ອົງຄ໌ແຫ່ງຄວາມພຽນ 5 ປະການ
ທໍາໃນທ່າມກາງ
ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? (ປັນຈິມານິ ພິກຂະເວ ປະທານິຍັງຄານິ ກະຕະມານິ ປັນຈະ)
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາຕຣັສຮູ້ຂອງພຣະຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ ດັ່ງນີ້.
ເປັນຜູ້ມີອາພາທໜ້ອຍ, ມີທຸກຂ໌ໜ້ອຍ, ປະກອບດ້ວຍໄຟທາຕມີຜົລສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ພໍປານກາງ ຄວນແກ່ກາຣບຳເພັນພຽນ.
ເປັນຜູ້ບໍ່ໂອ້ອວດ ບໍ່ມີມາຍາ ກະທຳຕົນໃຫ້ເປີດເຜີຍຕາມທີ່ເປັນຈິງໃນພຣະສາສດາ ຫລືໃນເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນ.
ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ.
ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ.
ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້ແລ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໕໗-໕໘/໕໓
ອົງຄ໌ແຫ່ງຄວາມພຽນ 5 ປະການ








