ກຸລະບຸຕຜູ້ມີສັທທາອອກບວດ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ! ສັຕໂດຍສ່ວນຫລາຍແລ້ວໝົກມຸ່ນຢູ່ໃນກາມ ກຸລະບຸຕຜູ້ລະກ່ຽວແລະຄານຫາບຫຍ້າອອກບວດເປັນບັນພະຊິຕ ຄວນຮຽກວ່າ ກຸລະບຸຕຜູ້ມີສັທທາອອກບວດ ຂໍ້ນັ້ນເພາະເຫດໃດ? ເພາະເຂົາຄວນໄດ້ກາມດ້ວຍຄວາມເປັນໜຸ່ມ ແລະກາມເຫລົ່ານັ້ນກໍມີຢູ່ຕາມສະພາບ ຄື ຕ່ຳຊາມ ປານກາງແລະປານີຕ ກາມທັງໝົດ ກໍນັບວ່າກາມທັງນັ້ນ.

ພິກຂຸທັງຫລາຍ! ປຽບເໝືອນເດັກອ່ອນນອນຫງາຍເອົາຊິ້ນສ່ວນໄມ້ ຫລືຊິ້ນສ່ວນກະເບື້ອງໃສ່ເຂົ້າໄປໃນປາກເພາະຄວາມເຜີສະຕິຂອງແມ່ລ້ຽງ ແມ່ລ້ຽງຍ່ອມສົນໃຈໃນເດັກນັ້ນທັນທີ ແລ້ວຟ້າວນຳເອົາຊິ້ນສ່ວນຂອງໄມ້ຫລືຂອງກະເບື້ອງອອກໂດຍໄວ ຖ້າບໍ່ສາມາດນຳອອກໄດ້ໂດຍໄວ ກໍເອົາມືຊ້າຍຈັບ ງໍນິ້ວມືຂວາແລ້ວແຍ່ເຂົ້າໄປນຳອອກມາທັງໆທີ່ມີເລືອດ ຂໍ້ນັ້ນເພາະເຫດໃດ? ເພາະວ່າຈະມີຄວາມລຳບາກແກ່ເດັກ ເຮົາບໍ່ກ່າວວ່າ ບໍ່ມີຄວາມລຳບາກ ແລະແມ່ລ້ຽງຜູ້ຫວັງປະໂຫຍດເກື້ອກູນ ມີຄວາມອະນຸເຄາະ ຍ່ອມກະທຳຢ່າງນັ້ນດ້ວຍຄວາມອະນຸເຄາະ ແຕ່ເມື່ອໃດເດັກນັ້ນຈະເຣີນໄວ ມີປັນຍາ ມີຄວາມສາມາດ ເມື່ອນັ້ນແມ່ລ້ຽງກໍວາງໃຈໃນເດັກນັ້ນໄດ້ວ່າ ບັດນີ້ເດັກມີຄວາມສາມາດຮັກສາຕົນເອງໄດ້ ບໍ່ປະໝາດ ສັນໃດ.

ພິກຂຸທັງຫລາຍ!​ ພິກຂຸກໍສັນນັ້ນເໝືອນກັນ ຍ່ອມເປັນຜູ້ທີ່ເຮົາຕ້ອງຮັກສາເຂົາ ຕະຫລອດເວລາທີ່ເຂົາຍັງບໍ່ກະທຳດ້ວຍສັທທາໃນກຸສົລທັມ, ຍັງບໍ່ກະທຳດ້ວຍຫິຣິໃນກຸສົລທັມ, ຍັງບໍ່ກະທຳດ້ວຍໂອຕຕັປປະໃນກຸສົລທັມ, ຍັງບໍ່ກະທຳດ້ວຍວິຣິຍະໃນກຸສົລທັມ, ຍັງບໍ່ກະທຳດ້ວຍປັນຍາໃນກຸສົລທັມ ແຕ່ເມື່ອໃດ ພິກຂຸນັ້ນກະທຳດ້ວຍສັທທາໃນກຸສົລທັມ, ກະທຳດ້ວຍຫິຣິໃນກຸສົລທັມ, ກະທຳດ້ວຍໂອຕຕັປປະໃນກຸສົລທັມ, ກະທຳດ້ວຍວິຣິຍະໃນກຸສົລທັມ, ກະທຳດ້ວຍປັນຍາໃນກຸສົລທັມ ເມື່ອນັ້ນ ເຮົາກໍວາງໃຈໃນເຂົາໄດ້ວ່າ ບັດນີ້ ພິກຂຸເປັນຜູ້ມີຄວາມສາມາດຮັກສາຕົນເອງໄດ້ ບໍ່ປະໝາດ.


ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໕/໗


ກຸລະບຸຕຜູ້ມີສັທທາອອກບວດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ