ວິນິດໄສກັມ
ທໍາໃນເບື້ອງຕົ້ນ
ຣາຫຸລ ! ເຈົ້າໃຝ່ຈະກະທຳກັມໃດດ້ວຍກາຍ ຈົ່ງພິຈາຣະນາກັມນັ້ນເສຍກ່ອນວ່່າ ''ກາຍະກັມທີ່ເຮົາໃຝ່ຈະທຳນີ້ເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນອະກຸສົລ ມີທຸກຂ໌ເປັນກຳໄລ ມີທຸກຂ໌ເປັນວິບາກ ຫຼື ບໍ່ໜໍ ?'' ດັ່ງນີ້.
ຣາຫຸລ ! ຖ້າເຈົ້າພິຈາຣະນາ ຮູ້ສຶກຢູ່ຢ່າງນິ້ແລ້ວ ເຈົ້າບໍ່ຄວນກະທຳກາຍະກັມຊະນິດນັ້ນໂດຍສ່ວນດຽວ.
ຣາຫຸລ ! ຖ້າເຈົ້າພິຈາຣະນາຮູ້ສຶກດັ່ງນີ້ວ່າ ''ກາຍະກັມທີ່ເຮົາໃຝ່ຈະທຳນີ້ ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່ ບໍ່ບຽດບຽນຜູ້ອື່ນແດ່ ບໍ່ບຽດບຽນທັງສອງຝ່າຍແດ່ ເປັນກາຍະກັມທີ່ເປັນກຸສົລ ມີສຸຂເປັນກຳໄລ ມີສຸກເປັນວິບາກ '' ດັ່ງນີ້.
ຣາຫຸລ ! ເຈົ້າຈົ່ງກະທຳກັມຊະນິດນັ້ນ.
- ບາລີ ມ. ມ. 14/128/240
ວິນິດໄສກັມ








