ກິດຂອງສະມະນະທີ່ສະມະນະຄວນກະທຳ 3 ຢ່າງ
ທໍາໃນທ່າມກາງ
ພິກຂຸທັງຫລາຍ! ກິຈຂອງສະມະນະທີ່ສະມະນະຄວນກະທຳ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ?
ກາຣສະມາທານອະທິສີລະສິກຂາ,
ກາຣສະມາທານອະທິຈິຕຕະສິກຂາ,
ກາຣສະມາທານອະທິປັນຍາສິກຂາ,
ພິກຂຸທັງຫລາຍ! ກິຈຂອງສະມະນະທີ່ສະມະນະຄວນກະທຳ ໓ ຢ່າງນີ້ແລ.
ພິກຂຸທັງຫລາຍ! ເພາະສະນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິສີລະສິກຂາ, ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິຈິຕຕະສິກຂາ, ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນກາຣສະມາທານອະທິປັນຍາສິກຂາ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໑໘/໕໒໑
ກິດຂອງສະມະນະທີ່ສະມະນະຄວນກະທຳ 3 ຢ່າງ








