ສິ່ງທີ່ໄກກັນ ແສນໄກ
ທໍາໃນເບື້ອງຕົ້ນ
ດູຣາພິກຂຸທັງຫຼາຍ !
ສິ່ງທີ່ໄກກັນ ແສນໄກ ໔ ປະການນີ້ ໔ ປະການເປັນແນວໃດໜໍ ?
ຟ້າກັບ ແຜ່ນດິນ ນີ້ເປັນສິ່ງທີ່ໄກກັນແສນໄກ ປະການທີ ໑
ຝັ່ງນີ້ແລະຝັ່ງນັ້ນມະຫາສະໝຸດ ນີ້ເປັນສິ່ງທີ່ໄກແສນໄກ ປະການທີ ໒
ພຣະອາທິດຍາມຂຶ້ນ ແລະຍາມຕາເວັນຕົກ ນີ້ເປັນສິ່ງທີ່ໄກແສນໄກ ປະການທີ ໓
ທັມຂອງສັຕຕະບຸຣຸສ ແລະທັມຂອງອະສັຕຕະບຸຣຸສ ນີ້ເປັນສິ່ງທີ່ໄກແສນໄກ ປະການທີ ໔
ດູຣາພິກຂຸທັງຫຼາຍ ! ສິ່ງທີ່ໄກແສນໄກ ປະການນີ້ແລ
ນັກປຣາດທັງຫຼາຍກ່າວວ່າ..
ຟ້າກັບດິນໄກກັນ
ຝັ່ງມະຫາສະໝຸດ ກໍໄກກັນ
ພຣະອາທິດສ່ອງແສງຍາມອຸທັຍ ກັບຍາມອັສດົງ ໄກກັນ
ບັນດິຕກ່າວວ່າ...
ທັມຂອງສັຕຕະບຸຣຸສ ກັບທັມຂອງ ອະສັຕຕະບຸຣຸສໄກກັນຍິ່ງກວ່ານັ້ນ
“ການສະມາຄົມຂອງສັຕຕະບຸຣຸສ ໝັ້ນຄົງຍືນຍາວ
ຍ່ອມເປັນຢ່າງນັ້ນ
ຍ່ອມເປັນຢ່າງນັ້ນຕຣາບເທົ່າການທີ່ເພິ່ງດຳລົງຢູ່“
ສ່ວນການສະມາຄົມຂອງອະສັຕຕະບຸຣຸສ ຍ່ອມຈືດຈາງໄວ
ເພາະສະນັ້ນ ທັມຂອງສັຕຕະບຸຣຸສ ຈຶ່ງໄກຈາກທັມຂອງອະສັຕຕະບຸຣຸສ ໆ
- ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈຕຸກກະນິບາຕ ຫນ້າທີ່ 50 ຂໍ້ທີ່ 47.
ສິ່ງທີ່ໄກກັນ ແສນໄກ








