ພຣົມຈັນຍ໌ນີ້ອັນບຸກຄົນຍ່ອມປະພຶດ ເພື່ອການລະຂາດຊຶ່ງພົບ

ທໍາໃນທ່າມກາງ

0:00/0:00

ສັດໂລກນີ້ ເກີດຄວາມເດືອດຮ້ອນແລ້ວ ມີຜັສສະ

ບັງໜ້າ ຍ່ອມກ່າວຊຶ່ງພະຍາດ (ຄວາມສຽດແທງ) ນັ້ນ ໂດຍຄວາມ

ເປັນຕົວເປັນຕົນ.

ເຂົາສຳຄັນສິ່ງໃດ ໂດຍຄວາມເປັນປະການໃດ ແຕ່ສິ່ງນັ້ນ

ຍ່ອມເປັນ (ຕາມທີ່ເປັນຈິງ) ໂດຍປະການອື່ນຈາກທີ່ເຂົາສຳຄັນນັ້ນ.

ສັດໂລກຕິດຂ້ອງຢູ່ໃນພົພ ຖືກພົພບັງໜ້າແລ້ວ ມີພົພ

ໂດຍຄວາມເປັນຢ່າງອື່ນ (ຈາກທີ່ມັນເປັນຢູ່ຈິງ) ຈຶ່ງໄດ້

ເພີດເພີນຍິ່ງນັກໃນພົພນັ້ນ.

ເຂົາເພີດເພີນຍິ່ງນັກໃນສິ່ງໃດ ສິ່ງນັ້ນເປັນໄພ

(ທີ່ເຂົາບໍ່ຮູ້ຈັກ): ເຂົາຢ້ານຕໍ່ສິ່ງໃດ ສິ່ງນັ້ນກໍເປັນທຸກຂ໌.

ພຣົມຈັນຍ໌ນີ້ ອັນບຸກຄົນຍ່ອມປະພຶດ ກໍເພື່ອການ

ລະຂາດຊຶ່ງພົພ.

ສະມະນະຫລືພາພຣາມເຫລົ່າໃດ ກ່າວຄວາມ

ຫລຸດພົ້ນຈາກພົພວ່າ ມີໄດ້ເພາະພົພ; ເຮົາກ່າວວ່າ ສະມະນະ

ຫລືພາພຣາມທັງປວງນັ້ນ ບໍ່ແມ່ນຜູ້ຫລຸດພົ້ນຈາກພົພ.

ເຖິງແມ່ນສະມະນະຫລືພຣາມເຫລົ່າໃດ ກ່າວຄວາມອອກ

ໄປໄດ້ຈາກພົພວ່າ ມີໄດ້ເພາະວິພົພ (ບໍ່ມີພົພ): ເຮົາກ່າວວ່າ

ສົມນະຫລືພຣາມທັງປວງນັ້ນ ກໍຍັງສະລັດພົພອອກໄປບໍ່ໄດ້.

ກໍທຸກຂ໌ນີ້ມີຂຶ້ນ

ເພາະອາສັຍຊຶ່ງອຸປະທິທັງປະຫວງ.

ເພາະຄວາມສິ້ນໄປແຫ່ງອຸປາທານທັງປວງ

ຄວາມເກີດຂຶ້ນແຫ່ງທຸກຂ໌ຈຶ່ງບໍ່ມີ.

ທ່ານຈົ່ງເບິ່ງໂລກນີ້ເຖີດ (ຈະເຫັນວ່າ) ສັດທັງຫລາຍອັນ

ອະວິຊຊາ (ຄວາມບໍ່ຮູ້) ຫນາແຫນ້ນບັງໜາແລ້ວ; ແລະວ່າສັດ

ຜູ້ຍິນດີໃນພົພອັນເປັນແລ້ວນັ້ນ ຍ່ອມບໍ່ເປັນຜູ້ຫລຸດພົ້ນໄປ

ຈາກພົພໄດ້ ກໍພົພທັງຫລາຍເຫລົ່າໜຶ່ງເຫລົ່າໃດ ອັນເປັນໄປໃນ

ທີ່ຫລືໃນເວລາທັງປວງ ເພື່ອຄວາມມີແຫ່ງປະໂຫຍດໂດຍ

ປະການທັງປວງ; ພົພທັງຫລາຍທັງໝົດນັ້ນ ບໍ່ທ່ຽງ ເປັນທຸກຂ໌

ມີຄວາມປັ່ນປ່ວນເປັນທຳມະດາ.

ເມື່ອບຸກຄົນເຫັນຢູ່ຊຶ່ງຂໍ້ນັ້ນ ດ້ວຍປັນຍາອັນຖຶກ

ຕາມທີ່ເປັນຈິງຢ່າງນີ້ຢູ່; ເຂົາຍ່ອມລະພະວະຕັນຫາ (ຄວາມຢາກມີ

ຢາກເປັນ) ໄດ້ ແລະບໍ່ເພີດເພີນວິພະວະຕັນຫາ (ຄວາມບໍ່ຢາກ)

ດ້ວຍ.

ຄວາມດັບເພາະຄວາມສຳລອກບໍ່ເຫລືອ (ແຫ່ງພົພ

ທັງຫລາຍ) ເພາະຄວາມສິ້ນໄປແຫ່ງຕັນຫາໂດຍປະການທັງປວງ

ນັ້ນຄືນິພພານ.

ພົພໃໝ່ຍ່ອມບໍ່ມີແກ່ພິກຂຸນັ້ນ ຜູ້ດັບເຢັນສະນິດແລ້ວ

ເພາະບໍ່ມີຄວາມຢຶດໝັ້ນ.

ພິກຂຸນັ້ນ ເປັນຜູ້ຄອບງຳມານໄດ້ແລ້ວ ຊະນະສົງຄາມ

ແລ້ວ ກ້າວລ່ວງພົພທັງຫລາຍທັງປວງໄດ້ແລ້ວ ເປັນຜູ້ຄົງທີ່

(ຄືບໍ່ປ່ຽນແປງອີກຕໍ່ໄປ), ດັ່ງນີ້ ແລ.


- ອຸ. ຂຸ. ໒໕/໑໒໑-໑໒໓/໘໔.


ພຣົມຈັນຍ໌ນີ້ອັນບຸກຄົນຍ່ອມປະພຶດ ເພື່ອການລະຂາດຊຶ່ງພົບ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ