ເວທະນາ (ອາລົມ)
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ ! ຄົນທົ່ວໄປກ່າວກັນວ່າ ເວທະນາ
ເພາະອາໃສ່ ຄວາມຫມາຍອັນໃດຫນໍ ?
ພິກຂຸທັງຫລາຍ ! ເພາະກິຣິຍາທີ່ຮູ້ສຶກໄດ້ໃນສິ່ງນັ້ນ
ດັ່ງນີ້ ສິ່ງນັ້ນຈຶງຖືກຮຽກວ່າ ເວທະນາ
ສິ່ງນັ້ນຍ່ອມຮູ້ສຶກໄດ້ ເຊິງຄວາມຮູ້ສຶກອັນເປັນສຸກຂ໌ແດ່
ຍ່ອມຮູ້ສືກໄດ້ ເຊິງຄວາມເປັນທຸກຂ໌ແດ່
ແລະ ຍ່ອມຮູ້ສຶກໄດ້ ເຊິງຄວາມຮູ້ສືກອັນບໍ່ທຸກຂ໌ ບໍ່ສຸກຂ໌ແດ່ ດັ່ງນີ້ ເປັນຕົ້ນ
ພິກຂຸທັງຫລາຍ! ເພາະກິຣິຍາທີ່ຮູ້ສຶກໄດ້ມີຢູ່ໃນສິ່ງນັ້ນ
ດັ່ງນີ້ ສິ່ງນັ້ນຈຶງຖືກຮຽກວ່າ ເວທະນາ
- ບາລີ - ຂນທ. ສໍ. 17/105-106/159.
ເວທະນາ (ອາລົມຄວາມຮູ້ສຶກ)








