ອານິສົງສ໌ສູງສຸດແຫ່ງອານາປານະສະຕິ 2 ປະການ
ທໍາໃນທີສຸດ
ພິກຂຸທັງຫຼາຍ ! ອານາປານະສະຕິອັນບຸຄຄົລຈະເຣີນ ກະທຳໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫ່ຍ ມີອານິສົງສ໌ໃຫ່ຍ ກໍອານາປານະສະຕິອັນບຸກຄົລຈະເຣີນແລ້ວຢ່າງໃດ ກະທໍາໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງມີຜົລໃຫ່ຍ ມີອານິສົງສ໌ໃຫ່ຍ?
ພິກຂຸທັງຫຼາຍ ! ໃນກໍຣະນີນີ້ ພິກຂຸໄປແລ້ວສູ່ປ່າ ສູ່ເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຈົ້ານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ.
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ
ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ;
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ນ
ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ;
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ (ສັພພະກາຍະປະຕິສັງເວທີ) ຫາຍໃຈເຂົ້າ; ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນເປັນຜູ້ທຳກາຍສັງຂາຣໃຫ້ຣະງັບ (ປັສສັັມພະຍັງ ກາຍະສັງຂາຣັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳກາຍສັງຂາຣໃຫ້ຣະງັບ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ (ປີຕິປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາພເຊິ່ງສຸຂ (ສຸຂປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ (ຈິຕຕະສັງຂາຣປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ທຳຈິຕຕະສັງຂາຣໃຫ້ຣະງັບ (ປັສສັມພະຍັງ ຈິຕຕະສັງຂາຣັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳຈິຕຕະສັງຂາຣໃຫ້ຣະງັບ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ (ຈິຕຕະປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ທຳຈິຕໃຫ້ປາໂມທຍ໌ຢ່າງຍິ່ງ (ອະພິປປະໂມທະຍັງ ຈິຕຕັງ)ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳຈິຕໃຫ້ປາໂມທຍ໌ຢ່າງຍິ່ງ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ (ສະມາທະຫັງ ຈິຕຕັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ (ວິໂມຈະຍັງ ຈິຕຕັງ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ (ອະນິຈຈານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ (ວິຣາຄານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ (ນິໂຣທານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈອອກ”
ເຈົ້າຍ່ອມທຳການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ (ປະຕິນິສສັຄຄານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫຼາຍແລ້ວຢ່າງນີ້ແລ ຍ່ອມມີຜົລໃຫ່ຍ ມີອານິສົງສ໌ໃຫ່ຍ. ພິກຂຸທັງຫຼາຍ ! ເມື່ອອານາປານະສະຕິ ອັນບຸຄຄົລຈະເຣີນ ທຳໃຫ້ຫຼາຍແລ້ວຢູ່ຢ່າງນີ້ ຜົລອານິສົງສ໌ຢ່າງໃດຢ່າງໜຶ່ງ ໃນບັນດາຜົລ 2 ປະການ ເປັນສິ່ງທີ່ຫັວງໄດ້ຄື: ອະຣະຫັຕຕະຜົລໃນປັຈຈຸບັນ ຫຼືວ່າຖ້າຍັງມີອຸປາທິເຫຼືອຢູ່ ກໍຈັກເປັນ ອະນາຄາມີ.
-ບາລີ ມຫາວາຣ. ສໍ. 19/396-397/1311-1313.
ອານິສົງສ໌ສູງສຸດແຫ່ງອານາປານະສະຕິ 2 ປະການ








