ເມື່ອບໍ່ມີມາ ບໍ່ມີໄປ ຍ່ອມບໍ່ມີເກີດ ແລະ ບໍ່ມີດັບ

ທໍາໃນທີສຸດ

0:00/0:00

ພຣະຜູ້ມີພຣະພາຄເຈົ້າ ໄດ້ຊົງຊັກຊວນພິກຂຸທັງຫລາຍ

ດ້ວຍທັມມິກະຖາອັນເນື່ອງສະເພາະດ້ວຍນິພພານ, ໄດ້ຊົງເຫັນວ່າ

ພິກຂຸທັງຫລາຍສົນໃຈຟັງຢ່າງຍິ່ງ ຈຶ່ງໄດ້ຕຣັສພຣະພຸທທະອຸທານນີ້ຂຶ້ນ

ໃນເວລານັ້ນ ວ່າ: -

ຄວາມຫວັ່ນໄຫວ ຍ່ອມມີ

ແກ່ບຸກຄົນຜູ້ອັນຕັນຫາແລະທິດຖິອາສັຍແລ້ວ

(ນິສສິຕັສສະ ຈະລິຕັງ)

ຄວາມຫວັ່ນໄຫວ ຍ່ອມບໍ່ມີ

ແກ່ບຸກຄົນຜູ້ອັນຕັນຫາແລະທິດຖິບໍ່ອາສັຍແລ້ວ

(ອະນິສສິຕັສສະ ຈະລິຕັງ ນັຕຖິ)

ເມື່ອຄວາມຫວັ່ນໄຫວບໍ່ມີ, ປັດສັທທິຍ່ອມມີ

(ຈະລິເຕ ອະສະຕິ ປັສສັທທິ)

ເມື່ອປັສສັສທິມີ, ນະຕິ (ຄວາມນ້ອມໄປ) ຍ່ອມບໍ່ມີ

(ປັສສັທທິຍາ ສະຕິ ນະຕິ ນະ ໂຫຕິ)

ເມື່ອນະຕິບໍ່ມີ, ອາຄະຕິຄະຕິ (ການມາແລະການໄປ) ຍ່ອມບໍ່ມີ

(ນະຕິຍາ ອະສະຕິ ອາຄະຕິຄະຕິ ນະ ໂຫຕິ)

ເມື່ອອາຄະຕິຄະຕິບໍ່ມີ,

ຈຸຕູປະປາຕະ (ການເຄື່ອນແລະການເກີດຂຶ້ນ) ຍ່ອມບໍ່ມີ

(ອາຄະຕິຄະຕິຍາ ອະສະຕິ ຈຸຕູປະປາໂຕ ນະ ໂຫຕິ)

ເມື່ອຈຸຕູປະປາຕະບໍ່ມີ, ຫຍັງ ໆ ກໍບໍ່ມີໃນໂລກນີ້

ບໍ່ມີໃນໂລກອື່ນ ບໍ່ມີໃນລະຫວ່າງແຫ່ງໂລກທັງສອງ

(ຈຸຕູປະປາເຕ ອະສະຕິ ເນວິທະ ນະ ຫຸຣັງ ນະ ອຸພະຍະມັນຕະເຣ)

ນັ້ນແຫລະ ຄືທີ່ສຸດແຫ່ງທຸກຂ໌ລະ.


-ອຸ. ຂຸ. ໒໕/໒໐໘/໑໖໑.


ເມື່ອບໍ່ມີມາ ບໍ່ມີໄປ ຍ່ອມບໍ່ມີເກີດ ແລະ ບໍ່ມີດັບ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ