ຄົນພານຜູ້ໂງ່ເຂົາຍ່ອມກະທຳຄວາມຊົ່ວ

ທໍາໃນເບື້ອງຕົ້ນ

0:00/0:00

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ໃນພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ກໍສມັຍນັ້ນ ຊົນທັງຫລາຍໃຫ້ຄວາມສັກກາຣະ ເຄົາຣົບ ນັບຖື ບູຊາ ຢຳເກງແກ່ພຣະຜູ້ມີພຣະພາຄ ຊົງໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ແມ່ນແຕ່ພຣະພິກຂຸສົງຄ໌ ຊົນທັງຫລາຍກໍໃຫ້ຄວາມສັກກາຣະ ເຄົາຣົບ ນັບຖື ບູຊາ ຢຳເກງ ໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ສ່ວນພວກອັນຍະເດຍຣະຖີປະຣິພາຊົກ ມະຫາຊົນບໍ່ສັກກາຣະ ບໍ່ເຄົາຣົບ ບໍ່ນັບຖື ບໍ່ບູຊາ ບໍ່ໃຫ້ຄວາມຢຳເກງ ບໍ່ໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ

ໃນຄັ້ງນັ້ນ, ພວກອັນຍະເດຍຣະຖີປະຣິພາຊົກອົດທົນຕໍ່ສັກກາຣະຂອງພຣະຜູ້ມີພຣະພາຄແລະສັກກາຣະຂອງພຣະພິກຂຸສົງຄ໌ບໍ່ໄດ້ ເຂົ້າໄປຫານາງສຸນທະຣີປະຣິພາຊິກາເຖິງທີ່ຢູ່ ຄັນແລ້ວໄດ້ກ່າວກັບນາງສຸນທະຣີປະຣິພາຊິກາວ່າ:

ນ້ອງຍິງ! ເຈົ້າສາມາດກະທຳປະໂຫຍດແກ່ຍາຕທັງຫລາຍໄດ້ຫລື?

ສຸນທະຣີປະຣິພາຊິກາຖາມວ່າ ຈະໃຫ້ຂ້ານ້ອຍກະທຳອັນໃດ ພຣະຜູ້ເປັນເຈົ້າ? ຂ້ານ້ອຍສາມາດກະທຳໄດ້ ແມ່ນແຕ່ຊີວິດ ຂ້ານ້ອຍກໍສະລະເພື່ອປະໂຫຍດແກ່ຍາຕທັງຫລາຍໄດ້.

ນ້ອງຍິງ! ຖ້າເຊັ່ນນັ້ນ ເຈົ້າຈົ່ງໄປສູ່ພຣະວິຫາຣເຊຕະວັນ ເນື່ອງໆເຖີດ.

ນາງສຸນທະຣີປະຣິພາຊິກາຮັບຄຳຂອງພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນແລ້ວ ໄດ້ໄປຍັງພຣະວິຫາຣເຊຕະວັນ ເນື່ອງໆ ເມື່ອພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນໄດ້ຮູ້ວ່າ ມີຄົນຈຳນວນຫລາຍເຫັນນາງສຸນທະຣີປະຣິພາຊິກາໄປຍັງພຣະວິຫາຣເຊຕະວັນເນື່ອງໆ ຈຶ່ງໄດ້ຈ້າງນັກເລງຂ້ານາງສຸນທະຣີປະຣິພາຊິການັ້ນ ແລ້ວຝັງໄວ້ໃນຄູຮອບພຣະວິຫາຣເຊຕະວັນນັ້ນ ແລ້ວເຂົ້າໄປເຝົ້າພຣະເຈົ້າປະເສນທິໂກສົລເຖິງທີ່ປະທັບ ຄັນແລ້ວໄດ້ກຣາບທູນວ່າ:

ຂໍເດຊະມະຫາຣາຊ! ອາຕະມາພາບທັງຫລາຍບໍ່ເຫັນນາງສຸນທະຣີປະຣິພາຊິກາເລີຍ.

ພຣະເຈົ້າປະເສນທິໂກສົລຖາມວ່າ: ພຣະຄຸນເຈົ້າທັງຫລາຍສົງໄສຢູ່ໃສໜໍ?

ພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນທູນວ່າ: ທີ່ພຣະວິຫາຣເຊຕະວັນ ມະຫາຣາຊເຈົ້າ.

ພຣະເຈົ້າປະເສນທິໂກສົລກໍຮັບສັ່ງວ່າ: ຖ້າຢ່າງນັ້ນ ພຣະຄຸນເຈົ້າທັງຫລາຍຈົ່ງຄົ້ນພຣະວິຫາຣເຊຕະວັນດູເຖີດ.

ລຳດັບນັ້ນ ພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນໄດ້ຄົ້ນທົ່ວພຣະວິຫາຣເຊຕະວັນ ແລ້ວຂຸດສົບນາງສຸນທະຣີປະຣິພາຊິກາທີ່ຕົນສັ່ງໃຫ້ຝັງໄວ້ຂຶ້ນຈາກຄູ ຍົກຂຶ້ນເທິງຕຽງແລ້ວໃຫ້ນຳໄປສູ່ພຣະນະຄອຣສາວັຕຖີ ເດີນຈາກຖະໜົນນີ້ໄປຖະໜົນນັ້ນ ຈາກຮ່ອມນີ້ໄປຮ່ອມນັ້ນ ແລ້ວໃຫ້ຄົນທັງຫລາຍປະກາດວ່າ:

ທ່ານທັງຫລາຍ! ເຊີນເບິ່ງເຖີດ ການກະທຳຂອງພວກສະມະນະສາກະຍະບຸຕ ສະມະນະສາກະຍະບຸຕເຫລົ່ານີ້ບໍ່ມີຄວາມລະອາຍ ທຸສີລ ມີທັມອັນຊົ່ວຊາມ ເວົ້າຕົວະ ບໍ່ປະພຶດພຣົມມະຈັນ ສະມະນະສາກະຍະບຸຕເຫລົ່ານີ້ເຖິງຈະປະຕິຍານວ່າ ເປັນຜູ້ປະພຶດພຣົມມະຈັນ ປະພຶດສະໝ່ຳສະເໝີ ປະພຶດພຣົມມະຈັນ ເວົ້າຈິງ ມີສີລ ມີກັລຍານະທັມ ແຕ່ສະມະນະສາກະຍະບຸຕເຫລົ່ານີ້ບໍ່ມີຄວາມເປັນສະມະນະ ບໍ່ມີຄວາມເປັນພຣົມ ຄວາມເປັນສະມະນະສາກະຍະບຸຕເຫລົ່ານີ້ຈິບຫາຍເສຍແລ້ວ ຄວາມເປັນພຣົມຂອງສະມະນະສາກະຍະບຸຕເຫລົ່ານີ້ຈິບຫາຍເສຍແລ້ວ ຄວາມເປັນສະມະນະສາກະຍະບຸຕເຫລົ່ານີ້ຈັກມີມາແຕ່ໃສ ຄວາມເປັນພຣົມຂອງສະມະນະສາກະຍະບຸຕເຫລົ່ານີ້ຈັກມີມາແຕ່ໃສ ສະມະນະສາກະຍະບຸຕເຫລົ່ານີ້ປາສະຈາກຄວາມເປັນສະມະນະ ສະມະນະສາກະຍະບຸຕເຫລົ່ານີ້ປາສະຈາກຄວາມເປັນພຣົມ ເຫດໃດ ບຸຣຸສກະທຳກິຈຂອງບຸຣຸສແລ້ວຈຶ່ງປົງຊີວິດຍິງເສຍ.

ກໍສມັຍນັ້ນ ຄົນທັງຫລາຍໃນພຣະນະຄອຣສາວັຕຖີເຫັນພິກຂຸທັງຫລາຍແລ້ວ ດ່າ ບໍຣິພາສ ຂຶງຄຽດ ບຽດບຽນດ້ວຍວາຈາອັນຫຍາບຄາຍທີ່ບໍ່ແມ່ນວາຈາຂອງສັປບຸຣຸສວ່າ:

ສະມະນະສາກະຍະບຸຕເຫລົ່ານີ້ບໍ່ມີຄວາມລະອາຍ ທຸສີລ ມີທັມອັນຊົ່ວຊາມ ເວົ້າຕົວະ ບໍ່ປະພຶດພຣົມມະຈັນ ສະມະນະສາກະຍະບຸຕເຫລົ່ານີ້ເຖິງຈະປະຕິຍານວ່າ ເປັນຜູ້ປະພຶດພຣົມມະຈັນ ປະພຶດສະໝ່ຳສະເໝີ ປະພຶດພຣົມມະຈັນ ເວົ້າຈິງ ມີສີລ ມີກັລຍານະທັມ ແຕ່ສະມະນະສາກະຍະບຸຕເຫລົ່ານີ້ບໍ່ມີຄວາມເປັນສະມະນະ ບໍ່ມີຄວາມເປັນພຣົມ ຄວາມເປັນສະມະນະສາກະຍະບຸຕເຫລົ່ານີ້ຈິບຫາຍເສຍແລ້ວ ຄວາມເປັນພຣົມຂອງສະມະນະສາກະຍະບຸຕເຫລົ່ານີ້ຈິບຫາຍເສຍແລ້ວ ຄວາມເປັນສະມະນະສາກະຍະບຸຕເຫລົ່ານີ້ຈັກມີມາແຕ່ໃສ ຄວາມເປັນພຣົມຂອງສະມະນະສາກະຍະບຸຕເຫລົ່ານີ້ຈັກມີມາແຕ່ໃສ ສະມະນະສາກະຍະບຸຕເຫລົ່ານີ້ປາສະຈາກຄວາມເປັນສະມະນະ ສະມະນະສາກະຍະບຸຕເຫລົ່ານີ້ປາສະຈາກຄວາມເປັນພຣົມ ເຫດໃດ ບຸຣຸສກະທຳກິຈຂອງບຸຣຸສແລ້ວຈຶ່ງປົງຊີວິດຍິງເສຍ.

ຄັ້ງນັ້ນ ໃນເວລາເຊົ້າ ພິກຂຸຈຳນວນຫລາຍຄອງຜ້າອັນຕະຣະວາສົກ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນພຣະນະຄອຣສາວັຕຖີ ຄັນກັບຈາກບິນທະບາຕພາຍຫລັງສັນພັຕຕາຫາຣແລ້ວ ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູນພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂະນະນີ້ ຄົນທັງຫລາຍໃນພຣະນະຄອຣສາວັຕຖີເຫັນພິກຂຸທັງຫລາຍແລ້ວ ດ່າ ບໍຣິພາສ ຂຶງຄຽດ ບຽດບຽນດ້ວຍວາຈາອັນຫຍາບຄາຍທີ່ບໍ່ແມ່ນວາຈາຂອງສັປບຸຣຸສວ່າ:

ສະມະນະສາກະຍະບຸຕເຫລົ່ານີ້ບໍ່ມີຄວາມລະອາຍ ທຸສີລ ມີທັມອັນຊົ່ວຊາມ ເວົ້າຕົວະ ບໍ່ປະພຶດພຣົມມະຈັນ ສະມະນະສາກະຍະບຸຕເຫລົ່ານີ້ເຖິງຈະປະຕິຍານວ່າ ເປັນຜູ້ປະພຶດພຣົມມະຈັນ ປະພຶດສະໝ່ຳສະເໝີ ປະພຶດພຣົມມະຈັນ ເວົ້າຈິງ ມີສີລ ມີກັລຍານະທັມ ແຕ່ສະມະນະສາກະຍະບຸຕເຫລົ່ານີ້ບໍ່ມີຄວາມເປັນສະມະນະ ບໍ່ມີຄວາມເປັນພຣົມ ຄວາມເປັນສະມະນະສາກະຍະບຸຕເຫລົ່ານີ້ຈິບຫາຍເສຍແລ້ວ ຄວາມເປັນພຣົມຂອງສະມະນະສາກະຍະບຸຕເຫລົ່ານີ້ຈິບຫາຍເສຍແລ້ວ ຄວາມເປັນສະມະນະສາກະຍະບຸຕເຫລົ່ານີ້ຈັກມີມາແຕ່ໃສ ຄວາມເປັນພຣົມຂອງສະມະນະສາກະຍະບຸຕເຫລົ່ານີ້ຈັກມີມາແຕ່ໃສ ສະມະນະສາກະຍະບຸຕເຫລົ່ານີ້ປາສະຈາກຄວາມເປັນສະມະນະ ສະມະນະສາກະຍະບຸຕເຫລົ່ານີ້ປາສະຈາກຄວາມເປັນພຣົມ ເຫດໃດ ບຸຣຸສກະທຳກິຈຂອງບຸຣຸສແລ້ວຈຶ່ງປົງຊີວິດຍິງເສຍ.

ພຣະຜູ້ມີພຣະພາຄຕຣັສວ່າ:

ພິກຂຸທັງຫລາຍ! ສຽງນັ້ນຈັກມີຢູ່ບໍ່ດົນ ຈັກມີພຽງ ໗ ວັນເທົ່ານັ້ນ ລ່ວງ ໗ ວັນໄປແລ້ວກໍຈັກຫາຍໄປ.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງກ່າວຕອບກັບຄົນທັງຫລາຍທີ່ເຫັນພິກຂຸທັງຫລາຍແລ້ວດ່າ ບໍຣິພາສ ຂຶງຄຽດ ບຽດບຽນດ້ວຍວາຈາອັນຫຍາບຄາຍທີ່ບໍ່ແມ່ນວາຈາຂອງສັປບຸຣຸສດ້ວຍຄາຖາວ່າ:

“ຄົນທີ່ກ່າວຄຳບໍ່ຈິງ ຫລືຄົນທີ່ກະທຳບາບກັມແລ້ວກ່າວວ່າ ບໍ່ໄດ້ກະທຳ ຍ່ອມເຂົ້າເຖິງນະຣົກ ຄົນສອງພວກນັ້ນມີກັມອັນຕ່ຳຊາມ ເມື່ອຕາຍແລ້ວຍ່ອມມີຄະຕິເທົ່າທຽມກັນໃນໂລກໜ້າ”.

ລຳດັບນັ້ນ ພິກຂຸທັງຫລາຍເຫລົ່ານັ້ນເລົ່າຮຽນຄາຖາໃນສຳນັກຂອງພຣະຜູ້ມີພຣະພາຄແລ້ວ ຍ່ອມກ່າວຕອບຄົນທັງຫລາຍທີ່ເຫັນພິກຂຸທັງຫລາຍແລ້ວດ່າ ບໍຣິພາສ ຂຶງຄຽດ ບຽດບຽນດ້ວຍວາຈາອັນຫຍາບຄາຍທີ່ບໍ່ແມ່ນວາຈາຂອງສັປບຸຣຸສດ້ວຍຄາຖາວ່າ:

“ຄົນທີ່ກ່າວຄຳບໍ່ຈິງ ຫລືຄົນທີ່ກະທຳບາບກັມແລ້ວກ່າວວ່າ ບໍ່ໄດ້ກະທຳ ຍ່ອມເຂົ້າເຖິງນະຣົກ ຄົນສອງພວກນັ້ນມີກັມອັນຕ່ຳຊາມ ເມື່ອຕາຍແລ້ວຍ່ອມມີຄະຕິເທົ່າທຽມກັນໃນໂລກໜ້າ”.

ຄົນທັງຫລາຍເຫລົ່ານັ້ນໄດ້ມີຄວາມຄິດຢ່າງນີ້ວ່າ ສະມະນະສາກະຍະບຸຕເຫລົ່ານີ້ບໍ່ໄດ້ກະທຳຄວາມຜິດ ສະມະນະສາກະຍະບຸຕເຫລົ່ານີ້ບໍ່ໄດ້ກະທຳບາບ ສະມະນະສາກະຍະບຸຕເຫລົ່ານີ້ຈຶ່ງກ່າວຖ້ອຍຄຳເຊັ່ນນີ້ ສຽງນັ້ນໄດ້ມີຢູ່ບໍ່ດົນ ມີພຽງ ໗ ວັນເທົ່ານັ້ນ ພໍລ່ວງ ໗ ວັນໄປ ສຽງນັ້ນກໍຫາຍໄປ.

ຕໍ່ມາ ພິກຂຸທັງຫລາຍພາກັນເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ກຣາບອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງ ໜຶ່ງ ຄັນແລ້ວໄດ້ກຣາບທູນພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໜ້າອັສສະຈັນ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ບໍ່ເຄີຍມີມາແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສພຣະດຳລັດນີ້ໄວ້ວ່າ:

ພິກຂຸທັງຫລາຍ! ສຽງນັ້ນຈັກມີຢູ່ບໍ່ດົນ ຈັກມີພຽງ ໗ ວັນເທົ່ານັ້ນ ລ່ວງ ໗ ວັນໄປແລ້ວກໍຈັກຫາຍໄປ ສຽງນັ້ນໄດ້ຫາຍໄປພາຍໃນ ໗ ວັນ ພຣະອົງຄ໌ຜູ້ຈະເຣີນ.

ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງຊາບເນື້ອຄວາມນັ້ນແລ້ວ ຈຶ່ງຊົງເປັ່ງອຸທານໃນເວລານັ້ນວ່າ:

ຊົນທັງຫລາຍຜູ້ບໍ່ສັງຣວມ ຍ່ອມສຽບແທງຊົນເຫລົ່າອື່ນດ້ວຍວາຈາ ເໝືອນເຫລົ່າທະຫານທີ່ເປັນຂ້າເສິກສຽບແທງຊ້າງທີ່ເຂົ້າສົງຄາມດ້ວຍລູກສອນ ສັນນັ້ນ. ພິກຂຸຜູ້ບໍ່ມີຈິຕປອງຮ້າຍ ຟັງຄຳອັນຫຍາບຄາຍທີ່ຊົນທັງຫລາຍກ່າວແລ້ວ ຍ່ອມອົດກັ້ນໄວ້ໄດ້.


ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-

ສຸຕຕະນິບາຕ ໒໕/໙໘-໑໐໐/໑໐໒-໑໐໗


ຄົນພານຜູ້ໂງ່ເຂົາຍ່ອມກະທຳຄວາມຊົ່ວ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ