ກາລະກິຣິຍາອັນບໍ່ຕ່ຳຊາມ.
ທໍາໃນທ່າມກາງ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິໂຄທາຣາມ ໃກ້ພຣະນະຄອຣກະບິລພັສ ແຄວ້ນສັກກະ. ຄັ້ງນັ້ນ ພຣະເຈົ້າມະຫານາມະສາກະຍະຣາຊສະເດັຈເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຊົງຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະນະຄອຣກະບິລພັສນີ້ ເປັນພຣະນະຄອຣມັ່ງຄັ້ງ ຈະເຣີນຮຸ່ງເຮືອງ ມີຜູ້ຄົນຫລາຍ ແອອັດໄປດ້ວຍມະນຸສ ມີຖະໜົນຄັບແຄບ ຂ້ານ້ອຍນັ່ງໃກ້ພຣະຜູ້ມີພຣະພາຄ ຫລືນັ່ງໃກ້ພິກຂຸທັງຫລາຍຜູ້ໃຫ້ຈະເຣີນໃຈແລ້ວ ເມື່ອເຂົ້າໄປຍັງພຣະນະຄອຣກະບິລພັສໃນເວລາຕອນແລງ ບໍ່ໄດ້ໄປກັບຊ້າງ ມ້າ ຣົຖ ແລະກວຽນ ແລະແມ່ນແຕ່ກັບບຸຣຸສ. ສມັຍນັ້ນ ຂ້ານ້ອຍລືມສະຕິຣະນຶກເຖິງພຣະຜູ້ມີພຣະພາຄ ພຣະທັມ ພຣະສົງຄ໌ ຂ້ານ້ອຍມີຄວາມດຳຣິວ່າ ຖ້າໃນເວລານີ້ເຮົາກະທຳກາລະໄປ ຄະຕິຂອງເຮົາຈະເປັນຢ່າງໃດ ອະພິສັມປະຣາຍະພົພຂອງເຮົາຈະເປັນຢ່າງໃດ?
ພຣະຜູ້ມີພຣະພາຄຕຣັສວ່າ:
ມະຫານາມະ ຢ່າກົວເລີຍ!
ມະຫານາມະ ຢ່າກົວເລີຍ!
ກາຣສວັນຄົຕອັນບໍ່ຕ່ຳຊາມ ກາລະກິຣິຍາອັນບໍ່ຕ່ຳຊາມຈັກມີແກ່ທ່ານ.
ມະຫານາມະ! ຈິຕຂອງຜູ້ໃດຜູ້ໜຶ່ງທີ່ອົບຮົມແລ້ວດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ຕລອດກາລນານ ກາຍນີ້ຂອງຜູ້ນັ້ນ ມີຣູປປະກອບດ້ວຍມະຫາພູຕະທັງ ໔ ມີມາຣດາບິດາເປັນແດນເກີດ ຈະເຣີນຂຶ້ນດ້ວຍເຂົ້າສຸກແລະຂະໜົມສົດ ມີຄວາມບໍ່ທ່ຽງ ຕ້ອງອົບ ຕ້ອງນວດຟັ້ນ ແລະມີຄວາມແຕກກະແຈກກະຈາຍໄປເປັນທັມມະດາ ພວກກາ ແຮ້ງ ນົກຕະຣຸມ ໝາ ໝາຈອກ ຫລືສັຕຕ່າງຊະນິດຍ່ອມກັດກິນກາຍນີ້ແລ ສ່ວນຈິຕຂອງຜູ້ນັ້ນ ອັນສັທທາ ສີລ ສຸຕະ ຈາຄະ ປັນຍາ ອົບຮົມແລ້ວຕລອດກາລນານ ຍ່ອມເປັນຄຸນຊາຕໄປໃນເບື້ອງເທິງເຖິງຄຸນວິເສສ (ຍ່ອມສູງຂຶ້ນໄປເຖິງຄຸນວິເສສ).
ມະຫານາມະ! ປຽບເໝືອນບຸຣຸສລົງໄປໃນແມ່ນ້ຳເລິກແລ້ວ ຍ່ອມທຸບໝໍ້ເນີຍໃສຫລືໝໍ້ນ້ຳມັນ ສິ່ງໃດທີ່ມີຢູ່ໃນໝໍ້ນັ້ນ ຈະເປັນກ້ອນກວດຫລືກະເບື້ອງກໍຕາມ ສິ່ງນັ້ນຈະຈົມລົງ ສິ່ງໃດເປັນເນີຍໃສຫລືນ້ຳມັນ ສິ່ງນັ້ນຈະລອຍຂຶ້ນເໜືອນ້ຳ ສັນໃດ; ມຫານາມະ ຈິຕຂອງຜູ້ໃດຜູ້ໜຶ່ງທີ່ອົບຮົມແລ້ວດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ຕລອດກາລນານ ກາຍນີ້ຂອງຜູ້ນັ້ນ ມີຣູປປະກອບດ້ວຍມະຫາພູຕະທັງ ໔ ມີມາຣດາບິດາເປັນແດນເກີດ ຈະເຣີນຂຶ້ນດ້ວຍເຂົ້າສຸກແລະຂະໜົມສົດ ມີຄວາມບໍ່ທ່ຽງ ຕ້ອງອົບ ຕ້ອງນວດຟັ້ນ ແລະມີຄວາມແຕກກະແຈກກະຈາຍໄປເປັນທັມມະດາ ພວກກາ ແຮ້ງ ນົກຕະຣຸມ ໝາ ໝາຈອກ ຫລືສັຕຕ່າງຊະນິດຍ່ອມກັດກິນກາຍນີ້ແລ ສ່ວນຈິຕຂອງຜູ້ນັ້ນ ອັນສັທທາ ສີລ ສຸຕະ ຈາຄະ ປັນຍາ ອົບຮົມແລ້ວຕລອດກາລນານ ຍ່ອມເປັນຄຸນຊາຕໄປໃນເບື້ອງເທິງເຖິງຄຸນວິເສສ ສັນນັ້ນເໝືອນກັນ.
ມະຫານາມະ ຢ່າກົວເລີຍ!
ມະຫານາມະ ຢ່າກົວເລີຍ!
ກາຣສວັນຄົຕອັນບໍ່ຕ່ຳຊາມ ກາລະກິຣິຍາອັນບໍ່ຕ່ຳຊາມຈັກມີແກ່ທ່ານ.
ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໖໙-໓໗໐/໑໕໐໗-໑໕໐໙
ກາລະກິຣິຍາອັນບໍ່ຕ່ຳຊາມ.








