ)

ຍ່ອມບໍ່ມີ;

ເມື່ອ ສາຣາຄະ ບໍ່ມີຢູ່, ສັນໂຍຄະ (ຄວາມຜູກຈິຕ

ຕິດກັບອາລົມ) ຍ່ອມບໍ່ມີ :

ມິຄະຊາລະ! ພິກຂຸຜູ້ ບໍ່ປະກອບພ້ອມແລ້ວ ດ້ວຍ

ການຜູກຈິຕຕິດກັບອາລົມດ້ວຍອຳນາດແຫ່ງຄວາມເພີນ

(ນັນທິ) ນັ້ນແລ ເຮົາຮຽກວ່າ “ຜູ້ມີການຢູ່ຢ່າງຢູ່ຜູ້ດຽວ”.

(ໃນກໍລະນີແຫ່ງສຽງ ທັງຫລາຍອັນຈະພຶງໄດ້ຍິນດ້ວຍຫູກໍດີ,

ກິ່ນທັງຫລາຍອັນຈະພຶງດົມດ້ວຍດັງກໍດີ, ລົສທັ້ງຫລາຍອັນຈະພຶງລິ້ມ

ດ້ວຍລິ້ນກໍດີ, ໂຜດຖັບພະ ທັງຫລາຍອັນຈະພຶງສຳຜັສດ້ວຍຜິວກາຍກໍດີ,

ແລະ ທຳມາລົມ ທັງຫລາຍອັນຈະພຶງຮູ້ແຈ້ງດ້ວຍໃຈກໍດີ, ພຣະຜູ້ມີ

ພຣະພາຄເຈົ້າໄດ້ຕຣັສໄວ້ມີນັຍຍະຢ່າງດຽວກັນກັບໃນກໍລະນີແຫ່ງຮູບ

ທັງຫລາຍອັນຈະພຶງເຫັນດ້ວຍຈັກຂຸ).

ມິກຊາລະ! ພິກຂຸຜູ້ມີການຢູ່ດ້ວຍອາການຢ່າງນີ້ ແມ່ນ

ຢູ່ໃນຫມູ່ບ້ານ ອັນເກື່ອນກົ່ນໄປດ້ວຍພິກຂຸ ພິກຂຸນີ ອຸບາສົກ

ອຸບາສິກາທັງຫລາຍ, ດ້ວຍພະລາຊາ ມະຫາອຳມາດຍ໌ຂອງພະ

ລາຊາທັງຫລາຍ, ດ້ວຍເດຍຣະຖີຍ໌ ສາວົກຂອງເດຍຣະຖີຍ໌ທັງຫລາຍ

ກໍຕາມ; ເຖິງຢ່າງນັ້ນ ພິກຂຸນັ້ນ ເຮົາກໍຮຽກວ່າ ຜູ້ມີການຢູ່ຢ່າງ

ຢູ່ຜູ້ດຽວໂດຍແທ້.

ຂໍ້ນັ້ນເພາະເຫຕໃດ໋ ?

ຂໍ້ນັ້ນເພາະເຫຕວ່າຕັນຫານັ້ນແລ ເປັນເພື່ອນສອງ

ຂອງພິກຂຸນັ້ນ; ຕັນຫານັ້ນ ອັນພິກຂຸນັ້ນ ລະເສຍໄດ້ແລ້ວ

ເພາະເຫຕນັ້ນ ພິກຂຸນັ້ນ ເຮົາຈຶ່ງຮຽກວ່າ “ຜູ້ມີການຢູ່ຢ່າງ

ຢູ່ຜູ້ດຽວ”, ດັ່ງນີ້ ແລ.


ສະລາ. ສໍ. ໑໘/໔໓໔໔/໖໖-໖໗.


ຈິດມີຕັນຫາຮຽກວ່າຢູ່ສອງຄົນ ຈິດບໍ່ມີຕັນຫາຮຽກວ່າຢູ່ຄົນດຽວ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ