ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫຼາຍ ! ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະ ອະຣະຫັນຕ໌ຜູ້ຕຣັສຮູ້ຊອບດ້ວຍຕົນເອງ ສົມບູນດ້ວຍວິຊຊາ ແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກ ຄົນທີ່ຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະ ມະນຸສ ເປັນຜູ້ເບີກບານ ແລ້ວຈໍາແນກທັມສັ່ງສອນສັຕ.
ພິກຂຸທັງຫຼາຍ ! ຕະຖາຄົຕນັ້ນໄດ້ເຮັດໃຫ້ແຈ້ງຊຶ່ງ ໂລກນີ້ ກັບທັງເທວະດາ ມາຣ ພຣົມ ຊຶ່ງໝູ່ສັຕ ກັບທັງ ສະມະນະ ພຣາມ ພ້ອມທັງເທວະດາແລະມະນຸສ ດ້ວຍ ປັນຍາອັນຍິ່ງເອງແລ້ວ ປະກາສໃຫ້ຜູ້ອື່ນຮູ້ແຈ້ງຕາມ. ຕະຖາຄົຕນັ້ນ ສະແດງທັມງົດງາມ ໃນເບື້ອງຕົ້ນ ໃນ ທ່າມກາງ ແລະໃນທີ່ສຸດ ປະກາສພຣົມມະຈັນ ພ້ອມທັງ ອັດຖະ(ຄໍາອະທິບາຍ) ພ້ອມທັງພະຍັນຊະນະ (ຫົວຂໍ້) ບໍຣິສດຸ ບໍຣິບູນສິ້ນເຊີງ.
ຄະຫະບໍດີ ຫຼືບຸຕຄະຫະບໍດີ ຫຼືຄົນທີ່ເກີດໃນຕະກຸນອື່ນ ໃດໃນພາຍຫຼັງ ຍ່ອມຟັງທັມນັ້ນ. ຄັນຟັງແລ້ວຍ່ອມເກີດສັດ ທາໃນຕະຖາຄົຕ. ກຸນລະບຸຕນັ້ນຜູ້ປະກອບຢູ່ດ້ວຍສັດທາ
ຍ່ອມພິຈາຣະນາເຫັນວ່າ “ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ. ສ່ວນບັນພະຊາ (ບວດ) ເປັນໂອກາດສວ່າງ”
ມັນບໍ່ເປັນໄປໄດ້ໂດຍງ່າຍ ທີ່ເຮົາຜູ້ຢູ່ຄອງເຮືອນເຊັ່ນນີ້ ຈະປະພຶດພຣົມມະຈັນນັ້ນ ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນເປືອກສັງທີ່ເຂົາຂັດສະອາດດີແລ້ວ. ຖ້າຈັ່ງໃດ ເຮົາ ຄວນທີ່ຈະໂກນຜົມ ແລະໜວດ ຄອງຜ້າຍ້ອມຝາດ ອອກ ຈາກເຮືອນໄປ ບວດເປັນຜູ້ບໍ່ມີເຮືອນເທີ້ນ...
- ບາລີ ມ.ູ ມ. ໑໒/໔໘໗-໘/໔໕໔.
ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ








