ຄວາມໂລບ
ທໍາໃນເບື້ອງຕົ້ນ
ສມັຍໜຶ່ງພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ຄັ້ງນັ້ນແລ ພຣະເຈົ້າປະເສນທິໂກສົລສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຄັນແລ້ວ ຊົງກຣາບອະພິວາທພຣະຜູ້ມີພຣະພາຄ ແລ້ວປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະເຈົ້າປະເສນທິໂກສົລປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ທູນຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ມີທັມຈັກຢ່າງໜໍ ເມື່ອເກີດຂຶ້ນພາຍໃນບຸຣຸສ ຍ່ອມເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.
ມະຫາຣາຊ! ທັມ ໓ ຢ່າງແລ ເມື່ອເກີດຂຶ້ນພາຍໃນບຸຣຸສ ຍ່ອມເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ(ອະຫິຕາຍະ) ເພື່ອຄວາມທຸກຂ໌(ທຸກຂາຍະ) ເພື່ອຄວາມຢູ່ບໍ່ຜາສຸກ(ອະຜາສຸວິຫາຣາຍະ). ທັມ ໓ ຢ່າງເປັນຢ່າງໃດ?
ມະຫາຣາຊ! ໂລພະ ເມື່ອເກີດຂຶ້ນພາຍໃນບຸຣຸສ ຍ່ອມເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.
ມະຫາຣາຊ! ໂທສະ ເມື່ອເກີດຂຶ້ນພາຍໃນບຸຣຸສ ຍ່ອມເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.
ມະຫາຣາຊ! ໂມຫະ ເມື່ອເກີດຂຶ້ນພາຍໃນບຸຣຸສ ຍ່ອມເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.
ມະຫາຣາຊ! ທັມ ໓ ຢ່າງນີ້ແລ ເມື່ອເກີດຂຶ້ນພາຍໃນບຸຣຸສ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.
ໂລພະ ໂທສະ ໂມຫະ ທີ່ເກີດຂຶ້ນໃນຕົນຍ່ອມບຽດບຽນບຸຄຄົລຜູ້ໃຈບາບ ເໝືອນຜົລຂອງຕົນຍ່ອມບຽດບຽນຕົ້ນໄຜ່(ຕະຈະສາຣັງວະ) ສັນນັ້ນ.
ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໘໘-໘໙/໓໒໘-໓໓໐
ຄວາມໂລບ








