ການຈະເລີນເມຕຕາ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ ! ບຸຄຄົລບາງຄົນໃນໂລກນີ້
ມີໃຈປະກອບດ້ວຍເມຕຕາ ແຜ່ໄປຕະຫລອດທິດທີ່ຫນຶ່ງຢູ່ ທິດທີ່ສອງ ທິດທີ່ສາມ ທິດທີ່ສີ່ກໍ່ເຫມືອນກັນ
ທິດເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ
ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ
ໃນທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ
ບໍ່ມີພະຍາບາທ ຢູ່ ຮູປ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນໃດມີຢູ່ໃນເມຕຕານັ້ນ ບຸຄຄົລນັ້ນພິຈາຣະນາເຫັນທັມ ເຫລົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອງຟັງ ເປັນຂອງຕ້ອງແຕກທຳລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸຄຄົລນັ້ນເມື່ອແຕກກາຍຕາຍໄປ #ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າສຸທທາວາສ.
ພິກຂຸທັງຫລາຍ ! ຄວາມອຸບັດນີ້ແລ ບໍ່ມີທົ່ວໄປໃນ ປຸຖຸຊົນ.
- ອັງຄຸຕຕະຣະນິກາຍ ຈະຕຸຕກະນິບາຕ ໒໑/໑໓໐/໑໒໖.
ການຈະເລີນເມຕຕາ








